ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ ຂອງ ​ສຫລ ສັງຫານ ​ນັກ​ລົບ​ ກຸ່ມ​ລັດ​ອິສລາມ ຫຼາຍຄົນ ຢູ່ລີເບຍ


 ພາບຖ່າຍໃນວັນທີ 4 ສິງຫາ, 2017 ສະແດງໃຫ້ເຫັນວ່າ ທະຫານຂອງກອງທັບລັດຖະບານລີເບຍ ທີ່ໄດ້ຮັບການໜຸນຫລັງຈາກສະຫະປະຊາຊາດ ພາກັນລາດຕະເວນ ເພື່ອປ້ອງກັນບໍ່ໃຫ້ກຸ່ມລັດອິສລາມ ກັບຄືນມາຢູ່ໃນເຂດອ້ອມແອ້ມເມືອງ Sirte ຂອງລີເບຍນັ້ນອີກ.
ພາບຖ່າຍໃນວັນທີ 4 ສິງຫາ, 2017 ສະແດງໃຫ້ເຫັນວ່າ ທະຫານຂອງກອງທັບລັດຖະບານລີເບຍ ທີ່ໄດ້ຮັບການໜຸນຫລັງຈາກສະຫະປະຊາຊາດ ພາກັນລາດຕະເວນ ເພື່ອປ້ອງກັນບໍ່ໃຫ້ກຸ່ມລັດອິສລາມ ກັບຄືນມາຢູ່ໃນເຂດອ້ອມແອ້ມເມືອງ Sirte ຂອງລີເບຍນັ້ນອີກ.

ການ​ໂຈມ​ຕີ​ທາງ​ອາກາດຂອງ​ສະຫະລັດ ​ໄດ້​ສັງຫານ​ຊີວິດ​ຂອງ​ນັກ​ລົບ​ກຸ່ມ​ລັດ​ອິສລາມ ຫລື IS ​ເພີ້ມອີກຢູ່​ໃນ​ປະ​ເທດ​ລີ​ເບຍ ຊຶ່ງ​ເປັນ​ການ​ໂຈມ​ຕີ​ແບບດຽວກັນ​ນີ້ຄັ້ງທີສອງ ​ໃນ​ປະ​ເທດ​ທີ່ຢູ່​ທາງ​ພາກ​ເໜືອຂອງ​ທະວີບອາ​ຟຣິກາ​ແຫ່ງ​ນີ້ ​ໃນ​ໄລຍະ​ບໍ່ຮອດ​ນຶ່ງ​ອາທິດຜ່ານ​ມາ.

ກອງ​ບັນຊາ​ການກຳລັງ​ສະຫະລັດ​ໃນອາ​ຟຣິກາທີ່​ຮັບຜິດຊອບ​ໃນ​ການ​ປະຕິບັດງານ​ຂອງ​ທະ ຫານ​ອາ​ເມຣິກາຢູ່​ໃນ​ທະວີບ​ດັ່ງກ່າວ ​ໄດ້​ປະກາດ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ​ໃນ​ວັນ​ພະ ຫັດ​ວານ​ນີ້ວ່າ "ໂດຍ​ມີການ​ປະສານ​ງານ​ກັບລັດຖະບານ​ຊົ່ວຄາວ​ແຫ່ງ​ຊາດ​ຂອງ​ລີ​ເບຍ ກອງ ທັບ​ສະຫະລັດ ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ແບບມີ​ຄວາມ​ແມ້ນ​ຢໍາໃສ່​ນັກ​ລົບ​ຂອງ​ກຸ່ມລັດ​ອິສລາມ​ ຫຼື ISIS ຢູ່​ລີ​ເບຍ ສອງ​ຄັ້ງ ​ໃນ​ວັນ​ອັງຄານ​ທີ 26 ກັນຍາຜ່ານ​ມາ ໃນ​ເວລາ​ປະ ມານບ່າຍ 2 ​ໂມງ 50 ນາທີ​ຕາມ​ເວລາ​ທ້ອງ​ຖິ່ນຊຶ່ງ​ໄດ້​ສັງຫານ​ຊີວິດພວກ​ນັກ​ລົບ​ກຸ່ມ ISIS ຫລາຍ​ຄົນ."

​ອີງ​ຕາມຖະ​ແຫລ​ງການ​ສະບັບ​ດັ່ງກ່າວ​ ການໂຈມ​ຕີ​ແມ່ນ​ມີຢູ່ຫ່າງ​ຈາກ​ເມືອງ Sirte ປະມານ 160 ກິ​ໂລ​ແມັດໄປ​ທາງ​ຕາ​ເວັນ​ອອກສຽງ​ໃຕ້ ຊຶ່ງ​ເປັນ​ທີ່ໝັ້ນ​ເກົ່າ​ຂອງ​ກຸ່ມ​ກໍ່ການ​ຮ້າຍ​ດັ່ງກ່າວ.

ສີ່​ມື້ກ່ອນໜ້ານັ້ນ ກໍມີການ​ໂຈມ​ຕີ​ທາງ​ອາກາດ​ແບບມີ​ຄວາມ​ແມ້ນ​ຢໍາ​ 6 ຄັ້ງ ໃສ່ຄ້າຍ​ ທີ່ໃຊ້ໃນ​ການ​ຍົກຍ້າຍ​ນັກ​ລົບກຸ່ມ​ລັດ​ອິສລາມ ​ເຂົ້າ​ແລະ​ອອກ​ຈາກ​ປະ​ເທດ ຊຶ່ງ​ໄດ້​ສັງຫາ​ນນັກ​ລົບ​ຂອງ​ກຸ່ມ​ດັ່ງກ່າວ 17 ຄົນ ​ແລະ​ໄດ້​ທໍາລາຍ​ພາຫະນະຂອງ​ກຸ່ມ IS 3 ຄັນ.

ກອງ​ບັນຊາ​ການກຳລັງ​ສະຫະລັດ​ໃນອາ​ຟຣິກາ​ເວົ້າວ່າ ຄ້າຍ​ດັ່ງກ່າວ ຕັ້ງຢູ່ຫ່າງຈາກ​ເມືອງ Sirte ປະມານ 240 ກິ​ໂລ​ແມັດ​ໄປ​ທາງ​ຕາ​ເວັນ​ອອກສຽງ​ໃຕ້ ຍັງ​ຖືກ​ໃຊ້​ໃນ​ການວາງ​ແຜນ​ໂຈມ​ຕີ​ຕ່າງໆ ​ແລະເປັນ​ຄັງ​ອາວຸດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG