ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນເນໂຕ້ ໂຈມຕີຫຼາຍຈຸດ ໃນນະຄອນຫຼວງລີເບຍ


ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ລຸນຫຼັງການໂຈມຕີທາງອາກາດ ຂອງອົງການເນໂຕ້ ທີ່ນະຄອນຫຼວງຕຣີໂປລີ (28 ພຶດສະພາ 2011)
ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ລຸນຫຼັງການໂຈມຕີທາງອາກາດ ຂອງອົງການເນໂຕ້ ທີ່ນະຄອນຫຼວງຕຣີໂປລີ (28 ພຶດສະພາ 2011)

ເຫດລະເບີດຂະໜາດແຮງຫຼາຍໆຄັ້ງ ໄດ້ສັ່ນສະເທືອນນະ
ຄອນຫຼວງຕຣີໂປລີຂອງລີເບຍໃນວັນເສົາມື້ນີ້ໃນການໂຈມ
ຕີໃນຕອນກາງເວັນທີ່ບໍ່ຄ່ອຍໄດ້ເຫັນກັນຂອງອົງການເນໂຕ້.

ອົງການເນໂຕ້ກ່າວວ່າຕົນໄດ້ໂຈມຕີບ່ອນມ້ຽນລົດຂະໜາດ
ໃຫຍ່ແຫ່ງນຶ່ງຊຶ່ງໃນບາງຄັ້ງຜູ້ນຳລີເບຍທ່ານ Moammar
Gadhafi ໄປພັກເຊົານັ້ນ.

ອົງການຂ່າວຝຣັ່ງລາຍງານວ່າ ມີການແນມເຫັນຄວັນສີ
ຂາວກຸ້ມຂຶ້ນ ຈາກບ່ອນທີ່ເກີດລະເບີດ. ໃນຕອນເຊົ້າມືດ
ຂອງວັນເສົາມື້ນີ້ ເຫດລະເບີດຫຼາຍໆຄັ້ງ ຈາກການໂຈມ
ທາງອາກາດຂອງອົງການເນໂຕ້ໄດ້ເຮັດໃຫ້ທ້ອງຟ້າຂອງ
ນະຄອນຫຼວງຕຣີໂປລີສະຫວ່າງສະໄຫວ.

ຂະນະດຽວກັນ ຣັດເຊຍ ຊຶ່ງເປັນພັນທະມິດມາເປັນເວລາ
ດົນນານຂອງລີເບຍໄດ້ສະເໜີທີ່ຈະຊ່ອຍໄກ່ເກ່ຍເພື່ອຂັບ
ໄລ່ທ່ານ Gadhafi ອອກຈາກອຳນາດ.

ປະທານາທິບໍດີຣັດເຊຍທ່ານ Dmitry Medvedev ກ່າວວ່າ ທ່ານ Gadhafi ຄວນສະ
ລະອຳນາດ. ຜູ້ນຳຣັດເຊຍໃຫ້ທັດສະນະດັ່ງກ່າວໃນວັນສຸກວານນີ້ໃນຕອນທ້າຍຂອງກອງປະ
ຊຸມສຸດຍອດ ຂອງກຸ່ມ 8 ປະເທດທີ່ຈະເລີນທາງດ້ານອຸດສາຫະກຳທີ່ປະເທດຝຣັ່ງບ່ອນທີ່
ທ່ານຍັງໄດ້ປະກາດໃຫ້ຊາບວ່າທ່ານໄດ້ສົ່ງທູດພິເສດຄືທ່ານ Mikhail Margelov ໄປຍັງ
ເຂດທີ່ໝັ້ນຂອງພວກກະບົດ ທີ່ເມືອງ Benghazi. ກ່ອນໜ້ານີ້ ບັນດາປະເທດມະຫາອຳ
ນາດຕາເວັນຕົກຫຼາຍໆປະເທດກໍໄດ້ຮຽກຮ້ອງໃຫ້ທ່ານ Gadhafi ສະລະອຳນາດ.

ໃນອີກດ້ານນຶ່ງນັ້ນໃນຕອນເຊົ້າຂອງມື້ວານນີ້ກຳລັງທີ່ຈົງຮັກພັກດີຕໍ່ທ່ານ Gadhafi ກໍໄດ້ ທຳການພະຍາຍາມເທື່ອໃໝ່ເພື່ອເຂົ້າຢຶດເອົາເມືອງ Misrata ຫົວເມືອງໃຫຍ່ອັນດັບສາມ
ຂອງລີເບຍ ທີ່ພວກຕໍ່ຕ້ານລັດຖະບານຄວບຄຸມຢູ່ ໃນເວລານີ້. ການສູ້ລົບກັນຢ່າງໜັກລະ
ຫວ່າງທັງສອງຝ່າຍໄດ້ລະເບີດຂຶ້ນຢູ່ໃນຫຼາຍໆເຂດຂອງເມືອງດັ່ງກ່າວ.

XS
SM
MD
LG