ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ອະນຸມັດໃຫ້ຈັດຕັ້ງ ເຂດຫ້າມບິນ ເໜືອລີເບຍ


ຜູ້ຕາງໜ້າສະຫະລັດ ແລະອັງກິດ ປະຈໍາອົງການສະຫະປະຊາຊາດ ລົງຄະແນນສຽງເຫັນພ້ອມກັບ ການສ້າງຕັ້ງ "ເຂດຫ້າມບິນ" ເໜືອລີເບຍ ໃນກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ (17 ມີນາ 2011)
ຜູ້ຕາງໜ້າສະຫະລັດ ແລະອັງກິດ ປະຈໍາອົງການສະຫະປະຊາຊາດ ລົງຄະແນນສຽງເຫັນພ້ອມກັບ ການສ້າງຕັ້ງ "ເຂດຫ້າມບິນ" ເໜືອລີເບຍ ໃນກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ (17 ມີນາ 2011)

ລັດຖະບານລີເບຍໄດ້ປິດເຂດອາກາດຂອງຕົນບໍ່ໃຫ້ມີການ
ສັນຈອນໄປມາໃດໆທັງໝົດໃນວັນສຸກມື້ນີ້ຂະນະທີ່ບັນດາ
ປະເທດຕາເວັນຕົກ ພວມສົນທະນາຫາລື ກ່ຽວກັບການ
ແຊກແຊງທາງດ້ານທະຫານ ທີ່ໄດ້ຮັບການອະນຸມັດໂດຍ
ອົງການສະຫະປະຊາຊາດ ເພື່ອຈັດຕັ້ງເຂດຫ້າມບິນເໜືອ
ນ່ານຟ້າລີເບຍ.

ອົງການຄວບຄຸມ ການສັນຈອນໄປມາທາງອາກາດ ຂອງຢູ
ໂຣບກ່າວວ່າລີເບຍຈະບໍ່ຮັບເອົາການສັນຈອນທາງອາກາດ
ຈົນກວ່າມີຄຳສັ່ງປ່ຽນແປງ.

ເປັນທີ່ປາກົດວ່າ ການເຄື່ອນໄຫວທີ່ວ່ານີ້ແມ່ນເປັນການຕອບໂຕ້ຕໍ່ມະຕິຂອງສະພາຄວາມ
ໝັ້ນຄົງອົງການສະຫະປະຊາຊາດ ໃນວັນພະຫັດວານນີ້ ທີ່ອະນຸຍາດໃຫ້ບັນດາປະເທດສະ
ມາຊິກຂອງສະຫະປະຊາຊາດ ນຳໃຊ້ “ທຸກມາດຕະການທີ່ມີຄວາມຈຳເປັນ” ເພື່ອໃຫ້ການ
ປົກປ້ອງຄຸ້ມຄອງພົນລະເຮືອນຮວມທັງການຫ້າມບໍ່ໃຫ້ມີການສັນຈອນໄປມາຂອງທຸກຖ້ຽວ
ບິນ ເໜືອເຂດນ່ານຟ້າລີເບຍ.

ມາດຕະການເຫຼົ່ານີ້ ມີທ່າທາງວ່າ ຈະຮວມທັງການໂຈມຕີທາງອາກາດ ຕໍ່ເປົ້າໝາຍທາງທະ
ຫານຂອງລີເບຍນຳດ້ວຍ. ໂຄສົກຂອງລັດຖະບານຝຣັ່ງ ທ່ານ Francois Baroin ແລະ
ລັດຖະມົນຕີປ້ອງກັນປະເທດນໍເວ ທ່ານ Grete Faremo ໄດ້ປະກາດໃນວັນສຸກມື້ນີ້ວ່າ
ປະເທດຂອງພວກທ່ານຈະເຂົ້າຮ່ວມການປະຕິບັດງານຫຼືການແຊກແຊງທາງທະຫານຂອງ
ນາໆຊາດໃນລີເບຍ. ແຫຼ່ງຂ່າວທາງດ້ານການທູກຂອງຝຣັ່ງແຈ້ງວ່າ ການໂຈມຕີທາງອາ
ກາດອາດມີຂຶ້ນ ພາຍໃນບໍ່ເທົ່າໃດຊົ່ວໂມງຂ້າງໜ້ານີ້ ເພື່ອສະກັດກັ້ນບໍ່ໃຫ້ກຳລັງທີ່ຈົງຮັກ
ພັກດີຕໍ່ຜູ້ນຳຂອງລີເບຍ ທ່ານ Moammar Gadhafi ທຳຮ້າຍພົນລະເຮືອນ.

ຂະນະດຽວກັນ ກຳລັງນິຍົມ Gadhafi ກໍໄດ້ຍິງຖະຫຼົ່ມ Misrata ຫົວເມືອງທີ່ພວກຕໍ່
ຕ້ານລັດຖະບານຢຶດຄອງຢູ່ໃນພາກຕາເວັນຕົກຂອງປະເທດໃນວັນສຸກມື້ນີ້ ຂະນະທີ່ພວກ
ທູດພິເສດປະຈຳອົງການເນໂຕ້ ສົນທະນາຫາລືກັນຢູ່ທີ່ນະຄອນ Brussels ກ່ຽວກັບ
ຊ່ອງທາງໃນການຈັດຕັ້ງປະຕິບັດມະຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.

ບັນດາສະມາຊິກຂອງສະພາຄວາມໝັ້ນຄົງ ໄດ້ລົງຄະແນນສຽງເຫັນພ້ອມ ກັບມະຕິດັ່ງກ່າວ
ໃນວັນພະຫັດວານນີ້ ແລະບໍ່ມີປະເທດໃດອອກສຽງຄັດຄ້ານ. 5 ປະເທດສະມາຊິກຂອງສະ
ພາຄວາມໝັ້ນຄົງປະກອບມີບຣາຊີລ ຈີນ ເຢຍຣະມັນ ອິນເດັຍແລະຣັດເຊຍບໍ່ໄດ້ອອກສຽງ.

XS
SM
MD
LG