ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໙ ເມສາ ໒໐໒໕

ລັດຖະມົນຕີກະຊວງພາຍໃນ ຂອງລີເບຍ ລອດຊີວິດ ຈາກການພະຍາຍາມ ລອບສັງຫານ


ລັດຖະມົນຕີກະຊວງພາຍໃນລີເບຍ ທ່ານຟາທີ ບາຊາກາ ກ່າວຕໍ່ນັກຂ່າວຣອຍເຕີ ຫຼັງຈາກລອດຊີວິດຈາກການລອບສັງຫານ ໃນນະຄອນຕຣີໂປລີ ປະເທດລີເບຍ ວັນທີ 21 ກຸມພາ 2021.
ລັດຖະມົນຕີກະຊວງພາຍໃນລີເບຍ ທ່ານຟາທີ ບາຊາກາ ກ່າວຕໍ່ນັກຂ່າວຣອຍເຕີ ຫຼັງຈາກລອດຊີວິດຈາກການລອບສັງຫານ ໃນນະຄອນຕຣີໂປລີ ປະເທດລີເບຍ ວັນທີ 21 ກຸມພາ 2021.

ດຖະມົນຕີກະຊວງພາຍໃນລີເບຍ ໄດ້ລອດຊີວິດໂດຍບໍ່ໄດ້ຮັບບາດເຈັບ ໃນ ວັນອາທິດ
ວານນີ້ ຈາກການໂຈມຕີ ໂດຍພວກມືປືນ ຕໍ່ຂະບວນລົດຂອງທ່ານ ອີງຕາມແຫຼ່ງຂ່າວ ຈາກຫ້ອງການຂອງທ່ານ.

ພວກມືປືນໄດ້ຍິງໃສ່ຂະບວນລົດຂອງທ່ານຟາທີ ບາຊາກາ ໃນຂະນະທີ່ທ່ານ ຂັບຜ່ານ
ນະຄອນຫຼວງຕຣີໂປລີ ໃນວັນອາທິດວານນີ້ ຫຼັງຈາກໄດ້ຢ້ຽມຢາມບໍລິ ສັດນໍ້າມັນ
ແຫ່ງຊາດ.

ຖະແຫຼງການຈາກກະຊວງພາຍໃນກ່າວວ່າ ທ່່ານບາຊາກາ ໄດ້ລອດຊີວິດຈາກ“ການພະ
ຍາຍາມລອບສັງຫານ ໃນຂະນະທີ່ທ່ານກັບມາຈາກບ້ານພັກ ທີີ່ເມືອງແຈນເຊີ.”

ທ່ານບາຊາກາ ກ່າວຕໍ່ອົງການຂ່າວຣອຍເຕີວ່າ “ລົດຄັນນຶ່ງລ່ວງລໍ້າເຂົ້າມາສູ່ຂະບວນ
ລົດຂອງທ່ານກ່ອນເປີດສາກຍິງປືນເຂົ້າໃສ່.

ທ່ານບາຊາກາ ກ່າວຕໍ່ນອົງການຂ່າວຣອຍເຕີວ່າ “ມັນບໍ່ແມ່ນເຫດການທີ່ເກີດຂຶ້ນໂດຍ
ບັງເອີນແຕ່ໄດ້ມີການວາງແຜນເປັນຢ່າງດີ.”

ພວກຄົນຮ້າຍສອງຄົນໄດ້ຖືກຈັບ ແລະອີກຄົນນຶ່ງໄດ້ຖືກຂ້າຕາຍໃນການປະທະກັນກັບ
ພວກອາລັກຂາຂອງທ່ານບາຊາກາ. ຫ້ອງການທ່ານບາຊາກາ ກ່າວວ່າ ລັດຖະມົນຕີບໍ່
ໄດ້ຮັບບາດເຈັບ ແຕ່ວ່າອາລັກຂາຄົນນຶ່ງ ໄດ້ຮັບບາດເຈັບ.

ການໂຈມຕີໄດ້ເກີດຂຶ້ນຫຼາຍອາທິດ ຫຼັງຈາກລັດຖະບານລີເບຍ ໄດ້ຕົກລົງວ່າ ລັດຖະບານ
ໄລຍະຂ້າມຜ່ານທີ່ສາກົນຮັບຮູ້ ໄດ້ຖືກມອບໝາຍໃນວຽກການ ທີ່ຈະ ນຳພາປະເທດ ໄປ
ສູ່ການເລືອກຕັ້ງແຫ່ງຊາດ ໃນທ້າຍປີນີ້. https://www.voanews.com/middle-east/libya-agrees-transitional-government ]]

ທ່ານບາຊາກາ ຜູ້ທີ່ໄດ້ເຂົ້າຮັບໃຊ້ເປັນລັດຖະມົນຕີກະຊວງພາຍຂອງລັດຖະບານປອງດອງ
ຊາດຫຼື GNA ນັບແຕ່ປີ 2018 ຫວ່າງບໍ່ເທົ່າໃດເດືອນທີ່ຜ່ານມານີ້ໄດ້ ເພີ້ມຄວາມພະຍາ
ຍາມນຳເອົາບັນດາກຸ່ມຕິດອາວຸດຢູ່ໃນທົ່ວປະເທດ ເຂົ້າມາເປັນ ກຳລັງຮັກສາຄວາມປອດ
ໄພແຫ່ງຊາດ.

ລີເບຍໄດ້ເກີດບັນຫາຂັດແຍ້ງດ້ວຍກຳລັງອາວຸດພາຍໃນ ຫຼັງຈາກໄດ້ມີການຂັບໄລ່ ແລະ
ສັງຫານ ອະດີດຈອມຜະເດັດການ ມົວມາຣ ກາດດາຟິ ໃນເດືອນຕຸລາ ປີ 2011. ປະເທດ
ໄດ້ກ້າວເຂົ້າສູ່ຫຼາຍໆຮອບຂອງຄວາມຮຸນແຮງ ຮວມທັງການ ຍຶດເອົາດິນແດນ ແລະບໍ່ນ້ຳມັນ
ໂດຍກຸ່ມກໍ່ການຮ້າຍ ແລະຄວາມຮຸນແຮງຮອບ ຫລ້າສຸດ ຊຶ່ງໄດ້ເລີ້ມໃນເດືອນເມສາ 2019
ເວລາກຳລັງ LNAຂອງນາຍພົນລາຕີຟາ ໄດ້ປິດລ້ອມແລະໂຈມຕີນະຄອນຕຣີໂປລີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG