ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດລີເບຍ ຕີເມືອງເບຣກ້າ ແຕກແລ້ວ


Makaman da aka kama a Kano, Nigeria
Makaman da aka kama a Kano, Nigeria

ພວກກະບົດໃນລີເບຍ ກ່າວວ່າ ກຳລັງຂອງຕົນໄດ້ຕີເມືອງເບຣກ້າ ຊຶ່ງເປັນຫົວເມືອງຍຸດທະ
ສາດແຕກໃນຄືນແລ້ວນີ້ຫຼັງຈາກຫຼາຍໆສິບປະເທດໄດ້ໃຫ້ການສະໜັບສະໜຸນເພີ່ມຂຶ້ນທາງ ດ້ານການເມືອງແກ່ພວກກະບົດໂດຍຮັບຮູ້ສະພາໄລຍະຂ້າມຜ່ານແຫ່ງຊາດຂອງພວກກະບົດ ເປັນອຳນາດການປົກຄອງທີ່ຖືກຕ້ອງຊອບທຳຢູ່ໃນລີເບຍ.

ພວກກະບົດລີເບຍກ່າວໃນວັນເສົາມື້ນີ້ວ່າ ກຳລັງຂອງຕົນໄດ້ບຸກເຂົ້າໄປໃນເມືອງເບຣກ້າຊຶ່ງ ເປັນຫົວເມືອງຍຸດທະສາດນໍ້າມັນໃນເຂດແນວໜ້າແລະໄດ້ກະກຽມທີ່ຈະບຸກໂຈມຕີຕໍ່ໃນຕອນ
ແລງຂອງມື້ນີ້. ພວກເຂົາເຈົ້າ ໄດ້ລາຍງານໃຫ້ຊາບ ກ່ຽວກັບການບາດເຈັບລົ້ມຕາຍຈຳນວນ
ນຶ່ງຈາກການສູ້ລົບກັນເມື່ອໄວໆມານີ້.

ການສູ້ລົບໄດ້ລະເບີດຂຶ້ນຂະນະທີ່ 30 ກວ່າປະເທດຮວມທັງສະຫະລັດໃຫ້ການຮັບຮູ້ສະພາ
ໄລຍະຂ້າມຜ່ານແຫ່ງຊາດຂອງພວກກະບົດລີເບຍໃນມື້ວັນສຸກວານນີ້ແລະປະກາດວ່າຜູ້ນຳ
ລີເບຍທ່ານ Moammar Gadhafi ປົກຄອງປະເທດບໍ່ຖືກຕ້ອງຕາມກົດໝາຍ.

ບັນດາປະເທດຕາເວັນຕົກແລະມະຫາອຳນາດໃນພູມີພາກໄດ້ທຳການປະກາດດັ່ງກ່າວທີ່ນະ
ຄອນອິສຕັນບູລ ປະເທດເຕີກກີຂະນະທີ່ຜູ້ຕາງໜ້າຂອງປະເທດເຫຼົ່ານີ້ພົບປະກັນເພື່ອຮ່າງ
ແຜນຍຸດທະສາດເສີມຂະຍາຍຄວາມເຂັ້ມແຂງໃຫ້ແກ່ພວກຝ່າຍຄ້ານລີເບຍສຳລັບຂັບໄລ່ທ່ານ
Gadhafi ທີ່ປົກຄອງປະເທດມາໄດ້ 42 ປີແລ້ວນັ້ນລົງອອກຈາກອຳນາດ.

ທ່ານ Gadhafi ບໍ່ໄດ້ໃຫ້ຄວາມສຳຄັນໃດໆກ່ຽວກັບການຮັບຮູ້ທາງດ້ານການທູດຕໍ່ພວກ
ກະບົດ ໃນຄຳປາໄສທີ່ອອກອາກາດໃຫ້ພວກສະໜັບສະໜຸນຫຼາຍພັນຄົນໄດ້ຟັງ ທີ່ເມືອງ
Zlitan.

XS
SM
MD
LG