ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລີເບຍຕິຕຽນ ແຜນການຊ່ອຍເຫຼືອ ຂອງນາໆຊາດ


ກະສອບລູກປືນທີ່ຖິ້ມຊະຊາຍຢັ່ງຢາຍຢູ່ຕາມຖະໜົນຫົນທາງໃນເມືອງ Misrata ທີ່ຖືກທະຫານລັດຖະບານລີເບຍ ປິດລ້ອມຢູ່ໃນເວລານີ້
ກະສອບລູກປືນທີ່ຖິ້ມຊະຊາຍຢັ່ງຢາຍຢູ່ຕາມຖະໜົນຫົນທາງໃນເມືອງ Misrata ທີ່ຖືກທະຫານລັດຖະບານລີເບຍ ປິດລ້ອມຢູ່ໃນເວລານີ້

ລີເບຍໄດ້ຕຳໜິຕິຕຽນຢ່າງໜັກຕໍ່ແຜນການຂອງນາໆຊາດ
ທີ່ຈະຈັດສົ່ງການຊ່ອຍເຫຼືອຫຼາຍໆລ້ານໂດລາໄປໃຫ້ພວກ
ຕໍ່ຕ້ານລັດຖະບານແລະພົນລະເຮືອນໃນປະເທດດັ່ງກ່າວ.

ຮອງລັດຖະມົນຕີການຕ່າງປະເທດຂອງລີເບຍ ທ່ານ Kha-
led Kaim ກ່າວໃນມື້ວັນສຸກວານນີ້ວ່າລີເບຍເປັນປະເທດ
ທີ່ມີອະທິປະໄຕນຶ່ງດຽວແລະເວົ້າວ່າ ແຜນການທີ່ນຳໃຊ້ເງິນ
ຈາກກອງທຶນດັ່ງກ່າວ ກໍເທົ່າກັບເປັນການກະທຳຂອງພວກ
ໂຈນສະລັດຢູ່ໃນທະເລ.

ໃນວັນພະຫັດຜ່ານມານີ້ ກຸ່ມຕິດຕໍ່ປະສານງານ ກ່ຽວກັບລີ
ເບຍ 22 ປະເທດໄດ້ຈັດຕັ້ງກອງທຶນນຶ່ງຂຶ້ນເພື່ອຊ່ອຍພວກ
ຝ່າຍຄ້ານໃນລີເບຍ ໃນການຈັດຫານໍ້າມັນເຊື້ອໄຟ ອາຫານການກິນ ຢາປົວພະຍາດ
ແລະອຸບປະກອນທາງທະຫານ ຢູ່ໃນເຂດທີ່ຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາເຈົ້າ.
ສະຫະລັດກ່າວວ່າ ຕົນຈະເຄື່ອນ ໄຫວໃຫ້ການອະນຸມັດເງິນຈຳນວນນຶ່ງ ຈາກຊັບສິນ
ຂອງລີເບຍໃນມູນຄ່າ 30 ພັນລ້ານໂດລາທີ່ຖືກຢຶດຊົ່ວຄາວຢູ່ໃນສະຫະລັດ ເພື່ອຊ່ອຍ
ສະໜັບສະໜຸນທາງດ້ານ ການເງິນຕໍ່ການດຳເນີນຄວາມພະຍາຍາມດັ່ງກ່າວ.

ຂະນະດຽວ ກັນອົງການນິລະໂທດກຳສາກົນ ກ່າວໃນມື້ວັນສຸກວານນີ້ວ່າ ກຳລັງທີ່ຈົງ
ຮັກພັກດີຕໍ່ຜູ້ນຳລີເບຍທ່ານ Moammar Gadhafi ອາດໄດ້ກໍ່ອາດຊະຍາກຳສົງຄາມ
ຢູ່ທີ່ເມືອງ Misrata ຊຶ່ງໄດ້ຖືກປິດລ້ອມຢູ່ໃນເວລານີ້.

ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ໄດ້ນຳອອກເຜີຍແຜ່ລາຍງານສະບັບນຶ່ງທີ່ເວົ້າວ່າ ກຳ
ລັງຂອງທ່ານ Gadhafi ໄດ້ທຳການສັງຫານພົນລະເຮືອນ ຢ່າງຜິດກົດໝາຍ ໃນການ
ໂຈມຕີແບບບໍ່ເລືອກໜ້າ ໂດຍໃຊ້ທັງປືນໃຫຍ່ ຈະຫຼວດ ລະເບີດລູກຫວ່ານ ແລະມືປືນ.

XS
SM
MD
LG