ກຳປັ່ນຍາມຝັ່ງຂອງລີເບຍລຳໜຶ່ງ ໄດ້ຊ່ວຍເຫຼືອຜູ້ຍົກຍ້າຍຖິ່ນຖານຫຼາຍກວ່າ 350 ຄົນ
ຢູ່ໃນທະເລ ໃນວັນພຸດວານນີ້ ຫຼັງຈາກເກືອບຕຳກັນ ທີ່ອາດເປັນອັນຕະລາຍຮ້າຍແຮງ ກັບເຮືອກູ້ໄພ ຂອງເຢຍຣະມັນ.
ບໍ່ມີລາຍງານວ່າ ມີຜູ້ເສຍຊີວິດ ຫຼືໄດ້ຮັບບາດເຈັບ ແຕ່ປະການໃດ ແລະຜູ້ຍົກຍ້າຍຖິ່ນ ຖານໝົດທຸກຄົນ ແມ່ນໄດ້ຮັບການຊ່ວຍເຫຼືອ ຢູ່ນອກຊາຍຝັ່ງ ຂອງເມືອງ Sabratha
ແລະຖືກນຳກັບຄືນໄປ ນະຄອນຫຼວງ Tripoli ຢ່າງປອດໄພ.
ໂຄສົກກອງທັບເຮືອລີເບຍ ໄດ້ກ່າວວ່າ ພວກຍົກຍ້າຍຖິ່ນຖານ ໄດ້ແອອັດກັນແໜ້ນຢູ່
ເທິງເຮືອໄມ້. ໃນຂະນະທີ່ກຳປັ່ນຍາມຝັ່ງ ແລ່ນເຂົ້າໄປໃກ້ໆນັ້ນ ເຮືອອີກລຳໜຶ່ງ ຈາກ
ກຸ່ມກູ້ໄພ Sea Watch ຂອງເຢຍຣະມັນກໍໄດ້ແລ່ນເຂົ້າໄປຫາຈົນເກືອບຕຳກັນກັບກຳ
ປັ່ນຍາມຝັ່ງຂອງລີເບຍ.
ກຸ່ມກູ້ໄພ Sea Watch ປາກົດວ່າໄດ້ພະຍາຍາມທີ່ຈະຂົນເອົາພວກຍົກຍ້າຍຖິ່ນຖານ
ຊາວລີເບຍ ແລະ ກ່າວວ່າ ມັນບໍ່ປອດໄພ ສຳລັບພວກຍົກຍ້າຍຖິ່ນຖານ ທີ່ຈະຖືກນຳ
ກັບຄືນໄປນະຄອນຫຼວງ Tripoli.
ຍັງບໍ່ມີຄວາມແຈ່ມແຈ້ງເທື່ອວ່າ ອຳນາດການປົກຄອງລີເບຍມີແຜນທີ່ຈະເອົາມາດຕະ
ການທາງກົດໝາຍຕໍ່ກຸ່ມ Sea Watch ຫຼືບໍ່.
ພວກຍົກຍ້າຍຖິ່ນຖານຈາກອາຟຣິກາ ແລະພາກຕາເວັນອອກກາງ ຫຼາຍສິບພັນຄົນໄດ້
ພະຍາຍາມ ທີ່ຈະເດີນທາງໄປ ສະຫະພາບຢູໂຣບໃນທຸກໆປີ ໂດຍຜ່ານປະເທດລີເບຍ ເພື່ອພະຍາຍາມຫຼົບໜີຈາກຄວາມທຸກຍາກ ສົງຄາມ ແລະພວກກໍ່ການຮ້າຍ. ປະຊາຊົນ ຫຼາຍຄົນໄດ້ເສຍຊີວິດໃນຄວາມພະຍາຍາມທີ່ຈະເດີນທາງຂ້າມທະເລເມດີເທີເຣນຽນທີ່ເປັນອັນຕະລາຍ ດ້ວຍເຮືອທີ່ມີສະພາບບໍ່ດີຫຼືຈ້າງພວກຄ້າມະນຸດດ້ວຍເງິນຫຼາຍພັນໂດ
ລາໂດຍໄດ້ຖືກປະຖິ້ມຢູ່ໃນທະເລເທົ່ານັ້ນ.
ປະເທດລີເບຍ ໄດ້ປະສົບບັນຫາຄວາມວຸ້ນວາຍ ເປັນເວລາຫຼາຍປີ ແລະ ພວກຍົກຍ້າຍ ຖິ່ນຖານທີ່ອາໄສຢູ່ທີ່ນັ້ນຫຼືເດີນທາງຜ່ານກ່າວວ່າ ພວກເຂົາເຈົ້າໄດ້ຕົກເປັນຜູ້ເຄາະຮ້າຍ ຂອງການລ່ວງລະເມີດດ້ວຍຫຼາກຫຼາຍວິທີ.