ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງກ່າວວ່າ ມີຫລັກຖານສະແດງໃຫ້ເຫັນວ່າ ກໍາລັງຂອງ
ລີເຍບໄດ້ເຂັ່ນຂ້າພວກປະຊາຊົນທີ່ຖືກກັກຂັງໄວ້ ຢ່າງນ້ອຍ 17 ຄົນ ແລະປະຫານ
ຊີວິດພວກພົນລະເຮືອນຕາມອໍາເພີໃຈຫລາຍສິບຄົນ ໃນຂະນະທີ່ພວກກະບົດເຄື່ອນ
ເຂົ້າໄປໃນກຸງຕຣີໂປລີນັ້ນ.
ທ່ານນາງ Sarah Leah ຜູ້ອໍານວຍການກຸ່ມປົກປ້ອງສິດທິມະນຸດ Human Rights Watch ປະຈໍາພາກຕາເວັນອອກກາງແລະອາຟຣິກາເໜືອ ກ່າວວ່າ ການປະຫານຊີວິດພວກທີ່ຖືກກັງຂັງ ຊຶ່ງມີຂຶ້ນບໍ່ເທົ່າໃດມື້ ກ່ອນພວກເຂົາເຈົ້າຈະຖືກປ່ອຍໂຕນັ້ນ ເປັນການກະທໍາທີ່ຕໍ່າຊ້າທີ່ສຸດໃນການປະພຶດຂອງລັດຖະບານລີເບຍ.
ນອກຈາກນີ້ ໃນວັນທີ 26 ສິງຫານີ້ ກຸ່ມສິດທິມະນຸດ HRW ໄດ້ພົບເຫັນ 18 ສົບຢູ່ໃກ້ໆກັບຕຶກອາຄານລັດຖະບານຫລັງນຶ່ງ ໃກ້ກັບຄຸ້ມນຶ່ງ ໃນຈໍານວນຫລາຍໆຄຸ້ມບ່ອນຢູ່ຂອງທ່ານມວມມາ ກາດດາຟີນັ້ນ. ກຸ່ມ HRW ເວົ້າວ່າ ພວກທີ່ເຫັນເຫດການກ່າວວ່າ ກໍາລັງຂອງລັດຖະບານລີເບຍໄດ້ສັງຫານພວກເຄາະຮ້າຍເຫລົ່ານັ້ນໃນຕົ້ນສັບປະດາຜ່ານມານີ້.
ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວຍັງໄດ້ພົບເຫັນສົບຕື່ມອີກ 29 ສົບຢູ່ໃນແລະອ້ອມແອ້ມບໍລິເວນຄລິນິກສະໜາມແຫ່ງນຶ່ງ ບ່ອນທີ່ກຸ່ມສິດທິມະນຸດດັ່ງກ່າວເວົ້າວ່າ ມີຮ່ອງຮອຍຕ່າງໆທີ່ສະແດງວ່າ ພວກກໍາລັງທີ່ຈົງຮັກພັກດີຕໍ່ທ່ານກາດດາຟີ ໄດ້ມີໜ້າຢູ່ຫັ້ນກ່ອນ.
ໃນຂະນະດຽວກັນ ຝ່າຍກະບົດລີເບຍກ່າວໃນວັນເສົາວານນີ້ວ່າ ເຂົາເຈົ້າໄດ້ເຂົ້າຄວບຄຸມຄ້າຍທະຫານຊາຍແດນທີ່ສໍາຄັນແຫ່ງນຶ່ງ ໃກ້ໆກັບຕູນີເຊຍ ແຕ່ເວລານີ້ຍັງທໍາການສູ້ລົບກັນຢູ່ເພື່ອເຂົ້າຄວບຄຸມເມືອງ Zuwara ໃນພາກຕາເວັນຕົກຂອງລີເບຍນັ້ນ.