ກະຊວງການຕ່າງປະເທດສະຫະລັດກ່າວວ່າ ຕົນໄດ້ເໝົາກໍາປັ່ນໂດຍສານຂ້າມ ຟາກລໍານຶ່ງ ເພື່ອອົບພະຍົບຊາວອະເມຣິກັນອອກຈາກນະຄອນຫລວງ Tripoli ຂອງລີເບຍ ໃນຂະນະທີ່ພວກປະເທດອື່ນໆກໍພະຍາຍາມດໍາເນີນການໃນທໍານອງດຽວກັນ ເພື່ອຊ່ອຍພວກຊາວຕ່າງດ້າວຫລາຍໝື່ນຄົນຫລົບໜີຈາກການລຸກຮືຂຶ້ນຢ່າງນອງເລືອດຕໍ່ຕ້ານ ທ່ານ Moammar Gadhafi ຜູ້ນໍາລີເບຍນັ້ນ.
ຄໍາປະກາດຂອງສະຫະລັດທີ່ສົ່ງໄປຍັງຊາວອະເມຣິກັນໃນກຸງ Tripoli ແນະນໍາໃຫ້ພວກໃດທີ່ຢາກໜີອອກມານັ້ນ ໃຫ້ໄປລາຍງານໂຕທີ່ທ່າກໍາປັ່ນ As-Shahab ຂອງເມືອງ ໃນຕອນເຊົ້າວັນພຸດມື້ນີ້ ເພື່ອຂຶ້ນເຮືອຂ້າມຟາກລໍານຶ່ງທີ່ຈະອອກຈາກທ່າໄປ ໃນເວລາບ່າຍ 3:00 ໂມງ ຕາມເວລາໃນທ້ອງຖິ່ນ ເພື່ອເດີນທາງໄປຍັງເກາະ Malta ໃນທະເລ Mediterranean. ຄໍາປະກາດນີ້ບອກວ່າ ພົນລະເມືອງອະເມຣິກັນ ຈະຕ້ອງໄດ້ຈ່າຍເງິນຄືນໃຫ້ລັດຖະບານສະຫະລັດ ສໍາລັບຄ່າໃຊ້ຈ່າຍໃນການຂົນສົ່ງນີ້.
ພວກປະເທດໃນເອເຊຍໃຕ້ກໍໄດ້ກະກຽມແຜນການອົບພະຍົບປະຊາຊົນຂອງຕົນຫລາຍໝື່ນຄົນເຊ່ນກັນ ທີ່ໄດ້ໄປເຮັດວຽກເຮັດການຢູ່ໃນລີເບຍ ຊຶ່ງຫລາຍຄົນເປັນແຮງງານຄ່າຈ້າງຕໍ່າ ຕາມສະຖານທີ່ກໍ່ສ້າງແຫ່ງຕ່າງໆນັ້ນ.
ລັດຖະມຸນຕີຕ່າງປະເທດອິນເດຍ ທ່ານ Nirupama Rao ກ່າວໃນວັນພຸດມື້ນີ້ວ່າ ກຸງ New Delhi ກໍາລັງທໍາການຈັດແຈງເພື່ອຊ່ອຍເຫລືອປະຊາຊົນຂອງຕົນ 18 ພັນຄົນອອກມາຈາກລີເບຍ ໂດຍທາງອາກາດແລະທາງທະເລ.
ລັດຖະມຸນຕີຕ່າງປະເທດ Bangladesh ທ່ານ Mijarul Quayes ກໍກ່າວວ່າ ລັດຖະບານກຸງ Dhaka ກໍາລັງພິຈາລະນາທຸກຊ່ອງທາງ ສໍາລັບອົບພະຍົບປະຊາຊົນຂອງຕົນຈໍານວນຫລາຍເຖິງ 6 ໝື່ນຄົນ ອອກຈາກລີເບຍ. ປະເທດທີ່ທຸກຈົນໃນເອເຊຍໃຕ້ແຫ່ງນີ້ ໄດ້ທໍາການຕິດຕໍ່ພົວພັນກັບພວກອົງການນາໆຊາດເພື່ອຂໍໃຫ້ພວກອົງການເຫລົ່ານີ້ ຊ່ອຍເຫລືອໃນແຜນການອົບພະຍົບຄົນຂອງຕົນນັ້ນ.
ອົງການຂ່າວຝຣັ່ງກ່າວວ່າ ເຮືອບິນກອງທັບຝຣັ່ງ 2 ລໍາໄດ້ລົງຈອດໃນກຸງປາຣີ ໃນເຊົ້າວັນພຸດມື້ນີ້ ຫລັງຈາກໄປຮັບເອົາຄົນສັນຊາດຝຣັ່ງ ປະມານ 370 ຄົນອອກຈາກກຸງ Tripoli.
ພວກປະເທດອື່ນໆ ກໍໄດ້ສົ່ງພວກເຮືອບິນທະຫານແລະພົນລະເຮືອນໄປຍັງກຸງ Tripoli ຫລືບໍ່ກໍກໍາລັງກະກຽມເພື່ອສົ່ງເຮືອບິນໄປ ໃນການປະສານງານກັບທາງການຂອງລີເບຍ. ພວກປະເທດເຫລົ່ານີ້ແມ່ນຮວມທັງ Bulgaria, Egypt, ເຢຍຣະມັນ, ອີຕາລີ, ຈໍແດນ, ນີວຊີແລນ, ຣັດເຊຍ, ເຊີເບຍ ແລະສະເປນ.