ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳກະບົດລີເບຍ ຂໍຮ້ອງ ໃຫ້ປ່ອຍຊັບສົມບັດຂອງລີເບຍ ທີ່ຖືກກັກໄວ້


ຄະນະຜູ້ແທນທີ່ໄປຮ່ວມກອງປະຊຸມຄະນະຕິດຕໍ່ປະສານງານກ່ຽວກັບລີເບຍ ທີ່ນະຄອນອິສຕັນບູລ (25 ສິງຫາ 2011)
ຄະນະຜູ້ແທນທີ່ໄປຮ່ວມກອງປະຊຸມຄະນະຕິດຕໍ່ປະສານງານກ່ຽວກັບລີເບຍ ທີ່ນະຄອນອິສຕັນບູລ (25 ສິງຫາ 2011)

ຜູ້ນຳລັດຖະບານຂອງພວກກະບົດລີເບຍກ່າວວ່າ ຊ່ອງທາງດຽວເທົ່ານັ້ນທີ່ຕົນຈະສາມາດປະ
ສົບຄວາມສຳເລັດໄດ້ ກໍຄືຖ້າປະຊາຄົມນາໆຊາດ ຫາກປ່ອຍຊັບສົມບັດທັງໝົດຂອງປະເທດ
ທ່ານທີ່ຖືກຢຶດໄວ້ໃນສະໄໝການປົກຄອງຂອງພັກເອກ Moammar Gadhafi.

ຫົວໜ້າສະພາໄລຍະຂ້າມຜ່ານແຫ່ງຊາດຂອງພວກກະບົດລີເບຍ ທ່ານ Mah-mud Jabril
ກ່າວໃນວັນສຸກມື້ນີ້ວ່າ ພວກຝ່າຍຄ້ານຕ້ອງການເງິນເພື່ອຈະນຳໄປຈ່າຍເງິນເດືອນໃຫ້ແກ່ລັດ
ຖະກອນແລະສືບຕໍ່ຮັກສາການໃຫ້ບໍລິການຕ່າງໆ.

ທ່ານໃຫ້ຄວາມເຫັນດັ່ງກ່າວທີ່ນະຄອນອິສຕັນບູລ ບ່ອນທີ່ທ່ານໄດ້ໄປຮ່ວມກອງປະຊຸມຂອງ
ພວກນັກການທູດ ໃນມື້ວານນີ້ ທີ່ເພັ່ງເລັງໃສ່ວິກິດການໃນລີເບຍນັ້ນ. ການຢຸດແວ່ທີ່ປະເທດ
Turkey ແມ່ນບ່ອນລ່າສຸດໃນການເດີນທາງໄປຢ້ຽມຢາມຢູໂຣບຂອງທ່ານທີ່ແນໃສ່ເພື່ອໃຫ້ມີ ການປ່ອຍຊັບສົມບັດຂອງລີເບຍທີ່ຖືກຢຶດຢູ່ໃນຕ່າງປະເທດ.

ໃນວັນພະຫັດວານນີ້ ສະຫະລັດກ່າວວ່າ ໄວໆນີ້ຕົນຈະປ່ອຍເງິນ 1 ພັນ 500 ລ້ານໂດລາ
ຈາກຊັບສົມບັດຂອງລີເບຍທີ່ຖືກຢຶດ ໃຫ້ແກ່ສະພາໄລຍະຂ້າມຜ່ານແຫ່ງຊາດຂອງພວກຝ່າຍ
ຄ້ານເພື່ອການຊ່ອຍເຫຼືອສຸກເສີນທາງດ້ານມະນຸດສະທຳ.

ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ ໄດ້ໃຫ້ການອະນຸມັດຕໍ່ການປ່ອຍເງິນ
ຈຳນວນດັ່ງກ່າວ ຫຼັງຈາກສະຫະລັດແລະອາຟຣິກາໃຕ້ໄດ້ບັນລຸການຕົກລົງທີ່ກຳນົດວ່າເງິນ
ທີ່ວ່ານີ້ຈະຕົກໄປໃສ. ກ່ອນໜ້ານີ້ອາຟຣິກາໃຕ້ໄດ້ສະແດງຄວາມລັງເລໃຈກ່ຽວກັບການປ່ອຍ
ເງິນຍ້ອນມີຄວາມວິຕົກກັງວົນວ່າ ມັນອາດຈະຕົກໄປຢູ່ໃນກຳມືຂອງກຸ່ມຄົນທີ່ບໍ່ເພິ່ງປາດຖະ
ໜາ.

XS
SM
MD
LG