ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດເຂົ້າຢຶດ 2 ເມືອງ ໃກ້ນະຄອນຫຼວງລີເບຍ (ເບິ່ງວີດີໂອ)


ພວກປະທ້ວງຊາວລີເບຍ ໂຮມຊຸມນຸມຕໍ່ຕ້ານທ່ານ Gadhafi ທີ່ເມືອງ Misrata (6 ກໍລະກົດ 2011)
ພວກປະທ້ວງຊາວລີເບຍ ໂຮມຊຸມນຸມຕໍ່ຕ້ານທ່ານ Gadhafi ທີ່ເມືອງ Misrata (6 ກໍລະກົດ 2011)

ພວກກະບົດລີເບຍ ໄດ້ເຂົ້າຢຶດຫົວເມືອງນ້ອຍໆ 2 ແຫ່ງຢູ່ທາງທິດໃຕ້ຂອງນະຄອນຫຼວງ
ຕຣີໂປລີ ໃນການສູ້ລົບເປັນເວລາ 6 ຊົ່ວໂມງ ກັບກຳລັງທີ່ຈົງຮັກພັກດີຕໍ່ຜູ້ນຳລີເບຍທ່ານ
Muammar Gadhafi ຂະນະທີ່ພວກນັກລົບຝ່າຍຄ້ານທີ່ຢູ່ທາງກໍ້າຕາເວັນອອກຂອງນະ
ຄອນຫຼວງລີເບຍໄດ້ຮັບການສູນເສຍຢ່າງໜັກ ໃນການປະທະກັນ ກັບທະຫານຝ່າຍລັດຖະ
ບານ.

ກອງກຳລັງຂອງພວກກະບົດ ກ່າວໃນມື້ວັນພຸດວານນີ້ວ່າ ຕົນໄດ້ເຂົ້າຄວບຄຸມ ເມືອງ al-
Qawalish ແລະເມືອງ Kikla ຊຶ່ງທັງສອງຫົວເມືອງນັ້ນ​ແມ່ນຕັ້ງຢູ່ໃນລັດສະໝີ 100 ຫຼັກ
ກິໂລແມັດຫ່າງຈາກນະຄອນຫຼວງຕຣີໂປລີທີ່ໝັ້ນຂອງທ່ານ Gadhafi ນັ້ນ.

ນອກນັ້ນ ພວກກະບົດຍັງໄດ້ບຸກຄືບໜ້າຈາກທີ່ໝັ້ນຂອງພວກເຂົາເຈົ້າໃນເມືອງ Misrata
ໄປຍັງເມືອງ Zlitan ແຕ່ໄດ້ຖືກຍິງໂຈມຕີຢ່າງໜັກຈາກປືນໃຫຍ່. ພວກນາຍໝໍກ່າວວ່າມີ
ພວກກະບົດຢ່າງນ້ອຍ 14 ຄົນເສຍຊີວິດແລະອີກ 30 ຄົນໄດ້ຮັບບາດເຈັບ ໃນການສູ້ລົບ ກັນໃກ້ໆເມືອງດັ່ງກ່າວໃນວັນພຸດວານນີ້.

(ເບິ່ງວີດີໂອ ກ່ຽວກັບພວກເດັກນ້ອຍລີເບຍ)

XS
SM
MD
LG