ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຮຽກຮ້ອງໃຫ້ລີເບຍ ຕັ້ງລັດຖະບານ ທີ່ຮວມເອົາທຸກຝ່າຍ (ເບິ່ງວີດີໂອ)


ພວກນັກລົບຂອງຝ່າຍກະບົດ ພວມຊອກຄົ້ນຫາ ກຳລັງຂອງທ່ານ Moammar Gadhafi ທີ່ນະຄອນຫຼວງຕຣີໂປ ລີ (26 ສິງຫາ 2011)
ພວກນັກລົບຂອງຝ່າຍກະບົດ ພວມຊອກຄົ້ນຫາ ກຳລັງຂອງທ່ານ Moammar Gadhafi ທີ່ນະຄອນຫຼວງຕຣີໂປ ລີ (26 ສິງຫາ 2011)

ສະຫະພາບອາຟຣິກາ ຮຽກຮ້ອງໃຫ້ມີການສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ ທີ່ຮວມເອົາ
ທຸກພັກຝ່າຍເຂົ້າຮ່ວມຢູ່ໃນລີເບຍ ແຕ່ກໍຍັງບໍ່ເຖິງຂັ້ນ ກັບປະເທດມະຫາອຳນາດອື່ນໆຂອງ
ໂລກ ທີ່ໄດ້ຮັບຮູ້ສະພາໄລຍະຂ້າມຜ່ານຫຼື TNC ຂອງພວກຝ່າຍຄ້ານລີເບຍຢ່າງເປັນທາງ
ການແລ້ວນັ້ນ.

ສະພາສັນຕິພາບແລະຄວາມໝັ້ນຄົງຂອງສະຫະພາບອາຟຣິກາໄດ້ປະກາດກ່ຽວກັບການຕັດ
ສິນໃຈດັ່ງກ່າວໃນວັນສຸກວານນີ້ ຫຼັງຈາກກອງປະຊຸມສຸດຍອດສຸກເສີນກ່ຽວກັບລີເບຍທີ່ເອທິ
ໂອເປຍ.

ຫຼາຍປະເທດໃນອາຟຣິກາ ມີຄວາມສຳພັນມາເປັນເວລາດົນນານກັບຜູ້ນຳລີເບຍ ທ່ານ Mo-
ammar Gadhafi ແຕ່ພວກນັກການທູດຕາເວັນຕົກທີ່ໄປຮ່ວມກອງ ປະຊຸມສະຫະພາບອາ
ຟຣິກາກ່າວວ່າ 20 ປະເທດໃນອາຟຣິກາໄດ້ຮັບຮູ້ສະພາປົກຄອງໄລຍະຂ້າມຜ່ານຂອງພວກ
ກະບົດລີເບຍ ທີ່ໄດ້ເຂົ້າຢຶດເອົານະຄອນຫຼວງຕຣີໂປລີໃນສັບປະດານີ້.

ຂະນະດຽວກັນ ຜູ້ນຳຂອງສະພາໄລຍະຂ້າມຜ່ານ ທ່ານ Mahmoud Jibril ກ່າວວ່າ ຊ່ອງ
ທາງດຽວເທົ່ານັ້ນທີ່ກຸ່ມຂອງທ່ານຈະສາມາດປະສົບຄວາມສຳເລັດໄດ້ ກໍຕໍ່ເມື່ອປະຊາຄົມນາໆ
ຊາດປ່ອຍຊັບສົມບັດທັງໝົດທີ່ຖືກຢຶດໄວ້ ໃນລະຫວ່າງທີ່ທ່ານ Gadhafi ປົກຄອງປະເທດຢູ່
ນັ້ນ.

ທ່ານກ່າວໃນມື້ວານນີ້ວ່າ ພວກຝ່າຍຄ້ານຕ້ອງການເງິນເພື່ອສືບຕໍ່ໃຫ້ການບໍລິການຂອງລັດ ຖະບານແລະຈ່າຍເງິນເດືອນໃຫ້ພວກລັດຖະກອນ.

ນອກນັ້ນໂຄສົກຂອງກະຊວງການຕ່າງປະເທດຝຣັ່ງທ່ານ Bernard Valero ກ່າວໃນມື້ວານ
ນີ້ວ່າ ຝຣັ່ງຢາກເຫັນຊັບສົມບັດຂອງທ່ານ Gadhafi ຖືກນຳໄປແຈກຢາຍ ໃຫ້ແກ່ປະຊາຊົນ
ລີເບຍ. ຝຣັ່ງແມ່ນມະຫາອຳນາດປະເທດທຳອິດທີ່ຮັບຮູ້ສະພາໄລຍະຂ້າມຜ່ານຂອງພວກກະ
ບົດລີເບຍ.

XS
SM
MD
LG