ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ກຸ່ມເນໂຕ້ ຫາລືກັນ ກ່ຽວກັບລີເບຍ


ທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດ ສຫລ ກ່າວຕໍ່ສື່ມວນຊົນກ່ອນທໍາການພົບປະກັບນາຍົກລັດຖະມົນຕີ Angela Merkel ແຫ່ງເຢຍຣະມັນ ທີ່ນະຄອນ Berlin ກ່ອນຈະເຂົ້າຮ່ວມ ກອງປະຊຸມກຸ່ມເນໂຕ້ ວັນທີ 14 ເມສາ 2011

ພວກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ກຸ່ມ​ເນ​ໂຕ້​ກໍາ​ລັງ​ພົບ​ປະກັນ​ຢູ່ທີ່​ນະຄອນ Berlin
ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວ​ກັບ​ການ​ປະຕິບັດງານທາງ​ທະຫານຂອງ​ຕົນ​ໃນ​ລີ​
ເບຍ​ໃນ​ຂະນະ​ທີ່ນັກ​ຕໍ່ສູ້ຝ່າຍ ​ກະບົດ​ຮຽກຮ້ອງ​ຂໍ​ການ​ຊ່ອຍ​ເຫລືອ​ທາງ​ອາກາດ​ຕື່ມ​ອີກຈາກ
ກຸ່ມ​ພັນທະ​ມິດ​ນັ້ນ.

ທ່ານ​ນາງ​ຮີນ​ລາຣີຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ກໍເຂົ້າ​ຮ່ວມ​ໃນ​ກອງ​ປະ
ຊຸມ​ຂອງ​ພວກ​ຄູ່​ຕໍາ​ແໜ່​ງຈາກ​ກຸ່ມ​ເນ​ໂຕ້​ໃນ​ນະຄອນBerlin ​ເປັນ​ເວລາ 2 ມື້​ນີ້​ເຊ່ນ​ກັນທີ່​ເລີ້ມ
ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້.

ພວກ​ສະມາຊິກ​ຂອກຸ່ມພັນ​ທະ​ມິດ​ແຕກ​ແຍກ​ກັນ​ກ່ຽວ​ກັບ​ວ່າ​ຈະ​ເພີ່ມການ​ໂຈມ​ຕີ​ທາງ​ອາກາດ​ຕໍ່
ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດ​ດາ​ຟີຜູ້​ນໍາ​ລິ​ເບຍ​ນັ້ນ​ຫລື​ບໍ? ອັງກິດ​ແລະ​ຝຣັ່ງ​ໄດ້​ຮຽກ
ຮ້ອງ​ໃຫ້​ພວກ​ພັນທະ​ມິດ​ເພີ່ມ​ການ​ປະຕິບັດ​ງານ​ທາງ​ທະຫານ​ຂອງ​ຕົນ​ຂຶ້ນ ​ໃນ​ຂະນະ​ດຽວ​ກັນ
ສະຫະລັດ​ໄດ້​ພະຍາ​ຍາມ​ຈໍາກັດ​ບົດບາດ​ຂອງ​ຕົນ.

ພວກ​ກະບົດ​ໄດ້​ທໍາ​ການດີ້ນຮົນ​ຕໍ່ສູ້​ເພື່ອ​ຮັກສາ​ການ​ຄວບ​ຄຸມ​ຂອງ​ຕົນ​ຢູ່ໃນ​ຫົວ​ເມືອງ​ຈໍານວນ
ນຶ່ງທີ່ພວກ​ເຂົາ​ເຈົ້າ​ສາມາດ​ຍຶດມາ​ໄດ້​ຈາກ​ກໍາລັງຝາຍ​ລັດຖະບານ​ນັ້ນ.​ໃນ​ວັນ​ພະ​ຫັດ​ມື້​ນີ້ ພວກ
ກະບົດ​ກ່າວ​ວ່າ ທະຫານ​ຂອງ​ທ່ານ​ກາດ​ດາ​ຟີ​ໄດ້​ຍິງ​ຈະ​ຫລວດ​ໃສ່​ເມືອງ Misrata ຊຶ່ງ​ໄດ້​
ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 9 ຄົນ. ລັດຖະບານ​ລີ​ເບຍ​ໄດ້​ຖືກ​ກ່າວ​ຫາວ່າ ທໍາ
ການ​ແນ​ເປົ້າ​ໝາຍ​ການ​ໂຈມ​ຕີ​ຂອງ​ພວກ​ຕົນ​ໃສ່ພວກ​ພົນລະ​ເຮືອນ​ໃນ​ເມືອງ​ທ່າ​ກໍາ​ປັ່ນ​ດັ່ງ​
ກ່າວ.

ໃນ​ເວລາ​ດຽວ​ກັນ​ນີ້ ກອງ​ປະຊຸມ​ນາໆ​ຊາດ​ອີກ​ຈຸ​ນຶ່ງ​ກ່ຽວ​ກັບ​ລີ​ເບຍ ​ແມ່ນກໍາລັງ​ໄຂ​ຂຶ້ນ​ທີ​ສໍາ
ນັກງານ​ໃຫຍ່​ຂອງ​ສັນນິບາດ​ຊາດ​ອາຣັບທີ່​ກຸງ​ໄຄ​ໂຣ.ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ
ປະຊາ​ຊາດ​ແລະ​ທ່ານ​ນາງ Catherine Ashton ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ສະ
ຫະພາບ​ຢູ​ໂຣບ ກໍ​ກໍ​າລັງເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ດັ່ງກ່າວພ້ອມ​ກັບ​ພວກ​ຜູ້ຕາງ​ໜ້າ​ສະຫະ
ພາບ​ອາ​ຟຣິກາ​ແລະ​ອົງການ​ສາສະໜາ​ອີສລາມ​ ຫລື Islamic Conference ນັ້ນ.

XS
SM
MD
LG