ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລີເບຍ ສະຫຼອງ ຄົບຮອບສອງປີຂອງ ການລຸກຮືຂຶ້ນ ໂຄ່ນລົ້ມ Gaddafi


ຊາວລີເບຍພາກັນສະຫຼອງ ວັນຄົບຮອບສອງປີ ຂອງການລຸກຮື ຂຶ້ນ ທີ່ໂຄ່ນລົ້ມ ມວມມາ ກັດດາຟີ ລົງຈາກອໍານາດ
ຊາວລີເບຍພາກັນສະຫຼອງ ວັນຄົບຮອບສອງປີ ຂອງການລຸກຮື ຂຶ້ນ ທີ່ໂຄ່ນລົ້ມ ມວມມາ ກັດດາຟີ ລົງຈາກອໍານາດ
ວັນ​ເສົາ​ວານ​ນີ້ ຊາວ​ລີ​ເບຍ​ພາກັນ​ສະ​ເຫຼີມສະຫຼອງວັນ​ຄົບຮອບ​ສອງ​ປີ​ຂອງ​ການ​ລຸ​ກຮື​ຂຶ້ນ ທີ່​ໄດ້​ຍຸດ​ຕິ​ການ​ປົກຄອງ​ປະ​ເທດເປັນ​ເວລາ 40 ປີ ຂອງ​ອະດີດ​ປະທານາທິບໍດີ Moammar Gadhafi

ທີ່​ເມືອງຫຼວງ Tripoli ​ແລະ ​ເມືອງ Benghazi ທຸງ​ແລະປ້າຍ​ຄໍາ​ຂວັນ​ຕ່າງໆ​ ປິວ​ສະ​ບັດຢູ່​ຕາມ​ຝາ​ຕຶກ​ອາຄານ ຫຼັກ​ໄຟ ​ແລະ​ລົດ​ລາ. ພ້ອມ​ດຽວ​ກັນ ກໍ​ມີຕໍາຫຼວດ​ແລະ​ພວກ​ທະຫານ​ບ້ານ​ ຍາມ​ຢູ່​ຕາມ​ດ່ານກວດ ​ເພື່ອ​ຮັກ ສາ​ຄວາມ​ປອດ​ໄພ.

ຕົກເຖິງ​ເວລາ​ຄໍ່າ​ຄືນ ກໍມີ​ການ​ຈູດ​ບັ້ງ​ໄຟດອກ​ຂຶ້ນສູ່​ທ້ອງຟ້າ​ ພ້ອມ​ກັບ​ສຽງ​ບີບ​ແກ​ລົດ ​ດັງກ້ອງ​ຟົດ​ສະ​ນັ່ນ.

​ຄວາມ​ຮູ້ສຶກ​ດີ​ໃຈ​ຂອງປະຊາຊົນ​ ໃນ​ໄລຍະ​ຫລາຍໆ​ມື້ກ່ອນການສະ​ເຫຼີມສະຫຼອງ​ນັ້ນ ​ແມ່ນ​ໄດ້​ຖືກ​ບົດ​ບັງ​ໂດຍ​ຄວາມ​ເປັນຫ່ວງແລະ​ຢ້ານ​ກົວ​ວ່າ​ຈະ​ເກີດ​ເຫດການ​ກໍ່​ ຄວາມ​ ຮຸນ​ ແຮງຂຶ້ນນັ້ນ.

ລັດຖະບານ​ລີ​ເບ​ຍ​ໄດ້​ປິດ​ຊາຍ​ແດນ ​ຕິດ​ກັບປະ​ເທດ​ຕູ​ນີ​ເຊຍ ​ແລະ​ອີ​ຈິບ ສໍາລັບ​ງານ​ສະ​ເຫຼີມສະຫຼອງ ​ໃນ​ຊ່ວງ​ສຸດ​ສັບປະດາ​ດັ່ງ​ກ່າວ.
XS
SM
MD
LG