ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ພວກຕໍ່ຕ້ານລັດຖະບານ ຂັບໄລ່ກໍາລັງຂອງ Gadhafi


ພວກຕໍ່ຕ້ານທ່ານ Moammar Gadhafi ຜູ້ນຳຂອງລີເບຍ ນັ່ງຢູ່ເທິງລົດກະບະ ທີ່ຕິດປືນກົນໜັກ ຫຼັງຈາກ ເຂົ້າຢຶດເອົາເມືອງທ່າສົ່ງອອກນໍ້າມັນ Ras Lanuf ໃນພາກຕາເວັນອອກຂອງລີເບຍ (5 ມີນາ 2011)

ມີລາຍງານວ່າ ກຳລັງຕໍ່ຕ້ານລັດຖະບານໃນລີເບຍໄດ້ຂັບ
ໄລ່ພວກທະຫານທີ່ຈົງຮັກພັກດີຕໍ່ຜູ້ນຳລີເບຍທ່ານ Mo-
ammar Gadhafi ໃຫ້ລ່າຖອຍໄປຢູ່ໃນ 2 ຫົວເມືອງ.

ໃນພາກຕາເວັນຕົກຂອງລີເບຍ ພວກທະຫານທີ່ຈົງຮັກ
ພັກດີໄດ້ຖອຍອອກໄປຈາກເມືອງ Zawiayah ປະມານ
50 ຫຼັກກິໂລແມັດຫ່າງຈາກນະຄອນຫຼວງຕຣີໂປລີ ລຸນ
ຫຼັງທີ່ໄດ້ທຳການສູ້ລົບ ກັບພວກຕໍ່ຕ້ານລັດຖະບານ ໃນ
ວັນເສົາມື້ນີ້.

ພວກຕໍ່ຕ້ານລັດຖະບານ ສາມາດເອົາຊະນະທະຫານລີ
ເບຍໄດ້ທັງໆທີ່ພວກທະຫານມີອາວຸດໜັກແລະມີລົດຖັງ.

ນອກນັ້ນຍັງມີລາຍງານວ່າ ພວກຕໍ່ຕ້ານລັດຖະບານໄດ້
ເຂົ້າຄວບຄຸມເມືອງທ່າສົ່ງອອກນໍ້າມັນ Ras Lanuf ໃນ
ພາກຕາເວັນອອກຂອງປະເທດ ຫຼັງຈາກໄດ້ສູ້ລົບກັບກຳລັງທີ່ຈົງຮັກພັກດີຕໍ່ທ່ານ Gadhafi ໃນວັນສຸກວານນີ້.

ຍັງບໍ່ມີລາຍງານກ່ຽວກັບຈຳນວນຜູ້ບາດເຈັບລົ້ມຕາຍຈາກການສູ້ລົບກັນຢູ່ໃນ 2 ຫົວເມືອງ
ນີ້ເທື່ອ.

ໃນອີກດ້ານນຶ່ງຄະນະກຳມະການນາໆຊາດຂອງສະພາກາແດງໄດ້ທຳການຮ້ອງຂໍເງິນ
ເກືອບ26 ລ້ານໂດລາ ເພື່ອນຳໄປຊ່ອຍຫຼາຍກວ່າ 200,000 ຄົນທີ່ໄດ້ຮັບຜົນກະທົບ
ຈາກວິກິດການໃນລີເບຍ.

ຂະນະດຽວກັນ ຕຳຫຼວດສາກົນໄດ້ອອກຄຳເຕືອນຢູ່ໃນທົ່ວໂລກ ກ່ຽວກັບທ່ານ
Gadhafi ແລະຊາວລີເບຍອີກ 15 ຄົນ ຮວມທັງສະມາຊິກໃນຄອບຄົວແລະເພື່ອນຝູງທີ່
ໃກ້ຊິດຂອງທ່ານຈຳນວນນຶ່ງ.

ການອອກຄຳເຕືອນດັ່ງກ່າວມີຂຶ້ນຫຼັງຈາກສານອາດຊະຍາກຳນາໆຊາດໄດ້ປະກາດວ່າ
ຕົນໄດ້ເລີ້ມການສືບສວນທ່ານ Gadhafi ແລະພວກທີ່ຄົບຄ້າສະມາຄົມ ກັບທ່ານຈຳ
ນວນນຶ່ງກ່ຽວກັບຄວາມເປັນໄປໄດ້ໃນການກໍ່ໂທດກຳຕ້ານມະນຸດຊາດ.

ຄວາມວຸ້ນວາຍໃນລີເບຍໄດ້ລະເບີດຂຶ້ນລຸນຫຼັງກະແສຟອງການເດີນຂະບວນປະທ້ວງໄດ້ເກີດ
ຂຶ້ນ ຢູ່ໃນບັນດາປະເທດພາກຕາເວັນອອກກາງ ແລະອາຟຣິກາເໜືອໃນໄລຍະຫຼາຍໆອາທິດ
ຜ່ານມານີ້. ການປະທ້ວງຕໍ່ຕ້ານລັດຖະບານ ໄດ້ບັງຄັບໃຫ້ຜູ້ນຳ ທີ່ກຳອຳນາດມາເປັນເວລາ
ດົນນານຂອງຕູນີເຊຍ ແລະອີຈິບລາອອກ. ແຕ່ທ່ານ Gadhafi ໄດ້ປະຕິເສດທີ່ຈະປະຕິບັດ
ຕາມຄຳຮຽກຮ້ອງຕ້ອງການຂອງພວກປະທ້ວງແລະບັນຫາຂັດແຍ້ງໃນລີເບຍ ກໍໄດ້ເພີ່ມທະວີ
ຄວາມຮ້າຍແຮງຂຶ້ນ.

XS
SM
MD
LG