ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ໃຊ້ເຮຣີຄອບເຕີ້ ເປັນເທື່ອທຳອິດ ໃນລີເບຍ


ເຮືອບິນເຮຣີຄອບເຕີ້ Gazelle ຂອງຝຣັ່ງທີ່ຈອດຢູ່ເທີງກຳປັ່ນບັນທຸກ ເຮຣີຄອບເຕີ້ Tonnerre ນອກແຄມຝັ່ງທະເລຂອງລີເບຍ (4 ມິຖຸນາ 2011)
ເຮືອບິນເຮຣີຄອບເຕີ້ Gazelle ຂອງຝຣັ່ງທີ່ຈອດຢູ່ເທີງກຳປັ່ນບັນທຸກ ເຮຣີຄອບເຕີ້ Tonnerre ນອກແຄມຝັ່ງທະເລຂອງລີເບຍ (4 ມິຖຸນາ 2011)

ອົງການເນໂຕ້ໄດ້ເສີມຂະຫຍາຍການປະຕິບັດງານທາງທະຫານໃນລີເບຍໃນວັນເສົາມື້ນີ້ໂດຍ
ໄດ້ສົ່ງເຮືອບິນເຮຣີຄອບເຕີ້ເປັນເທື່ອທຳອິດບິນໃນລະດັບຕໍ່າໄປໂຈມຕີທີ່ຕັ້ງທາງທະຫານ ທີ່ ຈົງຮັກພັກດີຕໍ່ຜູ້ນຳລີເບຍທ່ານ Moammar Gadhafi.

ອົງການເນໂຕ້ກ່າວວ່າ ເຮືອບີນເຮຣີຄອບເຕີ້ Apache ຂອງອັງກິດ ພ້ອມທັງເຮຣີຄອບເຕີ້
Tiger ແລະ Gazelle ຂອງຝຣັ່ງໄດ້ບິນໄປປະຕິບັດງານທຳການໂຈມຕີ. ພວກເຈົ້າໜ້າທີ່
ທະຫານກ່າວວ່າມີເປົ້າໝາຍປະມານ 20 ບ່ອນໄດ້ຖືກທຳລາຍຮວມທັງທີ່ຕັ້ງເຣດ້າແຫ່ງນຶ່ງ
ແລະດ່ານກວດອີກແຫ່ງນຶ່ງ ໃນການບິນປະຕິບັດງານເທື່ອທຳອິດ ນັບແຕ່ພວກຜູ້ນຳຂອງອັງ
ກິດແລະຝຣັ່ງ ໃຫ້ການອະນຸມັດ ກ່ຽວກັບການນຳໃຊ້ເຮືອບິນເຮຣີຄອບເຕີ້ ເມື່ອໄວໆມານີ້.
ເຮຣີຄອບເຕີ້ທັງ 3 ລຳໄດ້ຕິດລູກສອນໄຟທີ່ສາມາດຍິງຈາກອາກາດໃນໄລຍະໄກເຂົ້າໃສ່ເປົ້າ
ໝາຍຕ່າງໆທີ່ຕັ້ງໄວ້ລ່ວງໜ້າໂດຍເຣດ້າກ່ອນທີ່ຈະມີການຍິງລູກສອນໄຟເຫຼົ່ານີ້.

ຜູ້ບັນຊາການກຳລັງເນໂຕ້ໃນລີເບຍ ນາຍພົນ Charles Bouchard ແຫ່ງການາດາກ່າວ
ວ່າ ການໂຈມຕີດ້ວຍຄວາມສຳເລັດແມ່ນສະແດງໃຫ້ເຫັນເຖິງຄວາມສາມາດອັນພິເສດຈາກ
ການໂຈມຕີຂອງເຮືອບິນເຮຣີຄອບເຕີ້ ການນຳໃຊ້ເຮືອບິນເຮຣີຄອບເຕີ້ ເພື່ອບິນຕໍ່າໆ ທຳ
ການໂຈມຕີນີ້ຈະເຮັດໃຫ້ຄວາມເປັນໄປໄດ້ໃນການບາດເຈັບລົ້ມຕາຍຂອງພົນລະເຮືອນໝົດ
ໄປເຖິງແມ່ນອາດຈະມີຄວາມຫລໍ່ແຫຼມຕໍ່ການຖືກຍິງໂດຍລູກສອນໄຟ ຈາກພາກພື້ນດິນຫາ
ອາກາດກໍຈິງ.

ໃນໄລຍະສອງສາມມື້ຜ່ານມານີ້ພວກກະບົດທີ່ພະຍາຍາມຂັບໄລ່ທ່ານ Gadhafi ອອກຈາກ
ອຳນາດພວມລໍຖ້າການນຳໃຊ້ເຮືອບິນເຮຣີຄອບເຕີ້ໂຈມຕີຢູ່. ນາຍ Fatih Bashagha ຜູ້
ນຳກະບົດຄົນນຶ່ງທີ່ເມືອງ Misrata ກ່າວວ່າ ພວກນັກລົບທີ່ນັ້ນມີຄວາມດີໃຈກ່ຽວກັບການ
ນຳໃຊ້ເຮືອບິນເຮຣີຄອບເຕີ້ ແລະພວກກະບົດຄົນອື່ນໆເວົ້າວ່າ ມັນໄດ້ສະແດງໃຫ້ເຫັນເຖິງ
ການຢືນຢັນໃນຄວາມໝາຍໝັ້ນຕັ້ງໃຈຂອງອົງການເນໂຕ້ ເພື່ອໃຫ້ຄວາມຊ່ອຍເຫຼືອແກ່ພວກ
ເຂົາເຈົ້າ.

ການເພີ່ມການປະຕິບັດງານທາງທະຫານ ໄດ້ມີຂຶ້ນຂະນະທີ່ພວມມີການດຳເນີນຄວາມພະ
ຍາຍາມທາງດ້ານການທູດເທື່ອໃໝ່ເພື່ອຊັກຊວນໃຫ້ທ່ານ Gadhafi ສະລະອຳນາດ.

XS
SM
MD
LG