ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດຕ່າງໆ ຍົກຍ້າຍປະຊາຊົນ ອອກຈາກລີເບຍ


ຜູ້ໂດຍສານພາກັນອັ່ງອໍກັນ ທີ່ສະໜາມບິນນາໆຊາດຕຣີໂປລີ ຂະນະທີ່ພວກເຂົາເຈົ້າ ຊອກຫາຖ້ຽວບິນ ໄປຕ່າງປະເທດ (22 ກຸມພາ 2011)
ຜູ້ໂດຍສານພາກັນອັ່ງອໍກັນ ທີ່ສະໜາມບິນນາໆຊາດຕຣີໂປລີ ຂະນະທີ່ພວກເຂົາເຈົ້າ ຊອກຫາຖ້ຽວບິນ ໄປຕ່າງປະເທດ (22 ກຸມພາ 2011)

ການາດາແລະອັງກິດມີກຳນົດຈະສົ່ງເຮືອບິນໄປຍັງນະຄອນ
ຫຼວງຕຣີໂປລີຂອງລີເບຍ ໃນວັນພະຫັດມື້ນີ້ ອັນເປັນພາກ
ສ່ວນນຶ່ງໃນການດຳເນີນ ຄວາມພະຍາຍາມຂະໜາດໃຫຍ່
ເພື່ອຍົກຍ້າຍເອົາຊາວຕ່າງປະເທດອອກຈາກລີເບຍ.

ສະພາບດິນຟ້າອາກາດປັ່ນປ່ວນໄດ້ບັງຄັບໃຫ້ເຮືອຂ້າມຟາກ
ຮັບເໝົາຂອງສະຫະລັດລຳນຶ່ງ ຍັງຈອດຢູ່ທີ່ທ່າກຳປັ່ນໃນນະ
ຄອນຕຣີໂປລີຊຶ່ງເຮັດໃຫ້ການດຳເນີນຄວາມພະຍາຍາມເພື່ອ
ຍົກຍ້າຍເອົາຊາວອະເມຣິກັນໄປຍັງເກາະມອລຕ້າມີການຊັກ
ຊ້າ.

ຊາວຕ່າງປະເທດຈຳນວນຫຼາຍສິບພັນຄົນໃນລີເບຍ ໄດ້ພາກັນຂຶ້ນເຮືອບິນ ກຳປັ່ນແລະໃນ
ບາງກໍລະນີກໍຂຶ້ນລົດຕູ້ທີ່ແອອັດ ໃນຄວາມພະຍາຍາມເພື່ອຫຼົບໜີ ຄວາມວຸ້ນວາຍໃນລີເບຍ
ທີ່ໄດ້ລະເບີດຂຶ້ນຈາກການປະທ້ວງຂອງພວກຝ່າຍຄ້າ ແລະການປາບປາມຂອງລັດຖະບານ.

ກຳປັ່ນຂອງເຕີກກີ 2 ລໍາ ໄດ້ໄປຮັບເອົາຊາວເຕີກກີ 3,000 ຄົນທີ່ເມືອງທ່າ Benghazi
ທາງພາກຕາເວັນອອກຂອງລີເບຍໃນມື້ວານນີ້ ອັນເປັນພາກສ່ວນນຶ່ງຂອງອັນທີ່ລັດຖະມົນ
ຕີການຕ່າງປະເທດເຕີກກີທ່ານ Ahmet Davutoglu ເອີ້ນວ່າເປັນການປະຕິບັດງານຍົກ
ຍ້າຍຊາວເຕີກກີໃຫຍ່ທີ່ສຸດໃນປະວັດສາດ. ສະໜາມບິນເມືອງ Benghazi ໄດ້ຖືກປິດມາ
ໄດ້ຫຼາຍມື້ແລ້ວ ຊຶ່ງບັງຄັບໃຫ້ປະເທດຕ່າງໆຕ້ອງໄດ້ຍົກຍ້າຍປະຊາຊົນຂອງຕົນ ໂດຍທາງ
ທະເລ. ມີຊາວເຕີກກີປະມານ 25,000 ຄົນ ອາໄສຢູ່ໃນປະເທດລີເບຍ ຊຶ່ງເປັນພາກສ່ວນ
ນຶ່ງຂອງມະຫາອານາຈັກ Ottoman ໃນສະໄໝກ່ອນ.

ສື່ມວນຊົນຂອງທາງການຈີນລາຍງານວ່າ ປັກກິ່ງກໍພວມຈັດຕັ້ງ ການປະຕິບັດງານທາງ
ອາກາດ ທາງທະເລແລະທາງພາກພື້ນດິນເພື່ອຍົກຍ້າຍເອົາຊາວຈີນ 33,000 ຄົນອອກ
ຈາກລີເບຍ ​ໂດຍ​ທາງເຮືອບິນຮັບເໝົາ ກຳປັ່ນພານິດ ຂອງຈີນ ເຮືອຫາປາແລະລົດບັສ. ອົງການຂ່າວຂອງກຣີສລາຍງານວ່າ ລັດຖະບານກຣີສ ຈະຊ່ອຍຈີນ ລໍາລຽງຊາວຈີນຫຼາຍ
ເຖິງ 13,000 ຄົນໄປຍັງເກາະ Crete ຂອງກຣີສ ໃນເຂດທະເລເມດີແຕເຣນຽນ.

XS
SM
MD
LG