ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ຄົນເສຍຊີວິດ ໃນການໂຈມຕີ ຂອງເນໂຕ້ ທີ່ລີເບຍ


ພວກພະນັກງານມອດໄຟແລະປະຊາຊົນທ້ອງຖິ່ນໃນລິເບຍ
ພາກັນເກັບສິ່ງທີ່ຫັກພັງລົງ ອອກຈາກຕຶກອາຄານຫລັງນຶ່ງ ທີ່ຖືກທໍາລາຍ
ໂດຍລະເບີດຂອງເນໂຕ້ ໃນເຂດຊານເມືອງນະຄອນຫລວງຕຣີໂປລີ, ວັນທີ 19 ມິຖຸນາ 2011.
ພວກພະນັກງານມອດໄຟແລະປະຊາຊົນທ້ອງຖິ່ນໃນລິເບຍ ພາກັນເກັບສິ່ງທີ່ຫັກພັງລົງ ອອກຈາກຕຶກອາຄານຫລັງນຶ່ງ ທີ່ຖືກທໍາລາຍ ໂດຍລະເບີດຂອງເນໂຕ້ ໃນເຂດຊານເມືອງນະຄອນຫລວງຕຣີໂປລີ, ວັນທີ 19 ມິຖຸນາ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ລີ​ເບຍ​ກ່າວ​ວ່າ ກຸ່ມ​ເນ​ໂຕ້​ໄດ້​ຖິ້ມ​ລະ​ເບີດ​ໃສ່​ຄຸ້ມ​ທີ່ຢູ່​ອາ​ໄສ​ຂອງ​ປະຊາຊົນ​ໃນ​ນະຄອນຫລວງ​ໃນ​ວັນອາທິດ​ມື້​ນີ້ ​ເຮັດ​ໃຫ້​ພວກ​ພົນລະ​ເຮືອນ​ຢ່າງ​ນ້ອຍ 5 ຄົນ​ເສຍ​ຊີວິດ​ຮວມທັງ​ເດັກນ້ອຍ​ນໍາ.

ໄດ້​ມີ​ການ​ນໍາພາ​ພວກ​ນັກ​ຂ່າວ​ໄປ​ຍັງ​ຄຸ້ມ Arada ​ໃນ​ນະຄອນຫລວງ​ຕຣີ​ໂປ​ລີ ບ່ອນ​ທີ່ກໍາລັງ​ມີ​ການ​ປະຕິບັດ​ງານ​ຊ່ອຍ​ກູ້​ໄພໃນ​ຕຶກອາຄານ ຫລັງ​ນຶ່ງທີ່​ຖືກ​ລະ​ເບີດ​ທໍາລາຍ​ນັ້ນ.

ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລີ​ເບຍ ທ່ານ Khaled Kaim ກ່າວ​ຫາ​ກຸ່ມ​ເນ​ໂຕ້​ວາງ​ເປົ້າ​ໝາຍ​ໃສ່​ພວກ​ບ້ານ​ເຮືອນ​ຂອງ​ພົນລະ​ເຮືອນ​ໂດຍ​ເຈດ​ຕະນາ​ແລະ​ຈົງ​ໃຈ ​ແລະ​ກ່າວ​ຕໍ່​ໄປ​ວ່າ ການ​ໂຈມ​ຕີ​ນີ້ ເປັນ​ສິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂຫດຮ້າຍ​ປ່າ​ເຖື່ອນ​ຂອງ​ຝ່າຍ​ຕາ​ເວັນຕົກ.

ນອກ​ນັ້ນ ​ພວກ​ນັກ​ຂ່າວຍັງ​ໄດ້​ຖືກ​ພາ​ໄປ​ຍັງ​ໂຮງໝໍ​ແຫ່ງ​ນຶ່ງ​ ບ່ອນ​ທີ່​ພວກ​ເຂົາເຈົ້າ​ໄດ້​ເຫັນ​ສົບ​ຫລາຍ​ສົບ ຮວມທັງ​ສົບ​ຂອງ​ເດັກນ້ອຍ 2 ສົບ ທີ່ພວກເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກເດັກ​ເຫລົ່າ​ນີ້​ຕາຍ​ໄປ​ຍ້ອນ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ເນ​ໂຕ້​ນັ້ນ.

ຍັງ​ບໍ່​ທັນ​ມີ​ຖ້ອຍ​ຖະ​ແຫລ​ງ​ໃດໆ​ອອກ​ມາ​ຈາກ​ກຸ່ມ​ເນ​ໂຕ້​ເທື່ອ​ໃນ​ວ​ເລາ​ນີ້ກ່ຽວ​ກັບ​ເຫດການ​ທີ່​ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປ​ນີ້ ຊຶ່ງ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ແຫ​ລ່ງຂ່າວ​ທີ່​ເປັນ​ອິດ​ສະລະ​ເທື່ອ.

XS
SM
MD
LG