ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ຊ່ວຍກາດດາຟີ ພະຍາຍາມ ຈະຊື້ອາວຸດ ຈາກບໍລິສັດຈີນ


ທ່ານນາງ Jiang Yu ໂຄສົກ ກະຊວງການຕ່າງປະເທດຈີນ.
ທ່ານນາງ Jiang Yu ໂຄສົກ ກະຊວງການຕ່າງປະເທດຈີນ.

ບັນດາ​ເຈົ້າ​ໜ້າ​ທີ່ຈີນ​ກ່າວ​ວ່າ ພວກ​ຊ່ອຍ​ວຽກຜູ້​ນໍາ​ລີ​ເບຍ​ ມວມມາ ​ກາດ​ດາ​ຟີ ​ໄດ້​ພົບ​ປະ​ກັບ​ພວກ​ບໍລິສັດ​ຜະລິດ​ອາວຸດ​ຈີນ​ໃນ​ເດືອນກໍລະກົດ ຜ່ານ​ມາ ​ເພື່ອ​ພະຍາຍາມ​ຊອກ​ຊື້​ອາວຸດ​ທີ່​ທັນ​ສະ​ໄໝ​ເພື່ອ​ໃຊ້​ຕໍ່ຕ້ານ​ພວກ​ກໍາລັງ​ຂອງຝ່າຍ​ກະບົດ ທີ່​ກໍາລັງ​ບຸກ​ຄືບ​ໜ້າ​ນັ້ນ.

ທ່ານ​ນາງ Jiang Yu ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ພົບ​ປະກັນ​ດັ່ງກ່າວ​ໄດ້ມີ​ຂຶ້ນ​ ໂດຍ​ທີ່ລັດຖະບານ​ຈີນ​ບໍ່​ຮູ້ຈັກ​ນໍາ ​ແລະ​ວ່າ ບໍ່​ໄດ້​ມີການ​ຂາຍ​ອາວຸດ​ໃດໆໃຫ້​ລີ​ເບຍ​.

ຂ່າວການ​ພົບ​ປະ​ກັນນີ້​ໄດ້​ຖືກ​ເປີດ​ເຜີຍອອກ​ມາ​ຄັ້ງ​ທໍາ​ອິດ​ໃນ​ສັບປະດາແລ້ວ​ນີ້ ​ໂດຍ​ໜັງສືພິມ​ການາ​ດາ​ສະບັບ​ນຶ່ງ​ ທີ່​ຜູ້​ສື່​ຂ່າວ​ຂອງ​ໜັງສື​ພິມ ດັ່ງກ່າວ​ໄດ້​ພົບ​ເຫັນ​ເອກະສານ​ການ​ພົບ​ປະກັນ​ຕ່າງໆ​ໃນ​ກອງ​ຂີ້​ເຫຍື້ອ​ຂອງ​ລີ​ເບຍ. ​ເອກະສານ​ເຫລົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ບໍ​ລິ​ສັດ​ຈີນ​ໄດ້​ສະ​ເໜີ​ຂາຍ​ອາວຸດ​ໃຫ້​ລີ​ເບຍ​ ​ໃນ​ມູນ​ຄ່າ​ຢ່າງ​ນ້ອຍ 200 ລ້ານ​ໂດ​ລາ ທີ່ຮວມທັງ​ປືນ​ຍິງ​ຈະ​ຫລວດ ລູກ​ສອນ​ໄຟ​ຕໍ່ຕ້ານ​ລົດ​ຖັງ ​ແລະ​ລູກ​ສອນ​ໄຟຕໍ່ຕ້ານ​ເຮືອບິນ ​ແບບ​ຖື​ໄປມາ​ໄດ້.

ພວກ​ບໍລິສັດ​ຈີນ​ໄດ້​ສະ​ເໜີ​ແນະ​ວ່າ ພວກ​ອາວຸດ​ເຫລົ່ານີ້​ສາມາດ​ສົ່ງ​ຜ່ານ​ປະ​ເທດ​ອາລຈີ​ເຣຍ
ຫລື​ອາ​ຟຣິ​ໃຕ້​ ຊຶ່ງເປັນ​ສອງ​ປະ​ເທດທີ່​ເຄື່ອນໄຫວ​ຊ້າ​ຄື​ກັນ​ກັບຈີນໃນ​ການ​ຍຸດຕິ​ການສະໜັບ
ສະໜຸນ​ແກ່ຜູ້​ນໍາລີເບຍທີ່ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ.

XS
SM
MD
LG