ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນໂດຍສານ ຕົກທີ່ລີເບຍ


ເຮືອບິນໂດຍສານລຳນຶ່ງ ຂອງລີເບຍ ໄດ້ປະສົບ ອຸບັດຕິເຫດຕົກ ທີ່ນະຄອນຫຼວງ ຕຣີໂປລີ ເຮັດໃຫ້ມີ ຜູ້ເສຍຊີວິດ 103 ຄົນ ແລະມີຄົນນຶ່ງ ລອດຊີວິດມາໄດ້.

ເຈົ້າໜ້າທີ່ ຮັກສາຄວາມສະຫງົບ ຂອງລີເບຍ ກ່າວວ່າ ເຮືອບິນໂດຍສານ ຂອງສາຍການບິນ ອາຟຣິກີຢາ ໄດ້ປະສົບ ອຸບັດຕິເຫດຕົກ ໃນຕອນເຊົ້າ ຂອງວັນພຸດມື້ນີ້ ຂະນະທີ່ ພະຍາຍາມລົງຈອດ ທີ່ສະໜາມບິນ ຕຣີໂປລີ ຫລັງຈາກໄດ້ ບິນມາແຕ່ ນະຄອນ ໂຈແຮນແນສເບີກ ໃນອາຟລິກາໃຕ້.
ມີຜູ້ໂດຍສານ 93 ຄົນ ແລະພະນັກງານ ປະຈຳເຮືອບິນ 11 ຄົນ ຢູ່ເທິງຖ້ຽວບິນ ຂອງເຮືອບິນໂດຍສານ ແອຣ໌ບັສ ເອ 330.

ເຈົ້າໜ້າທີ່ເວົ້າວ່າ ເດັກຊາຍຊາວເນເທີແລນ ອາຍຸ 8 ປີ ແມ່ນຜູ້ດຽວ ທີ່ລອດຊີວິດມາໄດ້ ຈາກອຸບັດຕິເຫດ ດັ່ງກ່າວ. ເຈົ້າໜ້າທີ່ຄົນນຶ່ງ ຂອງລີເບຍກ່າວວ່າ ເດັກນ້ອຍຄົນນີ້ ບໍ່ໄດ້ຮັບບາດເຈັບ ທີ່ເປັນອັນຕະລາຍ ຕໍ່ຊີວິດ ແຕ່ປະການໃດ.

ລັດຖະມົນຕີຂົນສົ່ງ ຂອງລີເບຍ ທ່ານ ໂມຮຳເມັດ ອາລີ ຊີດານ ກ່າວວ່າ ມາຮອດເວລານີ້ ມີການພົບເຫັນສົບ ພວກເສຍຊີວິດແລ້ວ 96 ຄົນ. ທ່ານໄດ້ປະຕິເສດ ເຖິງຄວາມເປັນໄປໄດ້ວ່າ ການກໍ່ການຮ້າຍ ອາດຈະເປັນສາເຫດ ທີ່ພາໃຫ້ ເຮືອບິນຕົກ ໃນຄັ້ງນີ້.

XS
SM
MD
LG