ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງຂັບໄລ່ ນັກການທູດ ລີເບຍ 14 ຄົນ


ລັດຖະມົນຕີການຕ່າງປະເທດອີຕາລີ ທ່ານ Franco Frattini (ກາງ) ຖ່າຍຮູບຮ່ວມກັບຄະນະຜູ້ແທນຂອງ ປະເທດຕ່າງໆລຸນຫຼັງກອງປະຊຸມໃຫ້ການຊ່ອຍເຫຼືອແກ່ພວກກະບົດທີ່ພວມຕໍ່ສູ້ກັບຜູ້ນຳລີເບຍທ່ານ Moammar Gadhafi (5 ພຶດສະພາ 2011)
ລັດຖະມົນຕີການຕ່າງປະເທດອີຕາລີ ທ່ານ Franco Frattini (ກາງ) ຖ່າຍຮູບຮ່ວມກັບຄະນະຜູ້ແທນຂອງ ປະເທດຕ່າງໆລຸນຫຼັງກອງປະຊຸມໃຫ້ການຊ່ອຍເຫຼືອແກ່ພວກກະບົດທີ່ພວມຕໍ່ສູ້ກັບຜູ້ນຳລີເບຍທ່ານ Moammar Gadhafi (5 ພຶດສະພາ 2011)

ຝຣັ່ງໄດ້ປະກາດແຜນການ ທີ່ຈະຂັບໄລ່ພວກນັກການທູດ
ລີເບຍ 14 ຄົນໃນວັນສຸກມື້ນີ້ນຶ່ງມື້ຫຼັງຈາກອັງກິດໄດ້ມີຄຳ
ສັ່ງໃຫ້ເຈົ້າໜ້າທີ່ລີເບຍ 2 ຄົນອອກຈາກປະເທດໄປ.

ກະຊວງການຕ່າງປະເທດຝຣັ່ງ ກ່າວວ່າ ພວກນັກການ
ທູດ ຊຶ່ງໃຫ້ການສະໜັບສະໜຸນຕໍ່ຜູ້ນຳລີເບຍທ່ານໂມອຳ
ມາກາດາຟີໄດ້ຖືກປະກາດວ່າເປັນບຸກຄົນທີ່ເພິງປາດໜາ.
ກະຊວງການຕ່າງປະເທດຝຣັ່ງເວົ້າຕື່ມວ່າ ທາງການຝຣັ່ງ
ໃຫ້ເວລາ 48 ຊົ່ວໂມງແກ່ພວກນັກການທູດລີີເບຍເດີນ
ທາງອອກຈາກປະເທດໄປ.

ຝຣັ່ງໄດ້ຮັບຮູ້ພວກຕໍ່ຕ້ານລັດຖະບານລີເບຍຢ່າງເປັນທາງ
ການຫຼັງຈາກການຕໍ່ຕ້ານລັດຖະບານ ໄດ້ລະເບີດຂຶ້ນຢູ່ໃນ
ປະເທດດັ່ງກ່າວ.

ໃນວັນພະຫັດວານນີ້ທ່ານ William Hague ລັດຖະມົນ
ຕີການຕ່າງປະເທດອັງກິດໄດ້ສັ່ງໃຫ້ຂັບໄລ່ພວກນັກການ
ທູດລີເບຍ 2 ຄົນໂດຍເວົ້າວ່າຄວາມປະພຶດຂອງພວກນັກການທູດທັງສອງເປັນທີ່ຮັບເອົາບໍ່ ໄດ້.

ນອກນັ້ນແລ້ວໃນມື້ວານນີ້ ກອງປະຊຸມນາໆຊາດກ່ຽວກັບລີເບຍໄດ້ໄຂຂຶ້ນຊຶ່ງປະເທດຕ່າງໆ
ໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ການຊ່ອຍເຫຼືອບໍ່ແມ່ນທາງທະຫານ ແກ່ພວກຕໍ່ຕ້ານລັດຖະບານ
ແລະປະຊາຊົນລີເບຍເປັນມູນຄ່າຫຼາຍລ້ານໂດລາ.

ສະມາຊິກ 22 ປະເທດຂອງກຸ່ມຕິດຕໍ່ປະສານງານກ່ຽວກັບລີເບຍ ໄດ້ຕົກລົງກັນທີ່ກຸງໂຣມ
ເພື່ອສ້າງຕັ້ງກອງທຶນທີ່ຕິດຕາມເບິ່ງໂດຍນາໆຊາດ ສຳລັບຊ່ອຍສະໜັບສະໜຸນສະພາປົກ ຄອງໃນໄລຍະຂ້າມຜ່ານແຫ່ງຊາດຂອງພວກຕໍ່ຕ້ານລັດຖະບານ.

ຄູເວດໃຫ້ຄຳໝັ້ນສັນຍາ 180 ລ້ານໂດລາ ຂະນະທີ່ກາຕ້າ ໃຫ້ຄຳໝັ້ນສັນຍາຈະຊ່ອຍຢ່າງ
ນ້ອຍ 400 ລ້ານໂດລາ. ສະຫະລັດກ່າວວ່າ ຕົນຈະເອົາບາດກ້າວ ເພື່ອເຮັດໃຫ້ສາມາດ
ນຳໃຊ້ເງິນກ້ອນນ້ອຍໆກ້ອນນຶ່ງ ຈາກຊັບສິນລີເບຍໃນມູນຄ່າ 30 ພັນລ້ານໂດລາ ທີ່ຖືກ
ຢຶດຊົ່ວຄາວຢູ່ສະຫະລັດ ແລະນຳໃຊ້ເພື່ອການຊ່ອຍເຫຼືອທາງດ້ານມະນຸດສະທຳ ໃນເຂດ
ຢຶດຄອງຂອງພວກຕໍ່ຕ້ານລັດຖະບານໃນລີເບຍ.

XS
SM
MD
LG