ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂົ່ມຂູ່ຂອງລີເບຍ ຈະບໍ່ຢັບຢັ້ງການໂຈມຕີ ຂອງເນໂຕ້


People line up outside a branch of Cyprus' Housing Finance Corporation, a state-run bank that mainly helps low and middle income people, in capital Nicosia, March 29, 2013.
People line up outside a branch of Cyprus' Housing Finance Corporation, a state-run bank that mainly helps low and middle income people, in capital Nicosia, March 29, 2013.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ກ່າວວ່າອົງການເນໂຕ້
ຈະບໍ່ປ່ອຍໃຫ້ການຂົ່ມຂູ່ຂອງຜູ້ນຳລີເບຍທ່ານ Moammar Gadhafi ຢັບຢັ້ງການປະຕິບັດ
ພາລະກິດຂອງເນໂຕ້ຢູ່ໃນປະເທດດັ່ງກ່າວ.

ທ່ານນາງ Clinton ໃຫ້ທັດສະນະດັ່ງກ່າວໃນລະຫວ່າງການຢ້ຽມຢາມປະເທດສະເປນໃນວັນ
ເສົາມື້ນີ້.

ຜູ້ນຳຂອງລີເບຍໄດ້ຂົ່ມຂູ່ໃນມື້ວັນສຸກວານນີ້ວ່າ ອົງການເນໂຕ້ຈະປະເຊີນກັບຜົນທີ່ຈະຕິດ
ຕາມມາ ຖ້າກຳລັງປະສົມຫາກບໍ່ຢຸດເຊົາການໂຈມຕີທາງອາກາດຕໍ່ລີເບຍ.

ທ່ານ Gadhafi ໄດ້ທຳການເຕືອນ ໃນຄຳຖະແຫຼງ ທີ່ນຳໄປເປີດຢູ່ບ່ອນໂຮມຊຸມນຸມຂອງ
ພວກສະໜັບສະໜຸນທ່ານຈຳນວນຫຼາຍພັນຄົນ ທີ່ຈະຕຸລັດໃຫຍ່ໃນນະຄອນຫຼວງຕຣີໂປລີ.

ນະຄອນຫຼວງຂອງລີເບຍ ແມ່ນສູນກາງເຂດຄວບຄຸມຂອງພັກເອກ Gadhafi ແລະໄດ້ຕົກ
ເປັນເປົ້າໃນການໂຈມຕີທາງອາກາດຂອງກຳລັງປະສົມ ຕໍ່ກຳລັງນິຍົມລັດຖະບານລີເບຍ.

ໃນມື້ວັນຈັນຜ່ານມານີ້ສານອາຍານາໆຊາດໄດ້ອອກໝາຍຈັບພັນເອກ Gadhafi ລູກຊາຍ
ຂອງທ່ານ ແລະຫົວໜ້າສືບລັບຂອງລີເບຍ ທີ່ຖືກກ່າວຫາວ່າເປັນຜູ້ວາງແຜນການສັງຫານ
ພົນລະເຮືອນ ໃນລະຫວ່າງທີ່ມີການປະທ້ວງເປັນເວລາຫຼາຍໆເດືອນນັ້ນ.

XS
SM
MD
LG