ພວກເຫັນເຫດການກ່າວວ່າ ເຫດລະເບີດຫລາຍບັ້ນໄດ້ເກີດ
ຂຶ້ນໃນນະຄອນຫລວງຕຣີໂປລີ ໃນຂະນະທີ່ກຸ່ມເນໂຕ້ສືບຕໍ່
ທໍາຄວາມກົດດັນຕໍ່ມວມມາກາດດາຟີ ຜູ້ນໍາລີເບຍນັ້ນ.
ພວກທີ່ເຫັນເຫດການກ່າວວ່າ ພວກເຂົາເຈົ້າໄດ້ເຫັນຄວັນ
ໄຟກຸ້ມຂຶ້ນໃນເຂດບໍລິເວນບ້ານພັກຂອງທ່ານກາດດາຟີ
ຫລັງຈາກເຫດລະເບີດຂຶ້ນໃນຂະນະທີ່ກຸ່ມເນໂຕ້ສືບຕໍ່ທໍາ
ການໂຈມຕີທາງອາກາດໃນຍາມກາງເວັນ ນັ້ນ.
ຄວາມພະຍາຍາມທາງການທູດກໍໄດ້ດໍາເນີນສືບຕໍ່ມາໃນວັນອັງຄານມື້ນີ້ໃນຂະນະທີ່ທູດພິເສດທີ່ສົ່ງຈາກປະທານາທິບໍດີ Dmitry Medvedev ແຫ່ງຣັດເຊຍຕຽມໂຕທີ່ຈະທໍາການພົບປະກັບພວກສະມາຊິກຂອງ ສະພາປົກຄອງໃນໄລຍະຂ້າມຜ່ານຂອງຝ່າຍພວກກະບົດທີ່ເມືອງ Benghazi ໃນພາກຕາເວັນອອກຂອງລີເບຍນັ້ນ.
ກະຊວງການຕ່າງປະເທດຈີນກ່າວວ່າ ນຶ່ງໃນບັນດານັກການທູດຂອງຕົນໃນອີຈິບກໍໄດ້ທໍາການພົບປະຫາລືກັນກັບກຸ່ມກະບົດໃນຫວ່າງໄວໆຜ່ານມານີ້ເຊ່ນກັນ. ກະຊວງການຕ່າງປະເທດຈີນກ່າວຢູ່ໃນຖະແຫລງການສະບັບນຶ່ງໃນວັນອັງຄານມື້ນີ້ວ່າ ລັດຖະມົນຕີການຕ່າງປະເທດລີເບຍຈະທໍາການຢ້ຽມຢາມກຸງປັກກິງເປັນເວລາ 3 ມື້ ແຕ່ບໍ່ໄດ້ແຈ້ງລາຍລະອຽດໃຫ້ຊາບກ່ຽວກັບການຢ້ຽມຢາມຄັ້ງນີ້.
ຈີນແລະຣັດເຊຍ ຕ່າງກໍບໍ່ໄດ້ອອກສຽງເວລາສະພາຄວາມໝັ້ນຄົງສະຫະປະຊາຊາດລົງມະຕິ
ກັນໃນເດືອນມີນາຜ່ານມາເພື່ອສ້າງຕັ້ງເຂດຫ້າມບິນເໜືອລີເບຍນັ້ນ ແລະໄດ້ຮຽກຮ້ອງໃຫ້
ມີການແກ້ໄຂວິກິດການດັ່ງກ່າວໂດຍຜ່ານການເຈລະຈາກັນ.
ພວກກະບົດລີເບຍກ່າວໃນວັນຈັນວານນີ້ວ່າ ເຂົາເຈົ້າຍຶດເອົາເມືອງພູດອຍ Yafran ໃນພາກຕາເວັນຕົກຂອງປະເທດຈາກພວກກໍາລັງທີ່ຈົງຮັກພັກດີຕໍ່ທ່ານກາດດາຟີ ຫລັງຈາກການໂຈມຕີທາງອາກາດຂອງກຸ່ມເນໂຕ້ໃນສັບປະດາຜ່ານມາ ທໍາລາຍເປົ້າໝາຍທາງທະຫານທີ່ສໍາຄັນ
ແຫ່ງຕ່າງໆຂອງຝ່າຍລັດຖະບານ ຊຶ່ງເຮັດໃຫ້ກໍາລັງຝ່າຍຄ້ານສາມາດທໍາຄວາມຄືບໜ້າໄປໄດ້ນັ້ນ.
ພວກນັກຕໍ່ສູ້ຊົນເຜົ່ານ້ອຍ Berber ທີ່ໄດ້ເຂົ້າຮ່ວມກັບຝ່າຍກະບົດຕໍ່ຕ້ານລັດຖະບານໄດ້ຍຶດເອົາເມືອງ Yafran ຄືນ ຊຶ່ງຕັ້ງຢູ່ຫ່າງຈາກກຸງຕຣີໂປລີໄປທາງກໍ້າຕາເວັນຕົກສຽງໃຕ້ປະມານ 100 ຫລັກກິໂລແມັດ ໃນວັນຈັນວານນີ້. ພວກກໍາລັງທີ່ນິຍົມທ່ານກາດດາຟີໄດ້ທໍາການໂຈມເຂດພູດອຍທາງພາກຕາເວັນຕົກຂອງປະເທດ ຫລັງຈາກພວກຊົນເຜົ່າ Berber ໃນທ້ອງຖິ່ນລຸກຂຶ້ນຕໍ່ຕ້ານທະຫານຂອງຝ່າຍ ລັດຖະບານ ໃນຕອນເລີ້ມຕົ້ນຂອງການລຸກຮືຂຶ້ນນັ້ນ.