ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດອາຣັບຫາລື ກ່ຽວກັບເຂດຫ້າມບິນ ໃນລີເບຍ


ກຳລັງຕໍ່ຕ້ານລັດຖະບານໃນລີເບຍ ຊ່ອຍເພື່ອນທີ່ໄດ້ຮັບບາດເຈັບ ໃນລະຫວ່າງການປະທະກັນ ໃກ້ໆເມືອງ Ras Lanuf (9 ມີນາ 2011)
ກຳລັງຕໍ່ຕ້ານລັດຖະບານໃນລີເບຍ ຊ່ອຍເພື່ອນທີ່ໄດ້ຮັບບາດເຈັບ ໃນລະຫວ່າງການປະທະກັນ ໃກ້ໆເມືອງ Ras Lanuf (9 ມີນາ 2011)

ບັນດາລັດຖະມົນຕີການຕ່າງປະເທດອາຣັບພວມປະຊຸມກັນ
ທີ່ປະເທດອີຈິບໃນວັນເສົາມື້ນີ້ ເພື່ອສົນທະນາຫາລືກ່ຽວກັບ
ຄວາມເປັນໄປໄດ້ໃນການສ້າງຕັ້ງເຂດຫ້າມບິນເໜືອນ່ານຟ້າ
ລີເບຍ ເພື່ອເພີ້ມທະວີຄວາມກົດດັນຕໍ່ຜູ້ນຳຂອງລີເບຍທ່ານ
Moammar Gadhafi ໃຫ້ຢຸດຕິການໃຊ້ຄວາມຮຸນແຮງຕໍ່
ພວກຕໍ່ຕ້ານລັດຖະບານ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ຂອງສັນນິບາດອາຣັບກ່າວວ່າ
ພວກຜູ້ຕາງໜ້າຂອງລີເບຍ ຈະບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າ
ຮ່ວມການປະຊຸມ ຊຶ່ງມີຂຶ້ນໃນຂະນະທີ່ ກຳລັງຂອງທ່ານ
Gadhafi ເພີ້ມທະວີການໂຈມຕີກຳລັງຂອງພວກຝ່າຍ
ຄ້ານຫຼືພວກຕໍ່ຕ້ານລັດຖບານນັ້ນ.

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາກ່າວໃນ
ວັນສຸກມື້ວານນີ້ວ່າ ທ່ານຍັງບໍ່ທັນມີການຍົກເວັ້ນທາງ
ເລືອກໃດນຶ່ງສຳລັບການພິຈາລະນາກ່ຽວກັບຄວາມເປັນໄປໄດ້ໃນການຕອບໂຕ້ຕໍ່ການປາບ
ປາມຂອງທ່ານ Gadhafi ທີ່ມີຕໍ່ພວກຕໍ່ຕ້ານລັດຖະບານນັ້ນ.

ພວກຜູ້ນຳຂອງສະຫະພາບຢູໂຣບ ທີ່ປະຊຸມກັນຢູ່ນະຄອນ Brussels ໃນມື້ວັນສຸກວານນີ້
ໄດ້ຕົກລົງຮັບຮູ້ວ່າ ກຸ່ມຝ່າຍຄ້ານ ສະພາແຫ່ງຊາດຂອງລີເບຍ ເປັນອົງການຈັດຕັ້ງທາງການ
ເມືອງທີ່ຖືກຕ້ອງຕາມກົດໝາຍ. ແຕ່ແນວໃດກໍຕາມສະຫະພາບຢູໂຣບທີ່ມີສະມາຊິກ 27 ປະ
ເທດຍັງບໍ່ທັນໃຫ້ການຮັບຮູ້ທາງດ້ານການທູດໂດຍເຕັມຕໍ່ສະພາດັ່ງກ່າວນີ້ເທື່ອ ດັ່ງທີ່ປະເທດ
ຝຣັ່ງ ໄດ້ກະທຳໄປນັ້ນ.

XS
SM
MD
LG