ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

22 ຄົນເສຍຊີວິດ ໃນການຍິງໂຈມຕີ ເມືອງ Misrata


ນາຍແພດລີເບຍແລະພວກນັກລົບກະບົດຊ່ອຍກັນຫາມນັກລົບຄົນນຶ່ງ ທີ່ໄດ້ຮັບບາດເຈັບທີ່ໂຮງໝໍສະໜາມແຫ່ງນຶ່ງ ໃກ້ໆເຂດແນວໜ້າ ທາງກໍ້າຕາເວັນຕົກຂອງເມືອງ Misrata (10 ມິຖຸນາ 2011)
ນາຍແພດລີເບຍແລະພວກນັກລົບກະບົດຊ່ອຍກັນຫາມນັກລົບຄົນນຶ່ງ ທີ່ໄດ້ຮັບບາດເຈັບທີ່ໂຮງໝໍສະໜາມແຫ່ງນຶ່ງ ໃກ້ໆເຂດແນວໜ້າ ທາງກໍ້າຕາເວັນຕົກຂອງເມືອງ Misrata (10 ມິຖຸນາ 2011)

ກຳລັງທີ່ຈົງຮັກພັກດີຕໍ່ຜູ້ນຳລີເບຍ ທ່ານ Moammar
Gadhafi ໄດ້ຍິງຖະຫຼົ່ມເມືອງ Misrata ທີ່ພວກກະ
ບົດຄວບຄຸມຢູ່ ໃນມື້ວັນສຸກວານນີ້ ເຮັດໃຫ້ມີຜູ້ເສຍຊີ
ວິດຢ່າງນ້ອຍ 22 ຄົນແລະໄດ້ຮັບບາດເຈັບອີກຫຼາຍ
ສິບຄົນອີງຕາມລາຍງານ ຂອງທ່ານໝໍຄົນນຶ່ງ.

ພວກທີ່ເຫັນເຫດການ ເວົ້າວ່າ ກຳລັງທີ່ຈົງຮັກພັກດີຕໍ່
Gadhafi ໄດ້ໃຊ້ລົດຖັງ ປືນໃຫຍ່ ແລະຈະຫຼວດໄຟ
ຍິງໂຈມຕີໃນຄວາມພະຍາຍາມເພື່ອຢາກຈະເຂົ້າຄວບ
ຄຸມ ຫົວເມືອງສຳຄັນດັ່ງກ່າວ ຊຶ່ງເປັນນຶ່ງໃນຈຳນວນ
ທີ່ໝັ້ນບໍ່ເທົ່າໃດແຫ່ງຂອງພວກກະບົດ ຢູ່ໃນເຂດພາກ
ຕາເວັນຕົກຂອງລີເບຍ.

ຂະນະດຽວກັນ ການໂຈມຕີທາງອາກາດຂອງອົງການເນໂຕ້ ໄດ້ເຮັດໃຫ້ມີຄວັນກຸ້ມຂຶ້ນທີ່ນະ
ຄອນຫຼວງຕຣີໂປລີ ປະມານ 200 ຫຼັກກິໂລແມັດຫ່າງຈາກເມືອງ Misrata ໄປທາງທິດຕາ
ເວັນຕົກໃນການສືບຕໍ່ດຳເນີນຄວາມພະຍາຍາມເພີ່ມຂຶ້ນເພື່ອບັງຄັບໃຫ້ທ່ານ Gadhafi ສະ
ຫຼະອຳນາດ.

ຍັງບໍ່ມີຮ່ອງຮອຍໃດໆສະແດງໃຫ້ເຫັນວ່າທ່ານ Gadhafi ຈະລົງຈາກອຳນາດເທື່ອແຕ່ນາ
ຍົກລັດຖະມົນຕີເຕີກກີທ່ານ Recep Tayyip Erdogan ກ່າວວ່າ ລັດຖະບານຂອງທ່ານ
ໄດ້ສະເໜີໃຫ້ການຄໍ້າປະກັນ ຖ້າຜູ້ນຳລີເບຍຫາກພ້ອມແລ້ວ ທີ່ຈະເດີນທາງອອກຈາກປະ
ເທດ.

ນາຍົກລັດຖະມົນຕີເຕີກກີ ບໍ່ໄດ້ກ່າວຢ່າງສະເພາະເຈາະຈົງ ກ່ຽວກັບລັກສະນະຂອງການຄໍ້າ
ປະກັນແຕ່ທ່ານກໍເວົ້າວ່າ ເຕີກກີຈະຊ່ອຍທ່ານ Gadhafi ເດີນທາງໄປຍັງບ່ອນທີ່ທ່ານປາດ
ຖະໜາ. ທ່ານ Erdogan ເວົ້າວ່າ ທ່ານກຳລັງລໍຮັບຟັງຄຳຕອບຈາກຕຣີໂປລີຢູ່.

XS
SM
MD
LG