ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລີເບຍກໍານົດເອົາມື້​ນີ້ ເປັນວັນປະກາດປົດປ່ອຍ ປະເທດ (ເບິ່ງວີດີໂອ)


ແມ່ຍິງລີເບຍພາກັນສະຫລອງ ການປະກາດປົດປ່ອຍລີເບຍ ທີ່ຈະຕຸລັດ Martyrs' Square ໃນນະຄອນຫລວງ Tripoli, ວັນທີ 23 ຕຸລາ 2011.
ແມ່ຍິງລີເບຍພາກັນສະຫລອງ ການປະກາດປົດປ່ອຍລີເບຍ ທີ່ຈະຕຸລັດ Martyrs' Square ໃນນະຄອນຫລວງ Tripoli, ວັນທີ 23 ຕຸລາ 2011.

ພວກຜູ້ນໍາລັດຖະບານຊົ່ວຄາວ​ໃນລີເບຍ ໄດ້ກໍານົດເອົາວັນອາທິດມື້​ນີ້ ເປັນວັນສິ້ນສຸດລົງ
ຢ່າງເປັນທາງການຂອງການລຸກຮືເພື່ອໂຄ່ນລົ້ມອະດີດຜູ້ນໍາຜະເດັດການ ມວມມາ ກາດ
ດາຟີ ນັ້ນ.

ການສິ້ນສຸດລົງຢ່າງເປັນທາງການຂອງການປະຕິວັດ ຫລັງຈາກມີການສູ້ລົບກັນຢ່າງຕໍ່
ເນຶ່ອງມາໄດ້ຫລາຍເດືອນ ຈະ​ເປັນ​ການແຜ້ວທາງໃຫ້ແກ່ ການເລິ່ມຕົ້ນຂັ້ນ​ຕອນເພື່ອທໍາ
ການເລືອກຕັ້ງ ຮ່າງລັດຖະທໍາມະນູນໃໝ່ ແລະຈັດຕັ້ງລັດຖະບານຊຸດໃໝ່ ຫລັງຈາກການ
ປົກຄອງປະເທດມາໄດ້ 42 ປີ ຂອງກາດດາຟີ.

ພວກເຈົ້າໜ້າທີ່ສະພາປົກຄອງ​ໄລຍະຂ້າມຜ່ານແຫ່ງຊາດລີເບຍ ຫລື NTC ກ່າວເມື່ອວັນ
ເສົາວານນີ້ວ່າ ພິທີໃຫຍ່ຈະມີຂຶ້ນທີ່ Benghazi ເມືອງໃຫຍ່ທາງພາກຕາເວັນອອກຂອງ
ລີເບຍ ທີ່ໄດ້ກາຍເປັນສູນກາງສໍາຄັນຂອງການເຄຶ່ອນໄຫວຕໍ່ຕ້ານລັດຖະບານ ​ແລະຄາດ ວ່າຈະມີການສະເຫລີມສະຫລອງກັນໃນທົ່ວປະເທດ

ພິທີດັ່ງກ່າວ​ແມ່ນຈະມີຂຶ້ນສາມວັນ ຫລັງຈາກກາດດາຟີຖືກສັງຫານຢູ່​ໃກ້ໆ ເມືອງ Sirte
ບ້ານເກີດຂອງທ່ານ. ຮູບພາບວີດີໂອທີ່ຖ່າຍໂດຍໂທລະສັບມືຖື ສະ​ແດງ​ໃຫ້ເຫັນກາດດາ
ຟີບາດເຈັບ​ແຕ່ຍັງບໍ່ຕາຍ. ແຕ່​ພໍໄປຮອດໂຮງໝໍທ້ອງຖິ່ນແຫ່ງນຶ່ງ ກາດດາຟີກໍໄດ້ເສຍຊີວິດ
ແລ້ວ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງກັນວ່າພວກນັກ​ລົບ​ຝ່າ​ຍ NTC ອາດ​ໄດ້ສັງຫານ ຫລື
ອາດ​ໄດ້ ທຸບຕີຜູ້ກ່ຽວຈົນຕາຍ.

ເວລານີ້ ໄດ້ມີການຮຽກຮ້ອງຈາກນານາຊາດ​ແລ້ວ ​ໃຫ້​ທໍາການສືບສວນກ່ຽວ​ກັບການຕາຍ
ຂອງກາດດາຟີ. ​ແລະ​ສະພາ NTC ກໍກໍາລັງພະຍາຍາມຕັດສິນ​ໃຈວ່າ ຈະຝັງສົບກາດດາຟີ
ຢູ່ໃສແລະ​ເວລາໃດ ສົບຜູ້ກ່ຽວໄດ້ດອຍໄວ້ໃນຫ້ອງແຊ່ເຢັນຢູ່ຮ້ານຂາຍ​ຊີ້ນ​ແຫ່ງນຶ່ງ​ໃນເມືອງ
Misrata ບ່ອນທີ່ພວກທີ່​ຄັດຄ້ານທັງຫລາຍ ພາກັນ​ລຽນ​ແຖວ​ເຂົ້າ​ໄປເບິ່ງແລະຖ່າຍຮູບສົບ
ຢ່າງດີ​ອົກ​ດີ​ໃຈ.

ນອກນີ້ແລ້ວ ເມື່ອວັນເສົາວານນີ້ ທ່ານ Mahmoud Jibril ນາຍົກລັດຖະມົນຕີຊົ່ວຄາວ
ກ່າວວ່າການເລືອກຕັ້ງຄັ້ງທໍາອິດຈະຈັດຂຶ້ນພາຍໃນອີກ 8 ເດືອນຕໍ່ໜ້ານີ້ ຊຶ່ງພວກປ່ອນບັດ
ຈະ​ໄດ້ເລືອກເອົາສະມາຊິກສະພາແຫ່ງຊາດ ທີ່ຈະຮ່າງລັດຖະທໍາມະນູນສະບັບໃໝ່ຂຶ້ນ​ມາ.

ທີ່ຜ່ານມາ ທ່ານ Jibril ເຄີຍໄດ້ເວົ້າໄວ້ວ່າ ທ່ານຈະລາອອກ​ເມື່ອ​ໃດ​ທີ່ ລີເບຍຖືກປົດປ່ອຍ
ຢ່າງແທ້ຈິງແລ້ວ. ຂ່າວຣອຍເຕີ ໄດ້ອ້າງເອົາຄໍາເວົ້າຂອງທ່ານທີ່ເວົ້າວ່າ ທ່ານຈະລາອອກ
ວັນເສົາວານນີ້. ທ່ານ Jibril ໃຫ້ທັດສະນະດັ່ງກ່າວ ຢູ່​ທີ່​ກອງ​ປະຊຸມ​ຂອງສະພາເສດຖະ
ກິດໂລກທີ່ປະເທດຈໍແດນ.

ເບິ່ງວີດີໂອກ່ຽວກັບການຕາຍຂອງກາດດາຟີ:

XS
SM
MD
LG