ອໍານາດປົກຄອງຊົ່ວຄາວຂອງລີເບຍໄດ້ປະກາດປົດປ່ອຍປະເທດແລ້ວ ໃນທ່າມກາງທີ່ຍັງມີຄວາມເປັນຫ່ວງກັງວົນກ່ຽວກັບສະຖານະການທີ່ຫ້ອມລ້ອມການຕາຍຂອງອະດີດຜູ້ນໍາ ມວມມາ ກາດດາຟີ ນັ້ນ.
ທ່ານ Mustafa Abdel Jalil ຜູ້ນໍາອໍານາດປົກຄອງຊົ່ວຄາວກ່າວຕໍ່ ປະຊາຊົນຫລາຍພັນຄົນໃນເມືອງ Benghazi ທາງພາກຕາເວັນອອກຂອງປະເທດໃນວັນອາທິດວານນີ້ວ່າ ກົດໝາຍອິສລາມຈະຫລໍ່ຫລອມລັດຖະທໍາມະນູນສະບັບໃໝ່ຂອງລີເບຍໃນຍຸກຫລັງກາດດາຟີ ຊຶ່ງທ່ານ Abdel Jalil ໃຫ້ຄໍາໝັ້ນສັນຍາວ່າ ຈະມີການຈັດຕັ້ງທະນາຄານອິສລາມຂຶ້ນມາແລະການກີດຫ້າມຕ່າງໆຈະຖືກຍົກເລີກກ່ຽວກັບຈໍານວນເມຍທີ່ຜູ້ຊາຍລີເບຍຄົນນຶ່ງ ມີສິດເອົາໄດ້ນັ້ນ.
ທ່ານ Mahmoud Jibril ນາຍົກລັດຖະມົນຕີຊົ່ວຄາວຂອງລີເບຍທີ່ກໍາລັງຈະພົ້ນຈາກຕໍາແໜ່ງໄປນັ້ນ ກ່າວວ່າ ກໍາລັງມີການປຶກສາຫາລືກັນເພື່ອຈັດຕັ້ງລັດຖະບານຊົ່ວຄາວຂຶ້ນມາພາຍໃນເວລານຶ່ງເດືອນ ຫລັງຈາກການເລືອກຕັ້ງເອົາສະພາລັດຖະທໍາມະນູນໃນໄລຍະ 8 ເດືອນຂ້າງໜ້າ. ການເລືອກຕັ້ງລັດຖະສະພາແລະປະທານາທິບໍດີຈະມີຂຶ້ນພາຍໃນ 1 ປີ ຫລັງຈາກນັ້ນ.
ທ່ານ Jibril ກ່າວເຊ່ນນີ້ຢູ່ນອກກອງປະຊຸມຂອງສະພາເສດຖະກິດໂລກທີ່ປະເທດຈໍແດນ
ຊຶ່ງຢູ່ທີ່ນັ້ນທ່ານໄດ້ປະກາດໃຫ້ຮູ້ກ່ຽວກັບການລາອອກຂອງທ່ານເຊ່ນກັນ ເພື່ອປ່ອຍໃຫ້
ຄະນະນໍາພາຊຸດໃໝ່ກໍາກັບດູແລເບິ່ງການຫັນປ່ຽນຂອງລີເບຍໄປສູ່ລະບອບປະຊາທິປະ
ໄຕນັ້ນ.
ໃນຂະນະດຽວກັນ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງຮີນລາຣີ ຄລິນຕັນ
ກ່າວວ່າ ສະຫະລັດຢາກໃຫ້ສະຫະປະຊາຊາດທໍາການສືບສວນກ່ຽວກັບການສັງຫານທ່ານ
ກາດດາຟີນັ້ນ. ທ່ານນາງຄລິນຕັນກ່າວວ່າ ທ່ານນາງສະໜັບສະໜຸນການສືບສວນທີ່ອໍາ
ນາດປົກຄອງຊົ່ວຄາວໄດ້ໃຫ້ຄໍາໝັ້ນສັນຍາໄວ້ວ່າຈະດໍາເນີນນັ້ນ ແລະກ່າວຕໍ່ໄປວ່າ ມັນ
ເປັນການສໍາຄັນສໍາລັບລີເບຍທີ່ມີປະຊາທີປະໄຕທີ່ຈະຕ້ອງເລີ້ມຕົ້ນດ້ວຍການປົກຄອງ
ໂດຍກົດໝາຍແລະຄວາມຮັບຜິດຊອບນັ້ນ.