ປະຊາຊົນທີ່ລີເບຍ ກໍາລັງພາກັນສະເຫລີມສະຫລອງວັນຄົບຮອບປີທຳອິດຂອງການໂຄ່ນ
ລົ້ມລະບອບການປົກຄອງຂອງມື້ລາງຈອມຜະເດັດການ Moammar Gadhafi.
ການສະຫລອງທີ່ຕິດຕໍ່ໜໍ່ເນື່ອງກັນ ໄດ້ເລີ້ມຂື້ນໃນຫົວເມືອງຕ່າງໆທົ່ວປະເທດໃນວັນພະ
ຫັດວານນີ້.
ທີ່ເມຶອງ Benghazi ໃນພາກຕາເວັນອອກຂອງປະເທດນັ້ນ ເຈົ້າໜ້າທີ່ຮັກສາຄວາມປອດ
ແມ່ນຢູ່ໃນສະພາບກຽມພ້ອມລະດັບສູງ ເພື່ອຮັບມືກັບສະຖານະການໃນຂະນະທີ່ປະຊາຊົນ
ຫລາຍໆຮ້ອຍຄົນພາກັນໂບກທຸງຊາດໄປມາ ຢູ່ນອກຕຶກອາຄານສານຍຸຕິທຳຂອງເມືອງດັ່ງ
ກ່າວ. ເປັນທີ່ຄາດກັນຍວ່າ ການສະເຫລີມສະຫລອງຢ່າງເປັນທາງການ ຈະໄດ້ຈັດຂື້ນຢູ່ທີ່
ເມືອງ Benghazi ໃນວັນສຸກມື້ນີ້.
ຊາວລີເບຍ ພາກັນສະແດງອອກມາເຖິງຄວາມພໍໃຈແລະມີຄວາມຫວັງໄປໃນແງ່ດີກ່ຽວກັບ
ຄວາມກ້າວໜ້າແລະຜົນສໍາເລດທີ່ໄດ້ຮັບ ນັບຕັ້ງແຕ່ໄດ້ມີການປະຕິວັດ.
ເຖິງຢ່າງໃດກໍດີ ອະດີດລັດຖະມົນຕີຂອງລັດຖະບານຊຸດເກົ່າທ່ານ Ali Al Tarhoni ກ່າວ
ວ່າຍັງມີໜ້າວຽກງານຢ່າງຫລວງຫລາຍທີ່ຈະຕ້ອງໄດ້ປະຕິບັດ.
ກໍາລັງຂອງອຳນາດການປົກຄອງ ໃນໄລຍະຂ້າມຜ່ານ ໄດ້ພາກັນລຸກຮືຂຶ້ນໃນເດືອນກຸມພາ
ປີກາຍນີ້ແລະຂັບໄລ່ Gadhafi ອອກຈາກກຸງ Tripoli ໃນເດືອນສິງຫາອັນເປັນຈຸດອາວະ
ສານຂອງການປົກຄອງ ເປັນເວລາ 42 ປີຂອງຜູ້ກ່ຽວ. ຫລາຍໆພັນຄົນໄດ້ເສຍຊີວິດ ຫລື
ບໍ່ກໍໄດ້ຮັບບາດເຈັບຍ້ອນການຂັດແຍ້ງດັ່ງກ່າວນີ້.
ທ່ານ Gadhafi ໄດ້ຖືກຂ້າຕາຍເມື່ອເດືອນຕຸລາປີກາຍໃນຄະນະທີ່ກຳລັງຂອງພວກຕໍ່ຕ້ານ
ພາກັນບຸກເຂົ້າໄປເຖິງບ້ານເກີດຂອງທ່ານຄື ເມຶອງ Sirte.