ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເນໂຕ້ໂຈມຕີ ບ້ານເກີດຂອງ Gadhafi


Janubiy Koreyada AQSh harbiy havo kuchlari
Janubiy Koreyada AQSh harbiy havo kuchlari

ອົງການເນໂຕ້ກ່າວວ່າ ໃນວັນສຸກມື້ນີ້ຕົນໄດ້ທຳການໂຈມຕີທາງອາກາດຕໍ່ເມືອງ Sirte
ບ້ານເກີດຂອງທ່ານ Moammar Gadhafi ຂະນະທີ່ກຳລັງຂອງພວກກະບົດໄດ້ໄປເຕົ້າ
ໂຮມກັນ ເພື່ອປະເຊີນໜ້າກັບພວກນັກລົບນິຍົມ Gadhafi.

ໃນມື້ນີ້ພວກນັກລົບຂອງຝ່າຍກະບົດໄດ້ເພີ່ມການກົດດັນຕໍ່ກຳລັງນິຍົມລັດຖະບານໂດຍ
ພວກນັກລົບຂອງຝ່າຍຄ້ານ ໄດ້ພາກັນຫຼັ່ງໄຫຼໄປຍັງນະຄອນຫຼວງຕຣີໂປລີໃນຂະນະທີ່ລັດ
ຖະບານ ຊົ່ວຄາວຂອງພວກກະບົດລີເບຍ ຍ້າຍຖານປະຕິບັດງານຂອງຕົນຈາກເມືອງ
Benghazi ໄປຍັງນະຄອນຫຼວງ.

ໃນອີກດ້ານນຶ່ງນັ້ນ ອົງການນາໆຊາດເພື່ອການຍົກຍ້າຍຖິ່ນຖານຫຼື IOM ປະກາດວ່າ
ຕົນໄດ້ສົ່ງເຮືອອີກລຳນຶ່ງໄປຮັບເອົາຊາວຕ່າງປະເທດ ທີ່ນະຄອນຫຼວງຕຣີໂປລີ ແລະມີ
ພະນັກງານບັນເທົາທຸກດ້ານມະນຸດສະທຳປະມານ 50 ຄົນ ເດີນທາງໄປນຳ.

ໃນຕອນແລງຂອງວານນີ້ ເຮືອລຳນຶ່ງທີ່ທາງອົງການ IOM ວ່າຈ້າງນັ້ນໄດ້ອອກເດີນທາງ
ຈາກນະຄອນຫຼວງຕຣີໂປລີພ້ອມດ້ວຍຊາວຕ່າງປະ ເທດ 263 ຄົນ.

ການຍິງຕໍ່ສູ້ກັນຢ່າງໜັກໄດ້ລະເບີດຂຶ້ນ ທີ່ນະຄອນຫຼວງຂອງລີເບຍໃນວັນພະຫັດວານນີ້
ຂະນະທີ່ທ່ານ Gadhafi ໄດ້ໃຊ້ການອອກອາກາດເປັນເວລາສັ້ນໆ ຮຽກຮ້ອງໃຫ້ພວກ
ສະໜັບສະໜຸນຊຸມນຸມກຳລັງ ແລະປະນາມຕ່າງປະເທດທີ່ເຂົ້າແຊກແຊງໃນບັນຫາຂັດແຍ້ງ ຂອງລີເບຍ.

ໃນອີກດ້ານນຶ່ ງທີ່ນະຄອນຫຼວງຕຣີໂປລີ ພວກນັກຂ່າວຕ່າງປະເທດໄດ້ພາກັນໄປເບິ່ງສົບ
ຂອງ 40 ກວ່າຄົນທີ່ປາກົດວ່າໄດ້ຖືກຂ້າຕາຍນັ້ນ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ແມ່ນໃຜ
ເປັນຜູ້ສັງຫານເຂົາເຈົ້າ ແຕ່ພວກເຄາະຮ້າຍບາງຄົນມີຜິວສີດຳຄໍ້າຂອງຊາວອາຟຣິກາທີ່ປະ
ກອບເປັນກຳລັງສ່ວນໃຫຍ່ຂອງກອງທັບທ່ານ Gadhafi ນັ້ນ.

XS
SM
MD
LG