ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານເນເທີແລນ 3 ຄົນຖືກຈັບຢູ່ລີເບຍ


ພວກອົບພະຍົບຊາວອີຈິບ ຕູນີເຊຍ ແລະລີເບຍ ທີ່ເມືອງ Ras Ajdir ໃນບໍລີເວນຊາຍແດນຕູນີເຊຍ-ລີເບຍ (1 ມີນາ 2011)
ພວກອົບພະຍົບຊາວອີຈິບ ຕູນີເຊຍ ແລະລີເບຍ ທີ່ເມືອງ Ras Ajdir ໃນບໍລີເວນຊາຍແດນຕູນີເຊຍ-ລີເບຍ (1 ມີນາ 2011)

ກະຊວງປ້ອງກັນປະເທດຂອງເນເທີແລນກ່າວວ່າ ທະຫານ
ມາຣີນຂອງຕົນ 3 ຄົນ ຖືກລີເບຍຄວບຄຸມໂຕໄວ້ ຫຼັງຈາກ
ໄດ້ຖືກຈັບຂະນະທີ່ເຂົ້າຮ່ວມການປະຕິບັດງານຊ່ອຍຍົກຍ້າຍ
ປະຊາຊົນຫຼາຍໆສິບພັນຄົນທີ່ພວມພາກັນຫຼົບໜີຈາກລີເບຍ.

ເຈົ້າໜ້າທີ່ກ່າວໃນວັນພະຫັດມື້ນີ້ວ່າ ພວມມີການເຈລະຈາ
ກັນຢ່າງຂຸ້ນຂ້ຽວ ເພື່ອໃຫ້ມີການປ່ອຍພວກທະຫານທັງ 3
ທີ່ຖືກຈັບໃນວັນອາທິດແລ້ວ ໂດຍກຳລັງທີ່ຈົງຮັກພັກດີຕໍ່ຜູ້
ນຳຂອງລີເບຍ ທ່ານ Moammar Gadhafi.

ປະເທດຕາເວັນຕົກໃນຈຳນວນບໍ່ເທົ່າໃດປະເທດພ້ອມກັບ
ອີຈິບ ໄດ້ເລີ້ມການຂົນສົ່ງສຸກເສີນທາງອາກາ ດແລະສົ່ງກຳປັ່ນໄປຮັບເອົາພວກຄົນງານ
ຕ່າງດ້າວທີ່ພາກັນຫຼັ່ງໄຫຼຢ່າງບໍ່ເປັນລະບຽບອອກມາຈາກລີເບຍ.

ອົງການຂ້າຫຼວງໃຫຍ່ຮັບຜິດຊອບເລື່ອງອົບພະຍົບຂອງສະຫະປະຊາຊາດ ຫຼື UNHCR
ກ່າວໃນວັນພຸດວານນີ້ວ່າ ເກືອບເຄິ່ງນຶ່ງຂອງພວກຜູ້ຄົນ ທີ່ກະປະ ມານວ່າມີ 180,000
ຄົນທີ່ພາກັນຫຼົບໜີຈາກລີເບຍເມື່ອໄວໆມານີ້ ແມ່ນອອກມາທາງປະເທດຕູນີເຊຍ ຊຶ່ງເປັນ ຈຳນວນຫຼາຍເກີນກວ່າທີ່ປະເທດດັ່ງກ່າວຈະສາມາດຮອງຮັບໄດ້ ຫລື​ແມ່ນ​ແຕ່​ຈະ​ຊ່ວຍ​ຈັດ
ສົ່ງ​ກັບຄືນປະເທດຂອງເຂົາ​ເຈົ້າ. ອີກ 77 ພັນຄົນໄດ້ຂ້າມຊາຍແດນທາງຕາເວັນອອກເຂົ້າ
ໄປໃນປະເທດອີຈິບ ຂະນະທີ່ອີກ 30,000 ຄົນຍັງຕົກຄ້າງຢູ່ໃນລີເບຍ ຕາມບໍລິເວນຊາຍ
ແດນເພື່ອຈະຂ້າມເຂົ້າໄປໃນປະເທດຕູນີເຊຍ.

XS
SM
MD
LG