ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

2 ຄົນເສຍຊີວິດ ຫຼັງເຫດລະເບີດ ທີ່ກຸງຕຣີໂປລີ


25일 키프로스 수도 니코시에서 열린 그리스 독립기념일 퍼레이드 행사에 참석한 시민들. '키프로스야, 일어나라' 라는 문구가 적힌 포스터를 들고 있다.
25일 키프로스 수도 니코시에서 열린 그리스 독립기념일 퍼레이드 행사에 참석한 시민들. '키프로스야, 일어나라' 라는 문구가 적힌 포스터를 들고 있다.

ເຈົ້າໜ້າທີ່ລີເບຍແລະເຈົ້າໜ້າທີ່ການແພດກ່າວວ່າ ມີ 2 ຄົນເສຍຊີວິດໃນອັນທີ່ປາກົດວ່າ
ເປັນການໂຈມຕີທາງອາກາດຂອງອົງການເນໂຕ້ທີ່ນະຄອນຫຼວງຕຣີໂປລີ.

ພວກທີ່ເຫັນເຫດການກ່າວວ່າ ເຫດລະເບີດຂະໜາດແຮງຫຼາຍໆຄັ້ງໄດ້ສັ່ນສະເທືອນນະ
ຄອນຫຼວງລີເບຍໃນວັນພະຫັດມື້ນີ້. ເຈົ້າໜ້າທີ່ລັດຖະບານລີເບຍເວົ້າວ່າ ມີຈະຫຼວດຢ່າງ
ນ້ອຍ 4 ລູກໄດ້ແນເປົ້າໝາຍໃສ່ບໍລິເວນບ້ານພັກແຫ່ງນຶ່ງຂອງຜູ້ນຳລີເບຍທ່ານ Moam-
mar Gadhafi.

ນອກນັ້ນແລ້ວໂທລະພາບຂອງທາງການລີເບຍຍັງລາຍງານວ່າ ສະຖານທູດເກົາຫຼີເໜືອ
ທີ່ນະຄອນຫຼວງຕຣີໂປລີກໍໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີທາງອາກາດຂອງອົງ
ການເນໂຕ້.

ຂະນະດຽວກັນອັງກິດ ໄດ້ເຊື້ອເຊີນໃຫ້ພວກຝ່າຍຄ້ານລີເບຍ ໄປເປີດສຳນັກງານຂອງຕົນ
ທີ່ກຸງລອນດອນ. ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ໄດ້ປະກາດກ່ຽວ
ກັບການຕັດສິນໃຈດັ່ງກ່າວ ໃນວັນພະຫັດມື້ນີ້ ຫຼັງຈາກໄດ້ພົບປະກັບ ທ່ານ Mustafa
Abdel-Jalil ຜູ້ນຳຂອງສະພາປົກຄອງໃນໄລຍະຂ້າມຜ່ານຫຼື NTC ຂອງພວກຝ່າຍຄ້ານ
ລີເບຍ.

ກ່ອນການພົບປະກັນນັ້ນ ກະຊວງການຕ່າງປະເທດອັງກິດກ່າວວ່າ ພວກເຈົ້າໜ້າທີ່ຍັງ
ຈະໄດ້ສົນທະນາຫາລືກັນກ່ຽວກັບຂໍ້ສະເໜີ ເພື່ອໃຫ້ການຊ່ອຍເຫຼືອທີ່ບໍ່ແມ່ນອາວຸດເພີ່ມ
ຕື່ມ ແກ່ພວກຕໍ່ຕ້ານລັດຖະບານລີເບຍ.

ການດຳເນີນຄວາມພະຍາຍາມທີ່ວ່ານີ້ມີຂຶ້ນນຶ່ງມື້ ຫຼັງຈາກສະມາຊິກລັດຖະສະພາສະຫະ
ລັດທ່ານນຶ່ງໄດ້ປະກາດແຜນການໃຫ້ຄວາມຊ່ອຍເຫຼືອແກ່ກຸ່ມຝ່າຍຄ້ານລີເບຍ. ສະມາຊິກ
ສະພາສູງ John Kerry ກ່າວໃນມື້ວັນພຸດວານນີ້ວ່າທ່ານກຳລັງຮ່າງກົດໝາຍສະບັບນຶ່ງ
ເພື່ອອຳນວຍໃຫ້ມີການໂອນຊັບສິນທີ່ຖືກຢຶດຊົ່ວຄາວຂອງທ່ານ Gadhafi ໄປໃຫ້ສະພາ
ປົກຄອງຂອງພວກຕໍ່ຕ້ານລັດຖະບານ. ທ່ານ Kerry ເປັນປະທານຄະນະທິການຄວາມ ສຳພັນຕ່າງປະເທດຂອງສະພາສູງສະຫະລັດ ບໍ່ໄດ້ເປີດເຜີຍໃຫ້ຊາບກ່ຽວກັບຈຳນວນເງິນ
ແຕ່ກໍເວົ້າວ່າ ຫຼາຍພໍທີ່ຈະມີຜົນຕໍ່ວິກິດການທີ່ສະພາດັ່ງກ່າວກຳລັງປະເຊີນໜ້າຢູ່.

XS
SM
MD
LG