ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ສານອາຍາສາກົນ 4 ຄົນ ຖືກກັກໂຕ ຢູ່ລີເບຍ


ນາຍ Ajmi al-Atiri, ຜູ້ບັນຊາການກອງພົນນ້ອຍ Zintan ທີ່ເປັນຜູ້ຈັບກຸມ ນາຍ Saif al-Islam, ລູກຊາຍທີ່ຖືກ ກັກຂັງໄວ້ຢູ່ ຂອງມື້ລາງ Moammar Gadhafi, ຖະແຫລງຕໍ່ກອງປະຊຸມນັກຂ່າວ ທີ່ເມືອງ Zintan, ເມື່ອວັນທີ 9 ມີຖຸນາ 2012.
ນາຍ Ajmi al-Atiri, ຜູ້ບັນຊາການກອງພົນນ້ອຍ Zintan ທີ່ເປັນຜູ້ຈັບກຸມ ນາຍ Saif al-Islam, ລູກຊາຍທີ່ຖືກ ກັກຂັງໄວ້ຢູ່ ຂອງມື້ລາງ Moammar Gadhafi, ຖະແຫລງຕໍ່ກອງປະຊຸມນັກຂ່າວ ທີ່ເມືອງ Zintan, ເມື່ອວັນທີ 9 ມີຖຸນາ 2012.

ສານ​ອາຍາ​ສາກົນ​ ຫຼື ICCທີ່​ກຸງ​ເຮັກ ປະ​ເທດ​ເນ​ເທີ​ແລນ ​ກ່າວ​ວ່າ ເຈົ້າໜ້າ​ທີ່​ຂອງ​ຕົນ ສີ່​ຄົນ ​ໄດ້​ຖືກ​ກັກ​ຂັງ​ຢູ່​ໃນ​ລີ​ເບຍ ບ່ອນ​ທີ່​ພວກ​ເຂົາ​ເຈົ້າໄດ້​ຖືກ​ສົ່ງ​ໄປ​ປະຕິບັດ​ໜ້າ​ທີ່ ຮ່ວມ​ຢູ່ນໍາຄະນະ​ຜູ້​ແທນ​ສານຈຸ​ນຶ່ງ ​ທີ່​ໄປ​ພົບ​ປະ​ກັບ​ນາຍ Saif al-Islam Gadhafi ລູກ​ຊາຍ​ຂອງ​ມື້​ລາງ​ຈອມ​ຜະ​ເດັດ​ການມວມມາ ກາດ​ດາ​ຟີ ທີ່​ຖືກ​ຈໍາ​ຄຸກ​ຢູ່ທີ່​ນັ້ນ.

ທ່ານ Sang-Hyun Song ປະທານ​ສານ​ອາຍາ​ດັ່ງກ່າວ​ໄດ້​ຮ້ອງ​ຂໍ​ໃຫ້​ມີ​ການປ່ອຍ​ຕົວ​ເຂົາ​ເຈົ້າໂດຍ​ທັນທີ ​ແລະ​ຮຽກ​ຮ້ອງ​ໃຫ້ Tripoli ຈົ່ງ​ຮັບປະ ກັນຄວາມ​ປອດໄພ​ຂອງ​ພວກ​ເຂົາ​ເ​ຈົ້າ. ​ຖະ​ແຫຼງການ​ຂອງ​ທ່ານທີ່​ໄດ້​ນໍາ​ອອກ​ເຜີຍ​ແຜ່​ເມື່ອວັນ​ເສົາ​ວານ​ນີ້ ​ເວົ້າວ່າ ​ເຈົ້າ​ໜ້າ​ທີ່​ນາໆຊາດທັງ​ສີ່​ຄົນ​ນັ້ນ ມີ​ສິດທິ​ພິ​ເສດ ​ເວລາ​ປະຕິບັດ​ພາລະກິດ​ທາງ​ການ​ຂອງ​ສານ​ອາ​ຍາ​ສາກົນ ຫຼື ICC

