ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຮ່ວມມືລະຫວ່າງ ໜ່ວຍສືບລັບ ຂອງ ຕາເວັນຕົກແລະລີເບຍ (ເບິ່ງວີດີໂອ)


ນັກລົບຕໍ່ຕ້ານ Gadhafi ຄົນນຶ່ງຢືນຍາມທີ່ຈະຕຸລັດວິລະຊົນຫຼື Martyrs Square ທີ່ນະຄອນຫຼວງຕຣີໂປລີ (2 ກັນຍາ 2011)
ນັກລົບຕໍ່ຕ້ານ Gadhafi ຄົນນຶ່ງຢືນຍາມທີ່ຈະຕຸລັດວິລະຊົນຫຼື Martyrs Square ທີ່ນະຄອນຫຼວງຕຣີໂປລີ (2 ກັນຍາ 2011)

ມີລາຍງານວ່າ ເອກກະສານຈຳນວນນຶ່ງທີ່ຖືກພົບເຫັນໃນລີເບຍ ສະແດງໃຫ້ເຫັນວ່າ ບັນດາ
ອົງການສືບລັບຂອງປະເທດຕາເວັນຕົກແລະລັດຖະບານທ່ານ Gadhafi ມີການຮ່ວມມືກັນ
ຢ່າງໃກ້ຊິດຫຼາຍສໍ່າໃດ ໂດຍສະເພາະແລ້ວແມ່ນການມອບໂຕຜູ້ຕ້ອງສົງໄສກໍ່ການຮ້າຍ.

ພວກນັກຄົ້ນຄ້ວາ ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ພົບເຫັນ
ເອກກະສານດັ່ງກ່າວ ໃນມື້ວັນສຸກວານນີ້ ຂະນະທີ່ໄປເບິ່ງຫ້ອງການທີ່ຖືກປະຖິ້ມແຫ່ງນຶ່ງ
ໃນນະຄອນຫຼວງຕຣີໂປລີ. ເປັນທີ່ປາກົດວ່າຫ້ອງການທີ່ວ່ານີ້ແມ່ນເປັນບ່ອນທີ່ອະດີດຫົວ
ໜ້າສອດແນມຂອງລີເບຍ ພ້ອມທັງເປັນເພື່ອນຮ່ວມງານທີ່ໃກ້ຊິດຂອງທ່ານ Gadhafi ຄື
ທ່ານ Moussa Kouassa ເຄີຍເຮັດວຽກມາກ່ອນ. ເອກກະສານເຫຼົ່ານີ້ຍັງບໍ່ທັນໄດ້ຮັບ
ການຢືນຢັນເທື່ອ.

ເອກກະສານເຫຼົ່ານີ້ແມ່ນຈົດໝາຍຕິດຕໍ່ ທີ່ເລີ່ມມາແຕ່ປີ 2002 ລະຫວ່າງພະ ແນກສືບລັບ
ຂອງລີເບຍກັບອົງການສືບລັບຊີໄອເອຂອງສະຫະລັດແລະອົງການສືບລັບ MI-6 ຂອງອັງ
ກິດ.

ເອກກະສານເຫຼົ່ານີ້ແມ່ນຮວມທັງການແບ່ງປັນຂໍ້ມູນລັບ ຂໍ້ສະເໜີໃນການສົ່ງມອບຜູ້ຕ້ອງ
ສົງໄສກໍ່ການຮ້າຍ ໝາຍກຳນົດການໃນສົ່ງມອບ ລາຍຊື່ຜູ້ຕ້ອງສົງໄສກໍ່ການຮ້າຍ ທີ່ຖືກ
ສອບປາກຄຳ ແລະຄຳ ປາໄສທີ່ປາກົດວ່າຂຽນໂດຍອົງການຊີໄອເອໃຫ້ອະດີດຜູ້ນຳລີເບຍ
ທ່ານ Moammar Gadhafi ທີ່ທ່ານໄດ້ຮຽກຮ້ອງໃຫ້ພາກຕາເວັນອອກກາງ ເປັນເຂດ ປອດອາວຸດທີ່ມີອະນຸພາບຮ້າຍແຮງນັ້ນ.

ເອກກະສານອີກສະບັບນຶ່ງ ແມ່ນເປັນຈົດໝາຍນ້ອຍ ທີ່ມີການກ່າວຫາວ່າ ເປັນຂອງທ່ານ
Stephen Kappes ຊຶ່ງເປັນຮອງ ຫຼືບຸກຄົນໝາຍເລກ 2 ຂອງອົງການຊີໄອເອໃນເວລາ
ນັ້ນ ທີ່ຂຽນຫາທ່ານ Kouassa ເພື່ອຢາກໃຫ້ອົງການຊີໄອເອ ສ້າງຕັ້ງການມີໜ້າ ຢ່າງ
ເປັນຖາວອນຂຶ້ນທີ່ປະເທດລີເບຍໃນປີ 2004.ຈົດໝາຍນ້ອຍສະບັບນີ້ເລີ່ມຕົ້ນແບບບໍ່ຄ່ອຍ
ເປັນທາງການທີ່ສະເໜີໃຫ້ມີການສ້າງຕັ້ງຄວາມສຳພັນຢ່າງໃກ້ຊິດລະຫວ່າງເຈົ້າໜ້າທີ່ສອດ
ແນມອະວຸໂສທັງ 2.

XS
SM
MD
LG