ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີອົບພະຍົບ ຂ້າມເຂົ້າໄປ ໃນຕູນີເຊຍ ໜ້ອຍລົງ


ອົບພະຍົບ ທີ່ຂ້າມຈາກດ່ານຊາຍແດນ Ras Judeir ຂອງລີເບຍ ເຂົ້າໄປໃນຕູນີເຊຍ (3 ມີນາ 2011)
ອົບພະຍົບ ທີ່ຂ້າມຈາກດ່ານຊາຍແດນ Ras Judeir ຂອງລີເບຍ ເຂົ້າໄປໃນຕູນີເຊຍ (3 ມີນາ 2011)

ອົງການຮັບຜິດຊອບກ່ຽວກັບອົບພະຍົບຂອງສະຫະປະຊາ
ຊາດກ່າວວ່າ ຈຳນວນຜູ້ຄົນທີ່ຂ້າມຈາກລີເບຍເຂົ້າໄປໃນປະ
ເທດຕູນີເຊຍໄດ້ຫຼຸດລົງຢ່າງຫຼວງຫຼາຍຍ້ອນມີທະຫານລີເບຍ
ປະກອບອາວຸດເຕັມອັດຕາ ຍາມຮັກສາການ ຢູ່ອີກຟາກນຶ່ງ
ຂອງຊາຍແດນ.

ໂຄສົກຍິງຄົນນຶ່ງ ຂອງອົງການຂ້າຫຼວງໃຫຍ່ ຮັບຜິດຊອບ
ເລື່ອງອົບພະຍົບ ຂອງອົງການສະຫະປະຊາຊາດ ກ່າວໃນ
ວັນສຸກມື້ນີ້ວ່າ ຈຳນວນພວກອົບພະຍົບ ໄດ້ຫຼຸດລົງເຫຼືອປະ
ມານ 2,000 ໃນວັນພະຫັດວານນີ້ ຫຼັງຈາກມີພວກອົບພະ
ຍົບປະມານ 10,000 ຫາ 15,000 ຄົນ ຂ້າມຊາຍແດນໃນແຕ່ລະມື້ກ່ອນໜ້ານັ້ນ.

ໂຄສົກເວົ້າຕື່ມວ່າເປັນທີ່ປາກົດວ່າພວກອົບພະຍົບໄດ້ຕື່ນຕົກໃຈແລະບໍ່ເຕັມໃຈທີ່ຈະເວົ້າໃຫ້
ຟັງ. ນາງເວົ້າວ່າ ໂທລະສັບມືຖືແລະກ້ອງຖ່າຍຮູບຂອງພວກເຂົາເຈົ້າໄດ້ຖືກຢຶດເອົາໄປ.

ຊາວຕ່າງປະເທດຈຳນວນຫຼວງຫຼາຍພວມຂ້າມຊາຍແດນເຂົ້າໄປໃນປະເທດຕູນີເຊຍເພື່ອຫຼົບ
ໜີຄວາມຮຸນແຮງໃນລີເບຍ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າມີຊາວລີເບຍໜ້ອຍຫຼາຍປານໃດ
ໃນຈຳນວນ 2,000 ຄົນທີ່ຂ້າມເຂົ້າໄປໃນຕູນີເຊຍ ໃນວັນພະຫັດວານນີ້.

XS
SM
MD
LG