ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນະຄອນຫຼວງຂອງລີເບຍ ສັ່ນສະເທືອນ ດ້ວຍລະເບີດອີກ


ຜູ້ຄົນພາກັນຢືນເບິ່ງລົດທີ່ຖືກທຳລາຍ ຫຼັງຈາກເກີດເຫດລະເບີດ ທີ່ໂຮງແຮມ Tibesti ໃນເມືອງ Benghazi (1 ມິຖຸນາ 2011)
ຜູ້ຄົນພາກັນຢືນເບິ່ງລົດທີ່ຖືກທຳລາຍ ຫຼັງຈາກເກີດເຫດລະເບີດ ທີ່ໂຮງແຮມ Tibesti ໃນເມືອງ Benghazi (1 ມິຖຸນາ 2011)

ເຫດລະເບີດຫຼາຍໆຄັ້ງ ໄດ້ສັ່ນສະເທືອນນະຄອນຫຼວງຕຣີໂປລີຂອງລີເບຍ ໃນຕອນເຊົ້າ
ຂອງວັນສຸກມື້ນີ້. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີຜູ້ບາດເຈັບລົ້ມຕາຍຫຼືບໍ່.

ໃນໄລຍະຫຼາຍໆຄືນຜ່ານມານີ້ ເຮືອບິນຂອງອົງການເນໂຕ້ ໄດ້ໂຈມຕີເປົ້າໝາຍ ຫຼາຍໆ
ບ່ອນໃນນະຄອນຕຣີໂປລີ ຮວມທັງບ້ານພັກແລະກອງບັນຊາການຂອງຜູ້ນຳລີເບຍທ່ານ
Moammar Gadhafi. ທ່ານ Gadhafi ບໍ່ຄ່ອຍປາກົດໂຕ ໃນທີ່ສາທາລະນະປານໃດ
ນັບແຕ່ການໂຈມຕີທາງອາກາດຂອງອົງການເນໂຕ້ ໄດ້ສັງຫານບຸດຊາຍຄົນນຶ່ງຂອງທ່ານ
ໃນເດືອນເມສາຜ່ານມາ.

ຂະນະດຽວກັນ ແມ່ຍິງລີເບຍຄົນນຶ່ງທີ່ກ່າວອ້າງວ່າລາວໄດ້ຖືກລຽນຄິວໂດຍທະຫານທີ່ຈົງ
ຮັກພັກດີຕໍ່ທ່ານ Gadhafi ນັ້ນໄດ້ຖືກບັງຄັບໃຫ້ເນລະເທດອອກຈາກກາຕ້າ ໃນວັນພະ
ຫັດວານນີ້ໄປຍັງເມືອງ Benghazi ທີ່ໝັ້ນຂອງພວກກະບົດໃນພາກຕາເວັນອອກຂອງລີ
ເບຍ.

ເຈົ້າໜ້າທີ່ຂອງອົງການອົບພະຍົບສະຫະປະຊາຊາດກ່າວວ່າ ນາງ Imad al-Obeidi ພວມ ລໍຖ້າການໄປຕັ້ງຖິ່ນຖານໃໝ່ໃນນາມອົບພະຍົບແລະອົງການ UNHCR ພວມຢູ່ໃນຂັ້ນຕອນ ກະກຽມເອກກະສານຕ່າງໆ ໃຫ້ແກ່ນາງ ເພື່ອເດີນທາງແຕ່ກາຕ້າໄປຍັງປະເທດທີສາມ. ເຈົ້າ
ໜ້າທີ່ກ່າວວ່າ ການເນລະເທດນາງ Obeidi ແມ່ນຂັດກັບກົດໝາຍລະຫວ່າງປະເທດ.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານ Mark Toner ກ່າວວ່າສະຫະລັດມີຄວາມ
ວິຕົກກັງວົນກ່ຽວກັບຄວາມປອດໄພຂອງນາງ Obeidi ແລະກຳລັງດຳເນີນງານເພື່ອຄໍ້າປະ
ກັນວ່ານາງຈະໄດ້ບ່ອນລີ້ໄພທີ່ເໝາະສົມ. ທ່ານ Toner ຍັງເວົ້າວ່າ ເຈົ້າໜ້າທີ່ສະຫະລັດໄດ້
ໂອ້ລົມກັບນາງໃນໄລຍະສອງສາມມື້ຜ່ານມານີ້.

ນາງ Obeidi ໄດ້ແລ່ນເຂົ້າໄປໃນໂຮງແຮມແຫ່ງນຶ່ງທີ່ນະຄອນຫຼວງຕຣີໂປລີໃນເດືອນມີນາ
ຜ່ານມາເພື່ອບອກພວກນັກຂ່າວຕ່າງປະເທດວ່າ ນາງໄດ້ຖືກຂົ່ມຂືນ ໂດຍທະຫານລັດຖະ
ບານ ໂດຍເວົ້າວ່ານາງໄດ້ຕົກເປັນເປົ້າຍ້ອນວ່ານາງມາຈາກເມືອງ Benghazi. ການກ່າວ
ອ້າງກ່ຽວກັບການຂົ່ມຂືນນາງນັ້ນ ຍັງບໍ່ທັນໄດ້ຮັບການຢືນຢັນຢ່າງເປັນອິດສະຫຼະເທື່ອ.

ເຈົ້າໜ້າທີ່ລີເບຍພາກັນເອີ້ນນາງ Obeidi ຕ່າງໆນາໆວ່າເປັນຄົນຂີ້ເຫຼົ້າ ໂສເພນີແລະຂີ້ລັກ.

XS
SM
MD
LG