ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະຜູ້ຕາງໜ້າ ກຸ່ມປະສານງານລີເບຍ ພົບປະກັນ ທີ່ເຕີກກີ


ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton (ທີ 2 ຈາກຂວາ) ລັດຖະມົນຕີການຕ່າງ ປະເທດອັງກິດທ່ານ William Hague (ຂວາ) ລັດຖະມົນຕີການຕ່າງປະເທດເຕີກກີທ່ານ Ahmet Davutoglu ແລະລັດຖະມົນຕີການຕ່າງປະເທດສະຫະລັດອາຣັບເອເມີເຣັດທ່ານ Abdullah bin Zayed Al Nahyan ເຂົ້າ
ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton (ທີ 2 ຈາກຂວາ) ລັດຖະມົນຕີການຕ່າງ ປະເທດອັງກິດທ່ານ William Hague (ຂວາ) ລັດຖະມົນຕີການຕ່າງປະເທດເຕີກກີທ່ານ Ahmet Davutoglu ແລະລັດຖະມົນຕີການຕ່າງປະເທດສະຫະລັດອາຣັບເອເມີເຣັດທ່ານ Abdullah bin Zayed Al Nahyan ເຂົ້າ

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ພວມຢູ່ທີ່ປະ
ເທດເຕີກກີ ເພື່ອເຂົ້າຮ່ວມການເຈລະຈາຫາລືຂອງນາໆຊາດ ກ່ຽວກັບລີເບຍ ຊຶ່ງຄາດວ່າຈະ ເສີມຂະຫຍາຍຄວາມສຳພັນຂອງວໍຊິງຕັນ ກັບກຳລັງຝ່າຍຄ້ານທີ່ພວມຕໍ່ສູ້ເພື່ອໂຄ່ນລົ້ມຜູ້ນຳ
ລີເບຍທ່ານ Moammar Gadhafi ຢູ່ນັ້ນ.

ຄະນະຜູ້ຕາງໜ້າຂອງກຸ່ມປະສານງານຕິດຕໍ່ກ່ຽວກັບລີເບຍ ຈະວາງແຜນການໃນວັນສຸກມື້ນີ້ ເພື່ອໃຫ້ຄວາມສະໜັບສະໜຸນເພີ່ມຂຶ້ນແກ່ສະພາໄລຍະຂ້າມຜ່ານແຫ່ງຊາດຂອງພວກກະບົດ
ລີເບຍ.

ເຈົ້າໜ້າທີ່ອະວຸໂສຂອງສະຫະລັດທີ່ເດີນທາງໄປນຳທ່ານນາງ Clinton ກ່າວວ່າ ວໍຊິງຕັນຈະ
ເສີມຂະຫຍາຍຄວາມສຳພັນ ກັບສະພາໄລຍະຂ້າມຜ່ານແຫ່ງຊາດ ຫຼັງຈາກສະພາດັ່ງກ່າວນຳ
ສະເໜີແຜນການເພື່ອຈັດຕັ້ງລັດຖະບານທີ່ເປັນປະຊາທິປະໄຕ ມີຄວາມໂປ່ງໃສ ແລະມີຫຼາຍ
ພັກຝ່າຍເຂົ້າຮ່ວມ ຢູ່ທີ່ກອງປະຊຸມໃນວັນສຸກມື້ນີ້.

ການເຈລະຈາຫາລືທີ່ວ່ານີ້ ມີຂຶ້ນຂະນະທີ່ພວກກະບົດພວມບຸກຄືບໜ້າເຂົ້າໄປໃກ້ທີ່ໝັ້ນຂອງ
ທ່ານ Gadhafi ໃນນະຄອນຫຼວງຕຣີໂປລີ.

ໃນວັນພະຫັດວານນີ້ ກຳລັງຂອງພວກກະບົດໄດ້ໂຈມຕີເມືອງເບຣກາຫົວເມືອງຍຸດທະສາດ
ສູນກາງນໍ້າມັນ ທີ່ລັດຖະບານຍັງຄວບຄຸມ ຢູ່ພາກຕາເວັນອອກຂອງປະເທດ.

ແຫຼ່ງຂ່າວທາງດ້ານການແພດຈາກເມືອງ Ajdabiya ທີ່ຕັ້ງຢູ່ໃກ້ຄຽງແຈ້ງໃຫ້ຊາບວ່າ ມີພວກ
ກະບົດຄົນນຶ່ງເສຍຊີວິດ ແລະອີກ 5 ຄົໄດ້ຮັບບາດເຈັບ ໃນການປະທະກັນ ຂະນະທີ່ມີລາຍ
ງານ ວ່າພວກນັກລົບຝ່າຍກະບົດໄດ້ບຸກຄືບໜ້າ ກາຍເຂດແນວໜ້າຂອງຕົນເປັນເທື່ອທຳອິດ
ໃນຮອບຫຼາຍໆອາທິດ.

XS
SM
MD
LG