​ເຈົ້າໜ້າ​ທີ່ສີ່​ຄົນດັ່ງກ່າວນີ້ ຊຶ່ງ​ໂຮມ​ທັງ ນາງ Melinda Taylor ທະນາຍ ຄວາມ​ຊາວ​ອອສ​ເຕຣ​ເລຍ ​ໄດ້​ຖືກ​ກັກໂຕໃນ​ຂະນະ​ທີ່ ພວກ​ເຂົາ​ເຈົ້າພະຍາຍາມ​ຈະ​ພົບ​ປະ​ກັບ​ນາຍ Saif al-Islam Gadhafi ທີ່​ເມືອງ Zintan ກໍ້າ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມືອງຫຼວງ Tripoli ບ່ອນ​ທີ່ ຜູ້ກ່ຽວໄດ້​ຖືກພວກ​ນັກ​ລົບ​ປະຕິວັດ​ຄວບ​ຄຸມ​ຕົວ​ໄວ້​ ນັບ​ຕັ້ງ​ແຕ່​ໄດ້​ຖືກ​ຈັບ​ໄດ້​ໃນ​ເດືອນ​ພະຈິກ​ປີຜ່ານມາ. ສານ​ອາຍາສາກົນໄດ້​ແຕ່ງ​ຕັ້ງຄະນະ​ຜູ້​ແທນ​ດັ່ງກ່າວ​ ​ໃຫ້​ໄປປຶກສາ​ຫາລື​ ເລຶ່ອງ​ຈັດ​ຕຽມການດໍາ​ເນີນ​ຄະດີຂອງ​ຜູ້ກ່ຽວ.

​ແຫຼ່ງຂ່າວ​ຕ່າງໆ​ໃນ​ລີ​ເບຍ​ເວົ້າວ່າ ທະນາຍຄວາມ Taylor ພະຍາຍາມຈະ ລັກລອບ​ມອບ​ເອກະສານ​ໃຫ້​ແກ່​ນາຍ Saif ​ໃນ​ລະຫວ່າງ​ການ​ຢ້ຽມຢາມ. ​ພວກເຂົາ​ເຈົ້າກ່າວ​ຕື່ມວ່າ ຕໍາຫຼວດຍັງ​ໄດ້​ພົບ​ເຫັນ​ກ້ອງຖ່າຍຮູບ​ໜ່ວຍ​ນຶ່ງ ​ແລະ​ເທບບັນທຶກ​ສຽງ​ຢູ່​ນໍາ​ແມ່​ຍິງ​ອີກ​ຄົນ​ນຶ່ງ​ໃນຄະນະ​ຜູ້​ແທນດັ່ງ​ກ່າງ ​ໃນ​ລະຫວ່າງການ​ກວດ​ຄົ້ນຫຼັງຈາກ​ການ​ຢ້ຽມຢາມ.

ນາຍ Ahmed al-Jahani ຜູ້​ຕາງໜ້າ​ລີ​ເບຍປະ​ຈໍາສານ​ອາຍາ​ສາກົນ ຫຼື ICC ​ເວົ້າວ່າ ທະນາຍ Taylor ບໍ່​ໄດ້​ຖືກ​ຈໍາ​ຄຸກ ​ແຕ່​ໄດ້​ຖືກ​ກັກບໍລິ​ເວັນ ຢູ່​ທີ່​ເມືອງ Zintan ບ່ອນ​ທີ່​ຜູ້ກ່ຽວ​ຖືກ​ສອບ​ປາກ​ສອບ​ຄໍາ​ນັ້ນ.

ນາຍ Saif al-Islam ​ແມ່ນ​ຕົກ​ຢູ່​ໃນ​ທ່າມກາງ​ການ​ຖົກ​ຖຽງ​ກັນ​ລະຫວ່າງ ສານ​ອາຍາ​ສາກົນ ​ແລະ​ລັດຖະບານ​ຊຸດ​ໃໝ່ໃນນະຄອນຫຼວງ Tripoli

​ສານ​ອາຍາ​ສາກົນ ຕ້ອງການ​ເອົາຜູ້ກ່ຽວໄປ​ດໍາ​ເນີນ​ຄະດີ​ທີ່​ກຸງ​ເຮ​ກ ໃນ​ຂໍ້​ຫາ​ອາຊະຍາ​ກໍາສົງຄາມ ​ແຕ່ Tripoli ຢາກ​ດໍາ​ເນີນ​ຄະດີ​ຜູ້ກ່ຽວ​ຢູ່​ໃນ​ລີ​ເບຍ​ບ້ານ​ເກີດ​ຂອງຜູ້ກ່ຽວ​ນັ້ນ.

XS
SM
MD
LG