ເຮືອບິນລົບອາຍພົ່ນຂອງອົງການເນໂຕ້ໄດ້ຖິ້ມລະເບີດໂຈມຕີບໍລິເວນໃກ້ໆບ້ານພັກຂອງຜູ້ນຳ
ລີເບຍທ່ານ Moammar Gadhafi ໃນນະຄອນຫຼວງຕຣີໂປລີໃນຕອນເຊົ້າມືດຂອງວັນພະ
ຫັດມື້ນີ້.
ສຽງລະເບີດຂະໜາດແຮງທີ່ດັງຂຶ້ນເປັນລຳດັບໄດ້ສັ່ນສະເທືອນນະຄອນຫຼວງຂອງລີເບຍແລະ
ມີການແນມເຫັນຄວັນກຸ້ມຂຶ້ນ ຈາກຄຸ້ມ Bab-al-Aziziya ທີ່ຢູ່ໃກ້ໆບ້ານພັກຂອງທ່ານ Ga-
dhafi.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າລະເບີດໄດ້ຕົກໃສ່ບ່ອນໃດແທ້ແລະກໍຍັງບໍ່ທັນມີລາຍງານຂ່າວ
ໃດໆກ່ຽວກັບຜູ້ບາດເຈັບລົ້ມຕາຍ.
ເຮືອບິນລົບຂອງອົງການເນໂຕ້ ໄດ້ໂຈມຕີຊໍ້າແລ້ວຊໍ້າອີກ ຕໍ່ບໍລິເວນໃກ້ໆບ້ານພັກຂອງທ່ານ
Gadhafi ບ່ອນທີ່ໄດ້ມີການຈັດການໂຮມຊຸມນຸມຂຶ້ນເປັນປະຈໍາທຸກໆຄືນເພື່ອສະໜັບສະໜຸນ
ທ່ານ Gadhafi ທີ່ໄດ້ປົກຄອງປະເທດມາເປັນເວລາດົນ ກວ່າ 4 ທົດສະວັດແລ້ວນັ້ນ.
ໃນຕອນເຊົ້າຂອງວັນພຸດວານນີ້ ກຳລັງທີ່ຈົງຮັກພັກດີຕໍ່ຜູ້ນຳລີເບຍ ໄດ້ຍິງຖະຫຼົ່ມທີ່ຕັ້ງຂອງ
ພວກກະບົດໃນເຂດພູຜາທາງພາກຕາເວັນຕົກຂອງປະເທດ.
ຂະນະດຽວກັນພວກກະບົດໄດ້ບຸກຄືບໜ້າຈາກເມືອງທ່າ Misrata ໄປຍັງເມືອງ Zlitan ຊຶ່ງ
ຕັ້ງຫ່າງຈາກນະຄອນຫຼວງຕຣີໂປລີ ໄປທາງກໍ້າຕາເວັນອອກປະມານ 135 ຫຼັກກິໂລແມັດ.