ໄດ້ມີການໂຈມຕີຢ່າງນ້ອຍ 3 ຄັ້ງທີ່ສົງໄສວ່າເປັນຂອງ
ອົງການເນໂຕ້ ຕໍ່ເປົ້າໝາຍ ໃນນະຄອນຫຼວງຕຣີໂປລີ
ຂອງລີເບຍ ໃນຕອນເຊົ້າຂອງວັນພະຫັດມື້ນີ້ ຂະນະທີ່
ເຈົ້າໜ້າທີ່ອະວຸໂສອີກຄົນນຶ່ງຂອງລີເບຍໄດ້ຫຼົບໜີອອກ
ຈາກປະເທດແລະປະກາດວ່າ ທ່ານໄດ້ໂຕນໜີຈາກລັດ
ຖະບານຂອງທ່ານ Moammar Gadhafi ແລ້ວ.
ລັດຖະມົນຕີກະຊວງນໍ້າມັນທ່ານ Shurkri Ghanem
ຊຶ່ງເປັນນຶ່ງ ໃນບັນດາເຈົ້າໜ້າທີ່ສຳຄັນໆ ທີ່ໄດ້ປະກາດ
ຕັດຄວາມສຳພັນກັບຜູ້ນຳລີເບຍນັ້ນ ກ່າວທີ່ກຸງໂຣມໃນ
ວັນພຸດວານນີ້ວ່າ ທ່ານໄດ້ລາອອກຈາກໜ້າທີ່ຂອງທ່ານ
ກໍຍ້ອນວ່າ ຄວາມຮຸນແຮງ ແລະການສັງຫານ ຢູ່ໃນປະ
ເທດຂອງທ່ານໄດ້ກາຍເປັນສິ່ງທີ່ບໍ່ສາມາດທົນຕໍ່ໄປໄດ້.
ອົງການຂ່າວ ANSA ຂອງອີຕາລີໄດ້ອ້າງຄຳເວົ້າຂອງ
ທ່ານ Ghanem ທີ່ກ່າວວ່າ ມັນໄດ້ກາຍເປັນເລື່ອງທີ່ ເປັນໄປບໍ່ໄດ້ທີ່ຈະປະຕິບັດໜ້າທີ່ພາຍໃຕ້ສະພາບການດັ່ງກ່າວ ແລະທ່ານ
ໄດ້ລາອອກເພື່ອເຂົ້າຮ່ວມກັບພວກຊາວໜຸ່ມລີເບຍ ໃນການຕໍ່ສູ້ເພື່ອໃຫ້ໄດ້ມາຊຶ່ງປະເທດປະ
ຊາທິປະໄຕ. ທ່ານ Ghanem ເວົ້າວ່າທ່ານຍັງບໍ່ທັນຕັດສິນໃຈເທື່ອວ່າຈະເຂົ້າຮ່ວມກັບພວກ
ກະບົດຕໍ່ຕ້ານທ່ານ Gadhafi ຫຼືບໍ່.
ໃນເດືອນແລ້ວນີ້ເຈົ້າໜ້າທີ່ລີເບຍໄດ້ປະຕິເສດຕໍ່ລາຍງານຂ່າວທີ່ວ່າ ທ່ານ Ghanem ໄດ້
ໂຕນໜີໄປຍັງຕູນີເຊຍໂດຍເວົ້າວ່າ ທ່ານໄດ້ເດີນທາງໄປຍັງຕ່າງປະເທດ ກ່ຽວກັບເລື້ອງວຽກ
ງານ. ການປະກາດຂອງທ່ານທີ່ກຸງໂຣມ ແມ່ນມີຂຶ້ນສອງມື້ຫຼັງຈາກນາຍທະຫານຊັ້ນສູງຂອງ
ລີເບຍ 8 ຄົນໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ທີ່ນັ້ນວ່າ ພວກທ່ານໄດ້ໂຕນໜີຈາກກອງທັບ
ລີເບຍແລະໄດ້ຮຽກຮ້ອງໄປຍັງພວກໝູ່ເພື່ອນນາຍທະຫານດ້ວຍກັນໃຫ້ເຮັດແບບດຽວກັນ.
ນອກນັ້ນ ໃນມື້ວັນພຸດວານນີ້ ຄະນະສືບສວນຂອງອົງການສະຫະປະຊາຊາດ ກ່ຽວກັບບັນ
ຫາຂັດແຍ້ງໃນລີເບຍກ່າວວ່າ ທັງພວກກຳລັງທີ່ຈົງຮັກພັກດີຕໍ່ທ່ານ Gadhafi ແລະພວກ
ກະບົດຕໍ່ຕ້ານລັດຖະບານຕ່າງກໍໄດ້ກໍ່ອາດຊະຍາກຳສົງຄາມ.