ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດສະໜັບສະໜຸນ ການໄກ່ເກ່ຍຂອງຣັດເຊຍ ໃນລີເບຍ


ພວກນັກລົບກະບົດພວມເຂົ້າໄປໃນເມືອງ Al-Qawalish ຫຼັງຈາກໄດ້ສູ້ລົບຍາດເອົາມາຈາກກຳລັງທີ່ຈົງຮັກພັກດີ ຕໍ່ຜູ້ນຳລີເບຍ ທ່ານ Moammar Gadhafi (6 ກໍລະກົດ 2011)
ພວກນັກລົບກະບົດພວມເຂົ້າໄປໃນເມືອງ Al-Qawalish ຫຼັງຈາກໄດ້ສູ້ລົບຍາດເອົາມາຈາກກຳລັງທີ່ຈົງຮັກພັກດີ ຕໍ່ຜູ້ນຳລີເບຍ ທ່ານ Moammar Gadhafi (6 ກໍລະກົດ 2011)

ສະຫະລັດກ່າວວ່າ ຕົນພວມກະກຽມທີ່ຈະໃຫ້ການສະໜັບສະໜຸນຕໍ່ການດຳເນີນຄວາມພະ
ຍາຍາມຂອງຣັດເຊຍເພື່ອທຳການໄກ່ເກ່ຍຢູ່ໃນປະເທດລີເບຍຂະນະທີ່ຝຣັ່ງສະ​ແດງຄວາມ
ຜິດຫວັງນໍາການບໍ່ມີຄວາມກ້າວໜ້າ​ໃນ​ການບັນລຸຂໍ້ຕົກລົງທາງດ້ານການເມືອງຕໍ່ວິກິດການ
ດັ່ງກ່າວ.

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ປະທາ
ນາທິບໍດີຣັດເຊຍ ທ່ານ Dmitri Medvedev ກ່ຽວກັບການດຳເນີນຄວາມພະຍາຍາມຂອງ
ຣັດ​ເຊຍຢູ່ໃນລີເບຍແລະເວົ້າວ່າສະຫະລັດສະໜັບສະໜຸນການເຈລະຈາທີ່ຈະນຳພາໄປສູ່ການ
ຫັນປ່ຽນໄປສູ່ປະຊາທິປະໄຕ ແລະການສະລະອຳນາດຂອງຜູ້ນຳລີເບຍ ທ່ານ Moammar
Gadhafi ນັ້ນ.

ທ່ານ Medvedev ໄດ້ຮ່ວມສົມທົບກັບບັນດາຜູ້ນຳ ຂອງປະເທດຕາເວັນຕົກ ໃນ​ການຮຽກ
ຮ້ອງໃຫ້ທ່ານ Gadhafi ສະລະອຳນາດ ແລະທູດພິເສດຂອງຣັດເຊຍ ໄດ້ເດີນທາງໄປຍັງລີ
ເບຍເພື່ອພົບປະກັບບັນດາຜູ້ຕາງໜ້າຂອງລັດຖະບານແລະ ພວກກະບົດທີ່ນັ້ນ.

ຣັດເຊຍບໍ່ໄດ້ອອກສຽງ ໃນການລົງຄະແນນສຽງ ກ່ຽວກັບຍັດຕິຂອງສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດໃນຕົ້ນປີນີ້ທີ່ອະນຸມັດໃຫ້ນາໆຊາດ​ເຂົ້າ​ໄປພົວພັນຢູ່ໃນປະເທດລີ
ເບຍ ແລະນັບແຕ່ນັ້ນມາກໍໄດ້ຕຳໜິຕິຕຽນກ່ຽວກັບຂອບເຂດແລະຄວາມຕັ້ງໃຈໃນການຖິ້ມ
ລະເບີດໂຈມຕີພາຍໃຕ້ການນຳຂອງອົງການເນໂຕ້.

ຂະນະ​ດຽວ​ກັນລັດຖະມົນຕີການຕ່າງປະເທດຝຣັ່ງທ່ານ Alain Juppe ກ່າວຕໍ່ວິທະຍຸຝຣັ່ງ
ໃນວັນອັງຄານມື້ນີ້ວ່າ ລັດຖະບານລີເບຍໄດ້ສົ່ງທູດພິເສດໄປຍັງຫຼາຍໆປະເທດເພື່ອແຈ້ງໃຫ້
ຊາບວ່າຜູ້ນຳຂອງລີເບຍພ້ອມແລ້ວທີ່ຈະສະລະອຳນາດ.

ຝຣັ່ງກ່າວວ່າ ຕົນໄດ້ສົ່ງສານໄປຍັງລັດຖະບານລີເບຍເວົ້າວ່າທ່ານ Gadhafi ຕ້ອງໄດ້ສະລະ
ອຳນາດ ອັນເປັນພາກສ່ວນນຶ່ງ ໃນການແກ້ໄຂທາງດ້ານການເມືອງ ຕໍ່ບັນຫາຂັດແຍ້ງທີ່ດຳ
ເນີນມາເປັນເວລາ 5 ເດືອນ ໂດຍທີ່ກຳລັງຂອງພວກຝ່າຍຄ້ານພວມທຳການສູ້ລົບເພື່ອໂຄ່ນ
ລົ້ມການປົກຄອງທີ່ດຳເນີນມາເປັນເວລາ 42 ປີຂອງຜູ້ກ່ຽວ.

ນອກນັ້ນ ຝຣັ່ງຍັງໄດ້ໃຫ້ການຊ່ອຍເຫຼືອໂດຍກົງ ຕໍ່ພວກກະບົດລີເບຍແລະປະກອບສ່ວນ
ເຂົ້າຮ່ວມການໂຈມຕີທາງອາກາດຂອງອົງການເນໂຕ້ຕໍ່ກຳລັງຂອງລັດຖະບານລີເບຍ. ແຕ່
ຍ້ອນມີຄວາມ​ເປັນ​ຫ່ວງກ່ຽວກັບຄ່າໃຊ້ຈ່າຍທີ່ເພີ່ມທະວີຂຶ້ນກ່ຽວກັບການປະຕິບັດງານທາງ
ທະຫານນັ້ນ ຝຣັ່ງຈຶ່ງຢາກໃຫ້ພວກນັກລົບຝ່າຍຄ້ານດຳເນີນການເພີ່ມຕື່ມເພື່ອຜະເດັດເສິກ ໃນບັນຫາຂັດແຂ້ງດັ່ງກ່າວ.

XS
SM
MD
LG