ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມະຫາອຳນາດ ປະຊຸມກັນ ກ່ຽວກັບອະນາຄົດ ຂອງລີເບຍ (ເບິ່ງວີດີໂອ)


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ກາງ) ໂອ້ລົມກັບລັດຖະມົນຕີ ການຕ່າງປະເທດຈໍແດັນທ່ານ Nasser Judeh (ຊ້າຍ) ແລະລັດຖະມົນຕີການຕ່າງປະເທດສະຫະລັດອາຣັບ ເອເມີເຣັສ Dr. Anwar Gargash ຂະນະທີ່ເຂົ້າຮ່ວມກອງປະຊຸມຂອງກຸ່ມຕິດຕໍ່ປະສານງານກ່ຽວກັບລີເບຍ (9
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ກາງ) ໂອ້ລົມກັບລັດຖະມົນຕີ ການຕ່າງປະເທດຈໍແດັນທ່ານ Nasser Judeh (ຊ້າຍ) ແລະລັດຖະມົນຕີການຕ່າງປະເທດສະຫະລັດອາຣັບ ເອເມີເຣັສ Dr. Anwar Gargash ຂະນະທີ່ເຂົ້າຮ່ວມກອງປະຊຸມຂອງກຸ່ມຕິດຕໍ່ປະສານງານກ່ຽວກັບລີເບຍ (9

ອົງການເນໂຕ້ ໄດ້ທຳການໂຈມຕີທາງອາກາດເພີ່ມຕື່ມ
ໃກ້ໆກັບບ້ານພັກຂອງຜູ້ນຳລີເບຍ ທ່ານ Muammar
Gadhafi ຂະນະທີ່ບັນດາປະເທດມະຫາອຳນາດຂອງ
ໂລກໄປເຕົ້າໂຮມກັນ ເພື່ອສົນທະນາຫາລືກ່ຽວກັບປະ
ເທດລີເບຍທີ່​ປາດ​ສະຈາກທ່ານ Gadhafi.

ສຽງລະເບີດຂະໜາດແຮງ ໄດ້ສັ່ນສະເທືອນ ນະຄອນ
ຫຼວງຕຣີໂປລີ ໃນຕອນແລງຂອງມື້ວັນພຸດວານນີ້ ຊຶ່ງ
ລູກລະເບີດຈຸທຳອິດ ໄດ້ຕົກລົງໃສ່ບໍລິເວນ ໃກ້ໆບ້ານ
ພັກທ່ານ Gadhafi ແລະຈຸທີສອງໃກ້ໆໂຮງແຮມແຫ່ງ
ນຶ່ງບ່ອນທີ່ພວກນັກຂ່າວຕ່າງ ປະເທດ​ໄດ້​ພັກເຊົາຢູ່.

ໂຄສົກຂອງລັດຖະບານລີເບຍກ່າວວ່າ ອົງການເນໂຕ້ໄດ້ຖິ້ມລະເບີດຫຼາຍກວ່າ 60 ລູກໃນ
ມື້ວານນີ້ ເຮັດໃຫ້ມີຜູ້ເສຍຊີວິດ 31 ຄົນ ແລະໄດ້ຮັບບາດເຈັບອີກຫຼາຍສິບຄົນ.

ຂະນະທີ່ອົງການເນໂຕ້ສືບຕໍ່ທຳການໂຈມຕີທາງອາກາດຢູ່ນັ້ນ ບັນດາປະເທດຕາເວັນຕົກ
ແລະປະເທດອາຣັບ ກໍໄດ້ໄປເຕົ້າໂຮມກັນທີ່ສະຫະລັດອາຣັບເອເມີເຣັສໃນວັນພະຫັດມື້ນີ້ ເພື່ອເຈລະຈາຫາລືກ່ຽວກັບການວາງແຜນ ສຳລັບລີເບຍ ໃນຍຸກຫຼັງຈາກທ່ານ Gadhafi ຖືກບັງຄັບໃຫ້ສະຫຼະອຳນາດ.
ນອກນັ້ນ ຍັງເປັນທີ່ຄາດກັນວ່າກຸ່ມດັ່ງກ່າວ ຈະສົນທະນາຫາລືກ່ຽວກັບມາດຕະການເພື່ອ
ອະນຸມັດການນຳໃຊ້ກອງທຶນທີ່ໄດ້ຕົກລົງກັນໃນເດືອນແລ້ວນີ້ທີ່ຈະໃຫ້ການຊ່ອຍເຫຼືອທາງ
ດ້ານການເງິນແລະການຊ່ອຍເຫຼືອອື່ນໆແກ່ສະພາໄລຍະຂ້າມຜ່ານແຫ່ງຊາດຂອງພວກກະ
ບົດລີເບຍນັ້ນ.

ລັດຖະມົນຕີການຕ່າງປະເທດຈາກ 22 ປະເທດ ຂອງກຸ່ມຕິດຕໍ່ປະສານງານກ່ຽວກັບລີເບຍ
ຊຶ່ງຮວມທັງສະຫະລັດ ຝຣັ່ງ ອັງກິດ ແລະອີຕາລີຕະຫຼອດທັງພວກຜູ້ແທນຈາກອົງການສະ
ຫະປະຊາຊາດ ສັນນິບາດອາຣັບ ສະພາຮ່ວມມືໃນເຂດອ່າວເປີເຊຍແລະອົງການຈັດຕັ້ງລະ
ດັບພູມີພາກອື່ນໆຈະໄປຮ່ວມກອງປະຊຸມໃນວັນພະຫັດມື້ນີ້.

XS
SM
MD
LG