ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ ໂຈມຕີໜັກຂຶ້ນ ທີ່ນະຄອນຫຼວງ ຂອງລີເບຍ


ມີການແນມເຫັນຄວັນກຸ້ມຂຶ້ນ ຫຼັງຈາກການໂຈມຕີທາງອາກາດຂອງອົງການເນໂຕ້ ທີ່ນະຄອນຫຼວງຕຣີໂປລີ (17 ມິຖຸນາ 2011)
ມີການແນມເຫັນຄວັນກຸ້ມຂຶ້ນ ຫຼັງຈາກການໂຈມຕີທາງອາກາດຂອງອົງການເນໂຕ້ ທີ່ນະຄອນຫຼວງຕຣີໂປລີ (17 ມິຖຸນາ 2011)

ເຮືອບິນລົບອາຍພົ່ນຂອງອົງການເນໂຕ້ໄດ້ໂຈມຕີເປົ້າໝາຍຕ່າງໆໃກ້ໆກັບບ້ານພັກຂອງຜູ້ນຳ
ລີເບຍ ທ່ານ Moammar Gadhafi ໃນນະຄອນຫຼວງຕຣີໂປລີຫຼັງຈາກລູກຊາຍຂອງທ່ານ
ເວົ້າວ່າ ທ່ານ Gadhafi ເຕັມໃຈທີ່ຈະຈັດໃຫ້ມີການເລືອກຕັ້ງແລະຈະລາອອກຖ້າທ່ານເສຍ
ໄຊ.

ການສະເໜີດັ່ງກ່າວຂອງ Gadhafi ໄດ້ຖືກປະຕິເສດໂດຍພວກກະບົດແລະສະຫະລັດ.

ທ້າວ Saif al-Islam ກ່າວຕໍ່ໜັງສືພິມ Corriere della Sera ຂອງອີຕາລີໃນວັນພະ
ຫັດວານນີ້ວ່າການເລືອກຕັ້ງດັ່ງກ່າວສາມາດຈັດໃຫ້ມີຂຶ້ນໄດ້ພາຍໃນເວລາ 3 ເດືອນແລະ
ຄວາມໂປ່ງໃສສາມາດໄດ້ຮັບການຄໍ້າປະກັນໂດຍພວກນັກສັງເກດການນາໆຊາດ.

ໂຄສົກຄົນນຶ່ງຂອງພວກກະບົດກ່າວຕໍ່ໂທລະພາບ al-Jazeera ວ່າ ວັນເວລາສຳລັບການ
ເລືອກຕັ້ງໄດ້ຜ່ານພົ້ນໄປແລ້ວ ຍ້ອນກຳລັງຂອງພວກເຮົາພວມຢູ່ໃນເຂດຊານເມືອງຂອງນະ
ຄອນຫຼວງຕຣີໂປລີ. ເຈົ້າໜ້າທີ່ຄົນນຶ່ງ ຂອງກະຊວງການຕ່າງປະເທດສະຫະລັດ ກໍບໍ່ໄດ້ໃຫ້
ຄວາມສຳຄັນຫຍັງກ່ຽວກັບເລື່ອງນີ້.

ໃນຕອນເຊົ້າຂອງວັນພະຫັດວານນີ້ທູດພິເສດຂອງຣັດເຊຍທ່ານ Mikhail Margelov ກ່າວ
ຕໍ່ພວກນັກຂ່າວທີ່ນະຄອນຫຼວງຕຣີໂປລີວ່າ ເຈົ້າໜ້າທີ່ລີເບຍໄດ້ໃຫ້ການຄໍ້າປະກັນຕໍ່ທ່ານວ່າ
ການຕິດຕໍ່ໂດຍກົງລະຫວ່າງລັດຖະບານລີເບຍແລະພວກກະບົດທີ່ມີທີ່ໝັ້ນຢູ່ເມືອງ Bengha-
zi ໃນພາກຕາເວັນອອກຂອງລີເບຍນັ້ນ ກຳລັງດຳເນີນໄປຢູ່ໃນເວລານີ້.

ແຕ່ນາຍົກລັດຖະມົນຕີລີເບຍທ່ານ Baghdadi al-Mahmoudi ຢືນຢັດວ່າທ່ານ Gadha-
fi ຈະບໍ່ຍອມກົ້ມຫົວຮັບເອົາ ການກົດດັນຂອງນາໆຊາດທີ່ຈະບັງຄັບໃຫ້ທ່ານສະລະອຳນາດ
ນັ້ນ.

ສຽງລະເບີດຂະໜາດແຮງ ໄດ້ສັ່ນສະເທືອນນະຄອນຫຼວງລີເບຍ ໃນຕອນເດິກຂອງຄືນແລ້ວ
ນີ້. ກ່ອນໜ້ານັ້ນ ກໍໄດ້ມີການໂຈມຕີທາງອາກາດຂອງອົງການເນໂຕ້ຕໍ່ເປົ້າໝາຍຕ່າງໆໃກ້ກັບ
ບ້ານພັກຂອງທ່ານ Gadhafi ທີ່ຄຸ້ມ Bab-al-Aziziya.

ທີ່ກຸງວໍຊິງຕັນລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ໄດ້ກ່າວ
ຫາກຳລັງຮັກສາຄວາມສະຫງົບ ຂອງ Gadhafi ວ່າ ໃຊ້ການຂົ່ມຂືນສຳເລົາແລະຄວາມຮຸນ
ແຮງຕໍ່ພວກແມ່ຍິງເປັນເຄື່ອງມືໃນການເຮັດສົງຄາມ.

XS
SM
MD
LG