ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ບັນຊາການຝ່າຍກະບົດ ຖືກຍິງຕາຍໃນລີເບຍ


ຜູ້ບັນຊາການກຳລັງກະບົດໃນລີເບຍ ທ່ານ Abdel Fattah Younes ໃນກອງປະຊຸມຖະແຫຼງຂ່າວທີ່ເມືອງ Benghazi ເມື່ອວັນທີ 5 ເມສາ 2011)
ຜູ້ບັນຊາການກຳລັງກະບົດໃນລີເບຍ ທ່ານ Abdel Fattah Younes ໃນກອງປະຊຸມຖະແຫຼງຂ່າວທີ່ເມືອງ Benghazi ເມື່ອວັນທີ 5 ເມສາ 2011)

ສະພາຂອງພວກກະບົດລີເບຍກ່າວວ່າ ຜູ້ບັນຊາການທະຫານສູງສຸດຂອງຝ່າຍກະບົດທ່ານ
Abdel Fattah Younes ແລະຜູ້ຊ່ອຍຂອງທ່ານ 2 ຄົນໄດ້ຖືກຍິງຕາຍໂດຍມີປືນທີ່ບໍ່ຊາບ
ຝ່າຍ.

ທ່ານ Mustafa Abdel Jalil ຫົວໜ້າສະພາໄລຍະຂ້າມຜ່ານແຫ່ງຊາດຂອງ ພວກກະບົດ
ລີເບຍ ກ່າວໃນວັນພະຫັດວານນີ້ວ່າ ທ່ານ Younes ແລະຜູ້ຊ່ອຍຂອງທ່ານສອງຄົນ ຊຶ່ງ
ຕ່າງກໍມີຍົດເປັນພັນເອກໄດ້ຖືກສັງຫານກ່ອນເດີນທາງໄປຮອດເພື່ອສອບປາກຄຳໂດຍຄະ ນະກຳມະການດ້ານຕຸລາການຂອງພວກຝ່າຍຄ້ານທີ່ຮັບຟັງຄຳໃຫ້ການກ່ຽວກັບເລື່ອງທະ
ຫານນັ້ນ.

ທ່ານເວົ້າວ່າ ຫົວໜ້າກຸ່ມກຳລັງປະກອບອາວຸດ ທີ່ໄດ້ສັງຫານບຸກຄົນທັງ 3 ຖືກຈັບໂຕໄວ້
ແລ້ວ.

ທ່ານ Jalil ບໍ່ໄດ້ໃຫ້ຮ່ອງຮອຍໃດໆເລີຍວ່າ ກຸ່ມໃດທີ່ທ່ານຄິດວ່າເປັນຜູ້ຢູ່ເບື້ອງຫຼັງການ
ໂຈມຕີ. ແຕ່ທ່ານໄດ້ຮຽກຮ້ອງໃຫ້ກຳລັງຂອງພວກກະບົດບໍ່ໃຫ້ເອົາຫົວຊາຕໍ່ການດຳເນີນ
ຄວາມພະຍາຍາມຂອງລັດຖະບານ ທ່ານ Moammar Gadhafi ທີ່ຈະທັບມ້າງຄວາມສາ
ມັກຄີຂອງພວກກະບົດ.

ນອກນັ້ນແລ້ວທ່ານຍັງໄດ້ເຕືອນກຸ່ມອັນທະພານປະກອບອາວຸດຢູ່ຕາມຫົວເມືອງຕ່າງໆ
ໃນເຂດຄວບຄຸມຂອງພວກກະບົດໂດຍເວົ້າວ່າ ພວກເຂົາເຈົ້າຕ້ອງໄດ້ເຂົ້າຮ່ວມສົມທົບໃນ
ການຕໍ່ສູ້ຕ້ານທ່ານ Gadhafi ຫຼືບໍ່ດັ່ງນັ້ນ ກໍສ່ຽງຕໍ່ການຖືກຈັບໂດຍກຳລັງຮັກສາຄວາມ
ສະຫງົບ.

ສອງສາມຊົ່ວໂມງກ່ອນໜ້ານັ້ນ ພວກກະບົດເວົ້າວ່າ ຕົນໄດ້ຈັບທ່ານ Younes ໃນຖານ
ສົງໄສວ່າຄອບຄົວຂອງທ່ານ ອາດຍັງມີຄວາມສຳພັນກັບກຸ່ມວົງໃນຂອງ ທ່ານ Gadhafi
ຢູ່.

ທ່ານ Younes ເຄີຍເປັນລັດຖະມົນຕີກະຊວງພາຍໃນຂອງທ່ານ Gadhafi ແລະເປັນນຶ່ງ
ໃນບັນດາຄົນທີ່ໄວ້ໃຈໄດ້ໃກ້ຊິດທີ່ສຸດກ່ອນຈະໂຕນໜີແບບບໍ່ຄາດ ຝັນໄປຮ່ວມພວກຝ່າຍ
ຄ້ານໃນຕອນຕົ້ນໆຂອງການລຸກຮືຂຶ້ນທີ່ເລີ່ມມາຕັ້ງແຕ່ເດືອນກຸມພາ.

ທ່ານເປັນສ່ວນນຶ່ງຂອງກຸ່ມທີ່ພົວພັນໃນການກໍ່ລັດຖະປະຫານໃນປີ 1969 ທີ່ນຳເອົາທ່ານ
Gadhafi ເຂົ້າມາກຳອຳນາດນັ້ນ.

ທ່ານ Jalil ເອີ້ນທ່ານ Younes ວ່າ ເປັນນຶ່ງໃນບັນດາວິລະຊົນຂອງການປະຕິວັດໃນວັນ
ທີ 17 ກຸມພາ. ທ່ານກ່າວວ່າ ພວກກະບົດຈະທຳການໄວ້ທຸກເປັນເວລາ 3 ມື້ໃຫ້ແກ່ທ່ານ
Younes ລຸນຫຼັງການເສຍຊີວິດຂອງທ່ານແລະປະກາດວ່າ ກຳລັງຂອງທ່ານຈະສືບຕໍ່ການ
ສູ້ລົບເພື່ອໂຄ່ນລົ້ມລັດຖະບານ Gadhafi.

XS
SM
MD
LG