ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານລີເບຍ ພົບປະກັບເຈົ້າໜ້າທີ່ ສຫລ


ຜູ້ນຳພວກຕໍ່ຕ້ານລັດຖະບານລີເບຍ ທ່ານ Mustafa Abdul-Jalil
ຜູ້ນຳພວກຕໍ່ຕ້ານລັດຖະບານລີເບຍ ທ່ານ Mustafa Abdul-Jalil

ຜູ້ຕາງໜ້າຂອງສະພາປົກຄອງໃນໄລຍະຂ້າມຜ່ານແຫ່ງຊາດ
ຂອງພວກຝ່າຍຄ້ານໃນລີເບຍເຈລະຈາຫາລືກັບເຈົ້າໜ້າທີ່ສະ
ຫະລັດທີ່ກຸງວໍຊິງຕັນໃນວັນສຸກມື້ນີ້ນຶ່ງມື້ຫຼັງຈາກໄດ້ຮັບແຮງ
ກະຕຸກຊຸກຍູ້ທາງດ້ານການເມືອງທີ່ສຳຄັນຈາກອັງກິດ.

ສະມາຊິກຂອງກຸ່ມຝ່າຍຄ້ານໃນລີເບຍ ຈະພົບປະກັບທີ່ປຶກ
ສາທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ
Tom Donilon ແລະເຈົ້າໜ້າທີ່ອະວຸໂສຄົນອື່ນໆຂອງສະ
ຫະລັດ. ປະທານສະພາປົກຄອງໃນໄລຍະຂ້າມຜ່ານແຫ່ງ
ຊາດຂອງລີເບຍ ທ່ານ Mustafa Abdul-Jalil ກ່າວວ່າ
ກຸ່ມຂອງທ່ານກຳລັງ ຊອກຫາຊ່ອງທາງ ເພື່ອຢາກໃຫ້ສະຫະລັດຮັບຮູ້ ທາງດ້ານການເມືອງ.
ໃນມື້ວານນີ້ອັງກິດໄດ້ເຊື້ອເຊີນໃຫ້ກຸ່ມຝ່າຍຄ້ານລີເບຍໄປເປີດສຳນັກງານຢູ່ໃນປະເທດດັ່ງກ່າວ.

ນອກນັ້ນແລ້ວ ພວກຜູ້ນຳຂອງອັງກິດຍັງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ການຊ່ອຍເຫຼືອເພີ່ມຕື່ມ ແກ່ພວກຕໍ່ຕ້ານລັດຖະບານລີເບຍ ໃນດ້ານອຸບປະກອນສື່ສານ ເສື້ອກັນລູກປືນ ແລະເຄື່ອງ
ແບບທະຫານ.

ຂະນະດຽວກັນອົງການເນໂຕ້ກ່າວວ່າ ກຳປັ່ນລົບຂອງຝ່າຍພັນທະມິດ ໄດ້ຂັບໄລ່ການໂຈມຕີ
ໂດຍກຳລັງທີ່ຈົງຮັກພັກດີຕໍ່ຜູ້ນຳລີເບຍທ່ານ Moammar Gadhafi ໃຫ້ລ່າຖອຍໄປໃນວັນ
ພະຫັດວານນີ້. ອົງການເນໂຕ້ເວົ້າວ່າ ກຳປັ່ນລົບຂອງອັງກິດແລະການາດາໄດ້ຂັບໄລ່ເຮືອໄວ
ທີ່ພະຍາຍາມຈະບຸກເຂົ້າໄປໂຈມຕີເມືອງທ່າ Misrata.

ເຫດຮ້າຍທີ່ວ່ານີ້ມີຂຶ້ນບໍ່ດົນຫຼັງຈາກພວກກະບົດປະກາດວ່າຕົນສາມາດເຂົ້າຄວບຄຸມສະໜາມ
ບິນໃນເມືອງ Misrata ຊຶ່ງເປັນຫົວເມືອງໃຫຍ່ສຸດອັນດັບ 3 ຂອງລີເບຍ ໄດ້ແລ້ວ.

XS
SM
MD
LG