ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຝ່າຍຄ້ານລີເບຍ ພົບປະທານາທິບໍດີຝຣັ່ງ


ທ່ານ Mahmoud Jibril ປະທານສະພາປົກຄອງແຫ່ງຊາດໃນໄລຍະຂ້າມຜ່ານຂອງພວກຝ່າຍຄ້ານລີເບຍໂອ້ລົມ ກັບທ່ານ Abdurrahman Mohamed Shalgham ອະດີດຜູ້ຕາງໜ້າຖາວອນຂອງລີເບຍປະຈຳອົງການສະ ຫະປະຊາຊາດ ລະຫວ່າງກອງປະຊຸມຄັ້ງທີ 2 ຂອງກຸ່ມປະສານງານກ່ຽວກັບລີເບຍ ທີ່ກຸງໂຣມ (5 ພຶດສະພາ 2011)
ທ່ານ Mahmoud Jibril ປະທານສະພາປົກຄອງແຫ່ງຊາດໃນໄລຍະຂ້າມຜ່ານຂອງພວກຝ່າຍຄ້ານລີເບຍໂອ້ລົມ ກັບທ່ານ Abdurrahman Mohamed Shalgham ອະດີດຜູ້ຕາງໜ້າຖາວອນຂອງລີເບຍປະຈຳອົງການສະ ຫະປະຊາຊາດ ລະຫວ່າງກອງປະຊຸມຄັ້ງທີ 2 ຂອງກຸ່ມປະສານງານກ່ຽວກັບລີເບຍ ທີ່ກຸງໂຣມ (5 ພຶດສະພາ 2011)

ພວກຜູ້ນຳຝ່າຍຄ້ານຂອງລີເບຍຈະຊອກສະແຫວງຫາການ
ສະໜັບສະໜຸນເພີ່ມຕື່ມຈາກຝຣັ່ງໃນວັນເສົາມື້ນີ້ ນຶ່ງມື້ຫຼັງ
ຈາກສະຫະລັດບໍ່ໄດ້ໃຫ້ການຮັບຮູ້ທາງດ້ານການທູດໂດຍ
ເຕັມ ຕໍ່ສະພາປົກຄອງແຫ່ງຊາດ ໃນໄລຍະຂ້າມຜ່ານ ຫຼື
TNC ຂອງພວກຝ່າຍຄ້ານລີເບຍ.

ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy ຈະພົບປະ
ກັບຜູ້ນຳສະພາດັ່ງກ່າວຄືທ່ານ Mahmoud Jabril ທີ່
ກຸງປາຣີໃນວັນເສົາມື້ນີ້. ຄະນະຜູ້ຕາງໜ້າຂອງສະພາປົກ
ຄອງແຫ່ງຊາດ ໃນໄລຍະຂ້າມຜ່ານຂອງລີເບຍ ໄດ້ພົບປະ
ກັບທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະ
ລັດ ທ່ານ Tom Donilon ແລະເຈົ້າໜ້າທີ່ອື່ນໆທີ່ກຸງວໍຊິງ
ຕັນໃນມື້ວັນສຸກວານນີ້. ລຸນຫຼັງການພົບປະກັນ ທຳນຽບ
ຂາວກໍໄດ້ອອກຖະແຫຼງຂ່າວສະບັບນຶ່ງ ເອີ້ນສະພາປົກ
ຄອງແຫ່ງຊາດໃນໄລຍະຂ້າມຜ່ານວ່າ ເປັນກະບອກສຽງ ທີ່ຖືກຕ້ອງຊອບທຳ ແລະໜ້າເຊື່ອຖື ຂອງປະຊາຊົນລີເບຍ ແຕ່ບໍ່ໄດ້ໃຫ້ການຮັບຮູ້ທາງ
ດ້ານການທູດໂດຍເຕັມຕາມທີ່ທ່ານ Jabril ຢາກໄດ້ຮັບນັ້ນ.

ຂະນະດຽວກັນເຫດລະເບີດຄັ້ງໃໝ່ໄດ້ສ້າງຄວາມສັ່ນສະເທືອນໃຫ້ແກ່ນະຄອນຫຼວງຕຣີໂປລີ
ຂອງລີເບຍໃນຕອນເດິກຂອງຄືນວັນສຸກແລະຕອນເຊົ້າຂອງວັນເສົາມື້ນີ້.

ໃນມື້ວານນີ້ ຜູ້ນຳລີເບຍທ່ານ Moammar Gadhafi ໄດ້ໃຫ້ການຄໍ້າປະກັນຕໍ່ປະຊາຊົນ
ວ່າ ທ່ານຍັງມີຊີວິດຢູ່ແລະກໍຢູ່ທີ່ບ່ອນອົງການເນໂຕ້ຖິ້ມລະເບີດໃສ່ແຕ່ບໍ່ຖືກທ່ານ. ການໃຫ້
ຄວາມເຫັນດັ່ງກ່າວຂອງທ່ານ Gadhafi ມີຂຶ້ນໃນຮູບຄຳຖະແຫຼງ ທີ່ອອກອາກາດໂດຍໂທ
ລະພາບທາງການລີເບຍ ຫຼັງຈາກເຈົ້າໜ້າທີ່ອີຕາລີກ່າວວ່າ ມີລາຍງານທີ່ຍັງບໍ່ທັນໄດ້ຮັບການ
ຢືນຢັນວ່າ ທ່ານ Gadhafi ອາດໄດ້ຮັບບາດເຈັບຫຼັງຈາກການໂຈມຕີທາງອາກາດເປັນເວລາ
ຫຼາຍໆ ອາທິດຂອງອົງການເນໂຕ້.

ໃນອີກດ້ານນຶ່ງນັ້ນ ໂຄສົກຂອງລັດຖະບານລີເບຍກ່າວວ່າ ການໂຈມຕີຂອງອົງການເນໂຕ້
ໄດ້ສັງຫານອີໝຳຫຼືນັກສອນສາສະໜາອິສລາມ 11 ຄົນ ທີ່ເມືອງເບຣກ້າ ໃນພາກຕາເວັນ
ອອກຂອງລີເບຍໃນວັນສຸກວານນີ້. ກຸ່ມພັນທະມິດເນໂຕ້ກ່າວຕອບໂຕ້ວ່າຕົນໄດ້ເລືອກເປົ້າ
ໝາຍຢ່າງລະມັດລະວັງແລະໄດ້ໂຈມຕີຄ້າຍທະຫານທີ່ເປັນບ່ອນຄວບຄຸມແລະສັ່ງການແຫ່ງ
ນຶ່ງຢູ່ທີ່ເມືອງເບຣກ້າ.

XS
SM
MD
LG