ການສູ້ລົບກັນຄັ້ງໃໝ່ໄດ້ເກີດຂຶ້ນໃນນະຄອນຫລວງຕຣີໂປລີຂອງລີເບຍ ໃນເວລາບໍ່ເທົ່າໃດຊົ່ວໂມງຫລັງຈາກທ້າວ Seif al-Islam ລູກຊາຍແລະເປັນຄົນທີ່ຄາດກັນໄວ້ວ່າຈະເປັນຜູ້ສືບທອດອໍານາດຢ່າງຈະແຈ້ງຈາກທ່ານມວມມາກາດດາຟີ ຜູ້ນໍາລີເບຍ ໄດ້ປາກົດໂຕແບບທ້າທາຍຢູ່ໃນເມືອງຫຼວງໂດຍກ່າວວ່າ ລັດຖະບານບິດາຂອງລາວຍັງຄວບຄຸມໂຕ ເມືອງຢູ່ນັ້ນ.
ການສູ້ລົບກັນຢ່າງໜັກໄດ້ເກີດຂຶ້ນໃນວັນອັງຄານມື້ນີ້ ໃກ້ໆກັບບໍລິເວນບ້ານພັກໃນຄຸ້ມ Bab
al-Aziziya ຂອງທ່ານກາດດາຟີ ໃນຂະນະທີ່ສຽງປືນຍິງຕໍ່ສູ້ກັນແລະສຽງລະເບີດສັ່ນສະ
ເທືອນໃນຫລາຍພາກສ່ວນຂອງໂຕເມືອງ ຊຶ່ງພວກກະບົດກ່າວອ້າງວ່າ ສ່ວນໃຫຍ່ແລ້ວແມ່ນ
ຢູ່ພາຍໃຕ້ການຄວບຄຸມຂອງຕົນນັ້ນ.
ທ້າວ Seif al-Islam ໄດ້ໄປປາກົດໂຕຢູ່ຕໍ່ໜ້າພວກນັກຂ່າວຕ່າງປະເທດທີ່ຕົກຄ້າງຢູ່ໃນ
ໂຮງແຮມ Rixos ທີ່ຢູ່ພາຍໃຕ້ການຄວບຄຸມຂອງກໍາລັງກາດດາຟີ ເຖິງແມ່ນມີການກ່າວ
ອ້າງກ່ອນໜ້ານີ້ໂດຍຄະນະນໍາພາຝ່າຍຄ້ານທີ່ວ່າທ້າວ Seif al-Islam ຢູ່ໃນກໍາມືຂອງ
ພວກກະບົດນັ້ນກໍຕາມ. ຫລັງຈາກນັ້ນທ້າວ Seif al-Islam ນໍາພາຂະບວນລົດຜ່ານ
ຜ່າຂົງເຂດຕ່າງໆຂອງພວກກໍາລັງທີ່ຈົງຮັກພັກດີຕໍ່ທ່ານກາດດາຟີ ທີ່ລາຍງານຂ່າໂທລະ
ພາບ ສະແດງໃຫ້ເຫັນວ່າ ທ້າວ Seif al-Islam ຍົກກໍາປັ້ນຂຶ້ນໃນຂະນະພວກສະໜັບ
ສະໜຸນຮ້ອງເຊຍລາວນັ້ນ.
ສານອາຍາສາກົນ ໃນວັນອັງຄານມື້ນີ້ ໂຕ້ແຍ້ງຕໍ່ລາຍງານຂ່າວທີ່ຕົນໄດ້ຢືນຢັນກ່ຽວກັບ
ການຈັບກຸມທ້າວ Seif al-Islam ກ່ອນນັ້ນ ໂດຍກ່າວວ່າ ສານບໍ່ເຄີຍໄດ້ຮັບຄໍາເວົ້າຢ່າງ
ເປັນທາງການຈັກເທື່ອຈາກສະ ພາປົກຄອງຊາດລະຍະຂ້າມຜ່ານຂອງພວກຝ່າຍຄ້ານນັ້ນ.
ແຫລ່ງຂ່າວຈາກກະບົດຂັ້ນອາວຸໂສທ່ານນຶ່ງກ່າວເຊ່ນກັນວ່າ ທ້າວ Mohammed ລູກຊາຍ
ອີກຄົນນຶ່ງຂອງທ່ານກາດດາຟີ ຫລົບໜີຈາກການຈັບກຸມໃນບ້ານເຮືອນໃນວັນຈັນວານນີ້.
ແລະເປັນທີ່ຈະແຈ້ງວ່າ ລູກຊາຍຄົນທີສາມຂອງທ່ານກາດດາຟີຢູ່ໃນທີຄຸມຂັງແລ້ວ ແລະ
ທ່ານກາດດາຟີຢູ່ໃສນັ້ນຍັງບໍ່ເປັນທີ່ຮູ້ຈັກກັນເທື່ອ.
ທ່ານ Mustafa Abdel Jalil ຫົວໜ້າສະພາປົກຄອງຊາດຝ່າຍຄ້ານກ່າວວ່າ ທ່ານກາດ
ດາຟີຈະໄດ້ຮັບການດໍາເນີນຄະດີຢ່າງຍຸຕິທໍາຖ້າຖືກຈັບໂຕໄດ້ ແລະວ່າ ໄຊຊະນະອັນແທ້ຈິງ
ນັ້ນ ແມ່ນເວລາໃດທ່ານກາດດາຟີ ຖືກຈັບກຸມໄດ້.
ທ່ານ Jalil ໄດ້ຮັບຮູ້ວ່າ ພວກກະບົດຍັງບໍ່ທັນໄດ້ຄວບຄຸມໝົດທຸກແຫ່ງເທື່ອໃນກຸງຕຣີໂປລີ
ບ່ອນທີ່ພວກກໍາລັງທີ່ຈົງຮັກພັກດີຕໍ່ທ່ານກາດດາຟີໄດ້ທໍາການຕໍ່ສູ້ກັບພວກກໍາລັງຝ່າຍກະ
ບົດເປັນບາງບ່ອນກະຈັດກະຈາຍໄປທົ່ວໂຕເມືອງນັ້ນ. ພວກນັກຕໍ່ສູ້ຝ່າຍຄ້ານ ກ່າວວ່າ
ພວກກໍາລັງທີ່ນິຍົມລັດຖະບານຍັງຄວບຄຸມເນື້ອທີ່ໃນນະຄອນຫລວງຢູ່ປະມານ 10 ຫາ 15
ເປີເຊັນ ຮວມທັງບໍລິເວນຄຸ້ມບ້ານພັກ Bab al-Aziziya ນັ້ນນໍາ.