ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ການໂຈມຕີທາງອາກາດ ຂອງກຳລັງປະສົມຢູ່ລີເບຍ ຍັງດຳເນີນຢູ່ຕໍ່ມາ


ຜູ້ຄົນພວມຫຸ້ມເບິ່ງອາວຸດຊະນິດຕ່າງໆ ຂອງກອງກຳລັງຈົງຮັກພັກດີ ຕໍ່ຜູ້ນຳລີເບຍທ່ານ Moammar Gadhafi ທີ່ໄດ້ຖືກທຳລາຍ ໃນການໂຈມຕີທາງອາກາດຂອງກຳລັງປະສົມທີ່ທາງຫຼວງສາຍນຶ່ງລະຫວ່າງເມືອງ Benghazi ແລະເມືອງ Ajdabiyah (23 ມີນາ 2011)
ຜູ້ຄົນພວມຫຸ້ມເບິ່ງອາວຸດຊະນິດຕ່າງໆ ຂອງກອງກຳລັງຈົງຮັກພັກດີ ຕໍ່ຜູ້ນຳລີເບຍທ່ານ Moammar Gadhafi ທີ່ໄດ້ຖືກທຳລາຍ ໃນການໂຈມຕີທາງອາກາດຂອງກຳລັງປະສົມທີ່ທາງຫຼວງສາຍນຶ່ງລະຫວ່າງເມືອງ Benghazi ແລະເມືອງ Ajdabiyah (23 ມີນາ 2011)

ມີລາຍງານວ່າ ໄດ້ຍິນສຽງລະເບີດຫຼາຍໆຄັ້ງດັງຂຶ້ນທາງກໍ້າ
ຕາເວັນອອກຂອງນະຄອນຫຼວງຕຣີໂປລີຂອງລີເບຍ ໃນວັນ
ພະຫັດມື້ນີ້ຂະນະທີ່ການປະຕິບັດງານທາງທະຫານທີ່ໄດ້ຮັບ
ການອະນຸມັດໂດຍອົງການສະຫະປະຊາຊາດເພື່ອຈັດຕັ້ງປະ
ຕິບັດເຂດຫ້າມບິນເໜືອລີເບຍກ້າວເຂົ້າສູ່ມື້ທີ 6.

ລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານ Alain Juppe
ກ່າວວ່າ ການໂຈມຕີທາງອາກາດຂອງກຳລັງປະສົມແມ່ນ
ແນໃສ່ເພື່ອໃຫ້ການປົກປ້ອງປະຊາຊົນພົນລະເຮືອນແລະ
ທຳການໂຈມຕີແຕ່ເປົ້າໝາຍທາງທະຫານທໍ່ນັ້ນ.

ໃນມື້ວັນພຸດວານນີ້ ກຳລັງທີ່ຈົງຮັກພັກດີຕໍ່ຜູ້ນຳລີເບຍ
ທ່ານ Moammar Gadhafi ເລີ້ມທຳການບຸກໂຈມຕີ
ເມືອງ Misrata ຫົວເມືອງໃຫຍ່ອັນດັບ 3 ຂອງລີເບຍ
ຄືນອີກ ຫຼັງຈາກເຮືອບິນລົບຂອງປະເທດຕາເວັນຕົກໄດ້
ສະກັດກັ້ນການບຸກໂຈມຕີຂອງລັດຖະບານ ຢ່າງເປັນການຊົ່ວຄາວ ໂດຍທຳການໂຈມຕີ ທາງອາກາດຈຳນວນນຶ່ງ.

ພວກທ່ານໝໍຄົນນຶ່ງ ທີ່ເມືອງ Misrata ກ່າວວ່າ ກຳລັງນິຍົມ Gadhafi ໄດ້ຍິງປືນໃຫຍ່
ແບບບໍ່ເລືອກເປົ້າໝາຍ ເຂົ້າໃສ່ເມືອງດັ່ງກ່າວ ຮວມທັງບໍລິເວນ ໃກ້ໆກັບໂຮງພະຍາບານ ແລະພວກມືປືນໄດ້ຍິງພົນລະເຮືອນຈາກຫຼັງຄາຕຶກອາຄານ. ແຕ່ແນວໃດກໍຕາມຮອງລັດຖະ ມົນຕີການຕ່າງປະເທດຂອງລີເບຍທ່ານ Khalid Kaim ກ່າວຢືນຢັດໃນວັນພະຫັດມື້ນີ້ວ່າ
ບໍ່ມີການປະຕິບັດງານທາງພາກພື້ນດິນຂອງພວກທະຫານ ໃນເຂດເມືອງ Misrata ແຕ່
ຢ່າງໃດ.

ນອກນັ້ນໃນມື້ວານນີ້ ກຳລັງທີ່ຈົງຮັກພັກດີຕໍ່ Gadhafi ຍັງສືບຕໍ່ທຳການບຸກໂຈມຕີເມືອງ
Zintan ແລະເມືອງ Ajdabiya ທີ່ຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ.

ພົນເຮືອຕີ Gerard Hueber ຂອງ​ສະຫະລັດກ່າວໃນວັນພຸດມື້ວານນີ້ວ່າກຳລັງປະສົມໄດ້​ແນເປົ້າໝາຍໃນການໂຈມຕີຂອງຕົນ ໃສ່ກຳລັງພາກພື້ນດິນຂອງ Gadhafi ທີ່ທຳການໂຈມ
ຕີປະຊາຊົນພົນເຮືອນໃນເມືອງຕ່າງໆ ຮວມທັງໜ່ວຍຍານເກາະ ປືນໃຫຍ່ ແລະລູກສອນໄຟ
ເຄື່ອນທີ່.

ການໂຈມຕີທາງອາກາດຂອງກຳລັງປະສົມຕໍ່ທີ່ຕັ້ງທາງທະຫານຂອງລີເບຍ ໄດ້ເລີ້ມຂຶ້ນໃນມື້
ວັນເສົາແລ້ວ ແລະ​ຍັງດຳເນີນຕໍ່ມາ ຕະຫລອດອາທິດນີ້.

XS
SM
MD
LG