ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດອາກາດລີເບຍ ຢູ່ພາຍໃຕ້ການຄວບຄຸມ ກຳລັງປະສົມແລ້ວ


ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ Anders Fogh Rasmussen ປະກາດກ່ຽວກັບການເຂົ້າກຳ ການປະຕິບັດງານ ຄວບຄຸມເຂດຫ້າມບິນ ຂອງອົງການເນໂຕ້ ໃນລີເບຍ (24 ມີນາ 2011)
ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ Anders Fogh Rasmussen ປະກາດກ່ຽວກັບການເຂົ້າກຳ ການປະຕິບັດງານ ຄວບຄຸມເຂດຫ້າມບິນ ຂອງອົງການເນໂຕ້ ໃນລີເບຍ (24 ມີນາ 2011)

ຫົວໜ້າໃນດ້ານປ້ອງກັນປະເທດຂອງຝຣັ່ງກ່າວວ່າ ເຂດ
ນ່ານຟ້າຂອງລີເບຍແມ່ນຢູ່ພາຍໃຕ້ການຄວບຄຸມແລ້ວມາ
ຮອດວັນສຸກມື້ນີ້ແລະທ່ານຄາດວ່າການປະຕິບັດງານທາງ
ທະຫານຂອງຝ່າຍພັນທະມິດ ຈະໃຊ້ເວລາຫຼາຍໆອາທິດ
ແລະຫວັງວ່າຄົງຈະບໍ່ແມ່ນຫຼາຍໆເດືອນ.

ພົນເຮືອເອກ Edouard Guillaud ໄດ້ຖະແຫຼງນຶ່ງມື້ຫຼັງ
ຈາກອົງການເນໂຕ້ໄດ້ຕົກລົງທີ່ຈະເຂົ້າຮັບການບັນຊາການ
ເພື່ອຄວບຄຸມເຂດຫ້າມບິນເໜືອລີເບຍ.

ພົນເຮືອເອກ Guillaud ກ່າວຕໍ່ວິທະຍຸຝຣັ່ງອິນໂຟໃນວັນ
ສຸກມື້ນີ້ວ່າເຮືອບິນລົບຂອງຝຣັ່ງ ໄດ້ໂຈມຕີເປົ້າໝາຍຕ່າງໆ ໃກ້ໆເມືອງ Ajdabiya ໃນ
ພາກຕາເວັນອອກຂອງລີເບຍ ໃນຄືນແລ້ວນີ້. ທ່ານເວົ້າວ່າ ເຮືອບິນລົບຂອງຝຣັ່ງໄດ້ດຳ
ເນີນທຸກຄວາມພະຍາຍາມເພື່ອບໍ່ໃຫ້ມີພົນເຮືອນບາດເຈັບລົ້ມຕາຍໃນການໂຈມຕີທາງອາ
ກາດ ທີ່ແນໃສ່ກຳລັງທີ່ຈົງຮັກພັກດີຕໍ່ຜູ້ນຳລີເບຍທ່ານ Moammar Gadhafi.

ອັງກິດກໍໄດ້ໃຫ້ການຢືນຢັນວ່າ ຕົນໄດ້ທຳການໂຈມຕີທາງອາກາດ ຕໍ່ເຂດດຽວກັນ ໃນຄືນ
ແລ້ວນີ້.

ໃນວັນພະຫັດວານນີ້ ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ Anders Fogh Ras-
mussen ໄດ້ປະກາດໃຫ້ຊາບກ່ຽວກັບການເຄື່ອນໄຫວ ທີ່ເນໂຕ້ຈະເຂົ້າກຳການບັນຊາການ
ຄວບຄຸມເຂດຫ້າມບິນແລະເວົ້າວ່າ ການຕັດສິນໃຈ ກ່ຽວກັບການທີ່ອົງການເນໂຕ້ຈະເຂົ້າຮັບ
ສິດອຳນາດໃນຂອບເຂດທີ່ກວ້າງຂວາງກວ່າເກົ່າ ກ່ຽວກັບການປະຕິບັດງານທາງທະຫານໃນ
ລີເບຍ ອາດຈະມີຂຶ້ນພາຍໃນໄລຍະສອງສາມມື້ຂ້າງໜ້ານີ້.

ຜູ້ນຳຂອງອົງການເນໂຕ້ກ່າວວ່າ ສຳລັບໃນປັດຈຸບັນ ຍັງຈະແມ່ນການປະຕິບັດງານຂອງກຳ
ລັງປະສົມແລະການປະຕິບັດງານຂອງອົງການເນໂຕ້.

XS
SM
MD
LG