ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເສຍຊີວິດ ຂອງອະດີດ ຜູ້ນໍາລີເບຍ ອາດເປັນ ອາຊະຍາກໍາສົງຄາມ


ຫົວໜ້າໄອຍະການສານອາຍານາໆຊາດ ທ່ານ Luis Moreno-Ocampo ໄປຢ້ຽມຢາມກຸງຕຣີໂປລີ (22 ພະຈິກ 2011)
ຫົວໜ້າໄອຍະການສານອາຍານາໆຊາດ ທ່ານ Luis Moreno-Ocampo ໄປຢ້ຽມຢາມກຸງຕຣີໂປລີ (22 ພະຈິກ 2011)

ຫົວໜ້າໄອຍະການຂອງສານອາຍານາໆຊາດ ກ່າວວ່າ ຍັງມີຄວາມສົງໄສຢ່າງແທ້ຈິງທີ່ວ່າ ການເສຍຊີວິດຂອງອະດີດຜູ້ນຳລີເບຍທ່ານມວມມາ ກາດດາຟີເປັນອາຊະຍາກຳສົງຄາມ.

ທ່ານ Luis Moreno-Ocampo ໃຫ້ທັດສະນະດັ່ງກ່າວໃນວັນພະຫັດວານນີ້ໃນການຖະ ແຫຼງຂ່າວຢູ່ທີ່ອົງການສະຫະປະຊາຊາດ. ທ່ານ Moreno-Ocampo ເວົ້າວ່າ ສານອາ
ຍານາໆຊາດ ໄດ້ແຈ້ງໃຫ້ລັດຖະບານຊົ່ວຄາວຂອງລີເບຍຊາບວ່າ ຕົນຈະດຳເນີນການສືບ
ສວນແບບໃດກ່ຽວກັບອາຊະຍາກຳສົງຄາມຕາມທີ່ໄດ້ມີການກ່າວຫາກັນ ຮວມທັງອາຊະຍາ
ກຳສົງຄາມທີ່ກໍ່ໂດຍກຳລັງປະຕິວັດ.

ທ່ານ Moreno-Ocampo ກ່າວວ່າ “ຂ້າພະເຈົ້າຄິດວ່າ ການເສຍຊີວິດ ຂອງທ່ານກາດ
ດາຟີໄດ້ກໍ່ໃຫ້ເກີດມີຄວາມສົງໄສແລະຂ້າພະເຈົ້າຄິດວ່າ ມັນເປັນບັນຫາທີ່ສຳຄັນຫຼາຍ.”

ທ່ານກາດດາຟີໄດ້ຖືກຈັບແລະເສຍຊີວິດໃນເດືອນຕຸລາຜ່ານມາທ່າມກາງສະພາບການທີ່
ຍັງບໍ່ແນ່ນອນເທື່ອ. ຮູບວີດີໂອ ແລະການບອກເລົ່າຂອງພວກທີ່ເຫັນເຫດການສະແດງ
ໃຫ້ວ່າ ຜູ້ກ່ຽວຍັງມີຊີວິດຢູ່ຫຼັງຈາກຖືກຈັບໄດ້ແຕ່ໃນເວລາຕໍ່ມາ ໄດ້ເຫັນມີການທຸບຕີແລະ ມີເລືອດອອກກ່ອນທີ່ຜູ້ກ່ຽວເສຍຊີວິດ.

ພວກຜູ້ນຳຂອງສະພາປົກຄອງໃນໄລຍະຂ້າມຜ່ານແຫ່ງຊາດລີເບຍ ໄດ້ຮັບຄວາມກົດດັນ ຢ່າງໜັກຈາກປະເທດພັນທະມິດຕາເວັນຕົກ ໃຫ້ທຳການສືບສວນ ກ່ຽວກັບສະພາບການ
ເສຍຊີວິດຂອງທ່ານກາດດາຟີ.

XS
SM
MD
LG