ຫົວໜ້າຄະນະກຳມະການສະພາກາແດງສາກົນກ່າວວ່າ
ລີເບຍພວມກ້າວເຂົ້າສູ່ສົງຄາມກາງເມືອງ ໂດຍທີ່ພວກ
ນາຍໝໍໃນພາກຕາເວັນອອກຂອງປະເທດ ພົບເຫັນວ່າ
ຈຳນວນພົນລະເຮືອນທີ່ໄດ້ຮັບບາດເຈັບນັ້ນ ໄດ້ເພີ່ມຂຶ້ນ
ຢ່າງຫຼວງຫຼາຍ.
ປະທານສະພາກາແດງສາກົນ ທ່ານ Jakob Kellen-
berger ກ່າວໃນວັນພະຫັດມື້ນີ້ວ່າ ອົງການຊ່ອຍເຫຼືອ
ຂອງທ່ານໄດ້ຖືກຕັດຂາດຈາກເຂດພາກຕາເວັນຕົກຂອງ
ປະເທດ ຮວມທັງນະຄອນຫຼວງຕຣີໂປລີນຳ ແລະພ້ອມ
ດຽວກັນທ່ານກ່າວວ່າ ເຂດພາກຕາເວັນຕົກກໍໄດ້ຮັບຜົນ
ກະທົບຢ່າງຮ້າຍແຮງ ຈາກການປະທະກັນລະຫວ່າງກຳ
ລັງຂອງພວກຕໍ່ຕ້ານລັດຖະບານ ແລະພວກທີ່ຈົງຮັກພັກ
ດີຕໍ່ຜູ້ນຳຂອງລີເບຍທ່ານ Moammar Gadhafi.
ການສູ້ລົບກັນໄດ້ເພີ່ມທະວີຂຶ້ນທີ່ເມືອງ Ras Lanuf ເມືອງທ່າສົ່ງອອກນໍ້າມັນໃນພາກຕາ
ເວັນອອກຂອງລີເບຍ ຊຶ່ງເປັນເຂດແນວໜ້າຂອງກຳລັງຕໍ່ຕ້ານລັດຖະບານ. ກຳລັງທີ່ຈົງຮັກ
ພັກດີຕໍ່ທ່ານ Gadhafi ໄດ້ທຳການໂຈມຕີທາງອາກາດຮອບໃໝ່ຕໍ່ເມືອງດັ່ງກ່າວໃນວັນພະ
ຫັດມື້ນີ້ນຶ່ງມື້ຫຼັງຈາກພວກຕໍ່ຕ້ານລັດຖະບານເວົ້າວ່າກຳລັງທີ່ຈົງຮັກພັກດີຕໍ່ທ່ານ Gadhafi
ໄດ້ໂຈມຕີທໍ່ສົ່ງນໍ້າມັນທີ່ສຳຄັນຢູ່ທີ່ເມືອງ Ras Lanuf.
ແຕ່ໂທລະພາບຂອງທາງການລີເບຍໄດ້ຖິ້ມໂທດໃສ່ກຸ່ມກຳລັງປະກອບອາວຸດທີ່ໄດ້ຮັບການ
ໜຸນຫຼັງຈາກພວກກໍ່ການຮ້າຍອາລກາຍດາ.
ໃກ້ໆນະຄອນຫຼວງຕຣີໂປລີ ໃນເມືອງ Zawiya ຊຶ່ງພວມຕົກຢູ່ໃນສະພາບທີ່ຫຼໍ່ ແຫຼມນັ້ນ
ປະຊາຊົນເວົ້າວ່າ ມີຄວາມສະຫງົບຫຼັງຈາກຄໍ່າຄືນທີ່ມີການສູ້ລົບກັນຢ່າງໜັກ. ແຫຼ່ງຂ່າວ
ທີ່ຂັດແຍ້ງກັນ ບໍ່ໄດ້ໃຫ້ພາບທີ່ຈະແຈ້ງວ່າ ແມ່ນພວກກຳລັງຕໍ່ຕ້ານລັດຖະບານ ຫຼືກຳລັງທີ່
ນິຍົມທ່ານ Gadhafi ເປັນຜູ້ຄວບຄຸມເມືອງດັ່ງກ່າວນີ້.