ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລີເບຍ ໄດ້ຮັບ ການຊ່ວຍເຫຼືອ ເພີ່ມເຕີມ ຈາກ ສະຫະລັດ ໃນການຕໍ່ສູ້ ກັບພວກ IS


ພວກນັກຮົບ ຂອງກອງກຳລັງ ລີເບຍ ທີ່ເປັນພັນທະມິດ ກັບລັດຖະບານທີ່ໜູນຫຼັງໂດຍ ອົງການສະຫະປະຊາຊາດ ຍິງຈະຫຼວດໃສ່ພວກນັກຮົບ ລັດອິສລາມ ໃນເມືອງ Sirte, ລີເບຍ, 4 ສິງຫາ, 2016.
ພວກນັກຮົບ ຂອງກອງກຳລັງ ລີເບຍ ທີ່ເປັນພັນທະມິດ ກັບລັດຖະບານທີ່ໜູນຫຼັງໂດຍ ອົງການສະຫະປະຊາຊາດ ຍິງຈະຫຼວດໃສ່ພວກນັກຮົບ ລັດອິສລາມ ໃນເມືອງ Sirte, ລີເບຍ, 4 ສິງຫາ, 2016.

ການ​ໂຈມ​ຕີ​ທາງ​ອາກາດ​ເພີ້ມຂຶ້ນຂອງ​ສະຫະລັດ​ໃນ​ລີ​ເບຍ ອາດ​ເປັນ​ການ​ເລີ້ມຕົ້ນ​ໃນ​ຄວາມ​ພະຍາຍາມຂັບ​ໄລ່​ກຸ່ມກໍ່​ການ​ຮ້າຍ​ລັດ​ອິສລາມໃນ​ຂະນະ​ທີ່​ກຸ່ມດັ່ງກ່າວ​ພະຍາຍາມ ຢ່າງ​ສຸດ​ຂີດ​ເພື່ອຮັກສາ​ທີ່​ໝັ້ນອັນ​ສຳຄັນຂອງ​ຕົນໃນ​ເຂດ​ອາ​ຟຣິກາເໜືອໄວ້.

ກອງ​ບັນຊາ​ການ​ກຳລັງ​ສະຫະລັດ​ໃນອາ​ຟຣິກາ ​ໄດ້ປະກາດ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງອາ ກາດ​ຮອບ​ໃໝ່ 8 ​ເທື່ອ ຕໍ່​ທີ່​ໝັ້ນຂອງ​ກຸ່ມ​ລັດ​ອິສລາມ​ ຢູ່ທີ່​ເມືອງ Sirte ຊຶ່ງ​ເປັນ​ເມືອງ​ແຄມ​ທະ​ເລ​ສຳຄັນທີ່​ຖືກ​ໃຊ້​ເປັນ​ຖານ​ປະຕິບັດ​ງານ​ຂອງ​ກຸ່ມ​ກໍ່​ການ ຮ້າຍ​ດັ່ງກ່າວ.

​ເວລາ​ນີ້ ສະຫະລັດ​ໄດ້​ທຳ​ການ​ໂຈມ​ຕີທາງ​ອາກາດ​ຕໍ່​ເປົ້າໝາຍ​ຂອງ​ກຸ່ມ​ລັດ​ອິສລາມທັງ​ໝົດ 28 ຖ້ຽວອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປະຕິບັດ​ງານ Odyssey Lightning ທີ່​ເລີ້ມຂຶ້ນ​ເມື່ອ​ວັນ​ທີ 1 ສິງຫາ ຫລັງ​ຈາກ​ລັດຖະບານສາມັກຄີຊາດ​ຂອງ​ລີ​ເບຍ​ໄດ້ຮ້ອງ​ຂໍ.

ແຜນທີ່ຂອງເມືອງ Sirte, ບ່ອນທີ່ການໂຈມຕີທາງອາກາດ ສະຫະລັດ ໄດ້ແນເປົ້າໃສ່ພວກຫົວຮຸນແຮງລັດອິສລາມ.
ແຜນທີ່ຂອງເມືອງ Sirte, ບ່ອນທີ່ການໂຈມຕີທາງອາກາດ ສະຫະລັດ ໄດ້ແນເປົ້າໃສ່ພວກຫົວຮຸນແຮງລັດອິສລາມ.

ເຈົ້າໜ້າ​ທີ່​ສະຫະລັດ ທີ່​ຂໍ​ສະຫງວນ​ຊື່​ຄົນ​ນຶ່ງ ກ່າວ​ຕໍ່​ວີ​ໂອ​ເອວ່າ ນອກ​ນັ້ນຍັງ​ມີກຳລັງພິ​ເສດ​ຂອງ​ສະຫະລັດ ​ເຮັດ​ວຽກ​ຢູ່​ໃນເຂດ​ດັ່ງກ່າວ​ ເພື່ອ​ປະສານ​ງານ​ໃນ ການ​ໂຈມ​ຕີ ​ແຕ່​ເຈົ້າໜ້າ​ທີ່​ທ່ານ​ນີ້ກໍ​ບໍ່​ສາມາດ​ໃຫ້ການ​ອະທິບາຍ​ຫຍັງ​ເພີ້ມຕື່ມ.

​ໂຄສົກກອງ​ບັນຊາ​ການ​ກຳລັງ​ສະຫະລັດ​ໃນ​ເຂດ​ອາ​ຟຣິກາທ່ານ Robin Mack ກ່າວ​ວ່າ ຄວາມ​ພະຍາຍາມ​ຂອງ​ສະຫະລັດ​ແມ່ນ​ຈຳກັດ​ແຕ່ສະ​ເພາະ​ການໂຈມ​ຕີ​ທາງ​ອາກາດ​ແລະ​ແບ່ງປັນ​ຂໍ້​ມູນ​ເພື່ອສະໜັບສະໜຸນ​ການ​ໂຈມ​ຕີ ຕາມ​ການ​ຮ້ອງ​ຂອງ​ລັດຖະບານ​ສາມັກຄີ​ຊາດ​ເທົ່າ​ນັ້ນ.

ກຳລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານສາມັກຄີ​ຊາດລີ​ເບຍ ​ໄດ້​ທຳ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ​ໃນ​ການໂຈມ​ຕີ​ພວກ​ນັກ​ລົບ​ກຸ່ມ​ລັດ​ອິສລາມ ​ໂດຍ​ສາມາດ​ຂັບ​ໄລ່​ພວກ​ເຂົາ​ໃຫ້ຖອຍໄປ​ສູ່​ເຂດ​ໃຈກາງ​ເມືອງ ກ່ອນ​ການ​ບຸກ​ໂຈມ​ຕີ ​ທີ່ໄດ້​ຮັບ​ການ​ຕ້ານ​ຢັນຢ່າງໜັກ ​ແລະ​ຢຸດ​ຊະ​ງັກລົງ.

​ແຕ່​ນອກຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ​ແລ້ວ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າລັດຖະບານ ​ລີ​ເບຍ ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຕື່ມ​ອີກ​ໜ້ອຍ​ຫຼາຍປານ​ໃດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG